- 1. ລົງມືເຮັດໃຫ້ໄດ້ຢ່າງໜ້ອຍປີລະເທື່ອ
ລອງໃຊ້ເວລາມື້ໜຶ່ງ ມາຕັ້ງໃຈວາງແຜນການເຮັດວຽກໃນອະນາຄົດ ເຊິ່ງທ່ານໃດທີ່ຍັງບໍ່ເລີ່ມຕ້ອງໄດ້ເລີ່ມເຮັດແລ້ວ, ເພາະຢ່າງໜ້ອຍປີລະຄັ້ງກໍ່ຍັງດີ ເພາະຈະເຮັດໃຫ້ທ່ານມີເປົ້າໝາຍໃນການເຮັດວຽກທີ່ຊັດເຈນຂຶ້ນ ເວລາມີບັນຫາຈະສາມາດຮັບມືໄດ້ດີ.
2. ຈົດບັນທຶກຜົນງານເອົາໄວ້
ເພື່ອເບິ່ງວ່າທ່ານມີສະຖິຕິຫຍັງແດ່ທີ່ເດັ່ນ ເພາະບໍ່ມີໃຜທີ່ຈະສາມາດຈື່ໄດ້ໝົດ ທຸກຄົນອາດຈະບໍ່ເຫັນຄວາມສໍາຄັນຈົນເຖິງມື້ທີ່, ຕ້ອງການຂໍ້ມູນນັ້ນຂຶ້ນມາ ການຈົດບັນທຶກໄວ້ໃນມື້ນີ້ອາດຈະເຮັດໃຫ້ຄົ້ນພົບຄວາມສໍາເລັດບາງຢ່າງທີ່ເຮົາອາດຈະລືມໄປແລ້ວ.
3. ຕັ້ງເປົ້າໝາຍໃຫ້ຊັດເຈນ
ສິ່ງທີ່ສໍາຄັນໃນການວາງແຜນເພື່ອເຮັດວຽກຄືວາງເປົ້າໝາຍໄລຍະສັ້ນ (ປີໜ້າ) ແລະ ໄລຍະຍາວ (ປີຕໍ່ໆໄປ) ໃຫ້ຊັດເຈນ, ຈະໄດ້ຮູ້ວ່າຕໍ່ໄປຈະກ້າວໄປທາງໃດ ແລະ ເມື່ອເຮັດໄດ້ຕາມເປົ້າໝາຍແລ້ວ ກໍ່ເລີ່ມຕັ້ງເປົ້າໝາຍໃໝ່ໆຕໍ່ໄປ ຢ່າຢຸດພັດທະນາຕົນເອງ.
4. ກວດເບິ່ງສິ່ງທີ່ເຮັດໃນເວລາວ່າງ
ຢ່າຄິດວ່າສິ່ງທີ່ເຮັດເວລາວ່າງບໍ່ມີຄວາມໝາຍບາງຄັ້ງສິ່ງທີ່ເຮັດຫຼິ້ນໆ ມື້ໜຶ່ງອາດຈະກາຍເປັນອາຊີບຫຼັກກໍ່ເປັນໄດ້ເຊັ່ນ: Paul Gauguin ສິນລະປິນຊື່ດັງ ເພີ່ນເຄີຍເປັນນັກທຸລະກິດທີ່ປະສົບຄວາມສໍາເລັດ ແຕ່ເພີ່ນມັກໃຊ້ເວລາຫວ່າງກັບການແຕ້ມຮູບ, ຈົນສຸດທ້າຍເພີ່ນໄດ້ຕັດສິນໃຈປ່ຽນແນວທາງຈົນກາຍເປັນນັກແຕ້ມທີ່ໂດ່ງດັງ.
