108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ກົດພື້ນຖານ ທີ່ນັກຂາຍຄວນມີ

ກົດພື້ນຖານ ທີ່ນັກຂາຍຄວນມີ
30 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

1. ມີທັດສະນະຄະຕິທີ່ດີຕໍ່ການຂາຍສິນຄ້າ ແລະ ຕໍ່ກັບລູກຄ້າ, ການຂາຍເປັນວຽກໜຶ່ງທີ່ຕ້ອງໃຊ້ຄວາມອົດທົນ ແລະ ຕ້ອງມີໃຈມັກຮັກ.
2. ມີຄວາມເຂົ້າໃຈກ່ຽວກັບບໍລິສັດ, ສິນຄ້າທີ່ຂາຍ, ຄູ່ແຂ່ງ ເພາະການສຶກສາຂໍ້ມູນກ່ຽວກັບສິນຄ້າ, ບໍລິການຂອງບໍລິສັດ ແລະ ຄູ່ແຂ່ງແມ່ນເປັນໂອກາດດີທີ່ຈະເຮັດໃຫ້ປະສົບຜົນສໍາເລັດເພີ່ມຂຶ້ນ.
3. ມີຄວາມສາມາດໃນການຂາຍຕາມຂັ້ນຕອນ ເລີ່ມຕັ້ງແຕ່ການສະເໜີການຂາຍ ການແກ້ໄຂຂໍ້ໂຕ້ແຍ້ງຂອງລູກຄ້າ ຈົນສາມາດປິດການຂາຍໄດ້.
4. ຕັ້ງໃຈເຮັດວຽກ ເພາະການຂາຍຕ້ອງໃຊ້ຄວາມສາມາດຂອງຕົນເອງລ້ວນໆ. ດັ່ງນັ້ນ, ວຽກຈຶ່ງຂຶ້ນກັບຄວາມຕັ້ງໃຈຂອງຕົນເອງ.
5. ການຂາຍເປັນວຽກທີ່ຕ້ອງມີຄວາມກະຕືລືລົ້ນຢູ່ຕະຫຼອດເວລາ. 

6. ນັກຂາຍຕ້ອງຮູ້ຈັກຄວບຄຸມຈິດໃຈ ແລະ ອາລົມໃຫ້ໄດ້ເພາະແຕ່ລະມື້ຈະໄດ້ພົບປະກັບລູກຄ້າຫຼາຍໆປະເພດທີ່ແຕກຕ່າງກັນ.
7. ມີຄວາມຄິດສ້າງສັນໃນການຂາຍ ນັກຂາຍຕ້ອງສາມາດຫາກົນລະຍຸດຕ່າງໆເພື່ອພັດທະນາການຂາຍ.
8. ບຸກຄະລິກກະພາບເປັນສ່ວນໜຶ່ງທີ່ສໍາຄັນ ເປັນຕົ້ນແມ່ນການເຂົ້າຫາຄົນ ເຮັດໃຫ້ລູກຄ້າຮູ້ສຶກສະບາຍໃຈ ແລະ ໄວ້ວາງໃຈ.
9. ມີສຸຂະພາບຮ່າງກາຍ ແລະ ຈິດໃຈດີ ເໜາະສໍາລັບການເຮັດວຽກປະເພດນີ້ ການຂາຍເປັນວຽກກົດດັນ ແລະ ວຸ່ນວາຍໃນແຕ່ລະມື້ ເພາະຕ້ອງໄດ້ພົບປະລູກຄ້າ ຫຼື ຕ້ອງໄດ້ແກ້ໄຂບັນຫາຕ່າງໆໃຫ້ລູກຄ້າຢູ່ສະເໝີ.
10. ມີຄວາມເປັນກັນເອງ, ມັກຄວາມມ່ວນຊື່ນ ຫຼື ມີນໍ້າໃຈ ເພາະເປັນສິ່ງທີ່ດີໃນການເຂົ້າຫາຄົນໄດ້ງ່າຍ.