ສໍາລັບທ່ານໃດທີ່ກໍາລັງຊອກວຽກຢູ່ ແລະ ຍັງບໍ່ຮູ້ວ່າຈະເລີ່ມຕົ້ນແນວໃດດີ? ພວກເຮົາຂໍແນະນໍາເຕັກນິກດີໆ ທີ່ຈະຊ່ວຍທ່ານໃນການຊອກວຽກທີ່ເໝາະສົມກັບທ່ານ ລອງມາຕິດຕາມນໍາກັນເລີຍ:
1. ວິເຄາະຄວາມຮູ້, ຄວາມສາມາດ, ປະສົບການ, ຈຸດແຂງ ແລະ ຈຸດອອ່ນຂອງຕົນເອງ, ຂັ້ນຕອນນີ້ຈະຊ່ວຍໃຫ້ຮູ້ວ່າວຽກຫຍັງທີ່ເໝາະກັບຕົນເອງທີ່ສຸດ, ມີຄຸນສົມບັດທີ່ເໝາະກັບວຽກນັ້ນໆຫຼາຍປານໃດ. ນອກຈາກນັ້ນ, ການວິເຄາະຕົນເອງຈະຊ່ວຍໃນການກຽມຄວາມພ້ອມໃນການຂຽນປະຫວັດຫຍໍ້ (CV) ໃນຂັ້ນຕໍ່ໄປຫຼາຍຂຶ້ນ.
2. ເຮັດການວິໄຈກ່ຽວກັບວຽກທີ່ຕົນເອງຕ້ອງການເຮັດວ່າ ປະຈຸບັນຕ້ອງໃຊ້ຄຸນສົມບັດ, ຄວາມສາມາດ ຫຼື ປະສົບການຫຍັງແດ່ ກົງກັບສິ່ງທີ່ເຮົາມີ ຫຼື ບໍ່?. ການວິໄຈສາມາດເຮັດໄດ້ໂດຍການຊອກວຽກຕາມເວັບໄຊ, ໜັງສືພີມ ຫຼື ບໍລິສັດເປົ້າໝາຍທີ່ຕ້ອງການເຂົ້າໄປເຮັດວຽກ ໃນກໍລະນີທີ່ຍັງຂາດຄຸນສົມບັດບາງຢ່າງ ຄວນກຽມພ້ອມ ເພື່ອຮຽນຮູ້ທັກສະຕ່າງໆເພີ່ມເຕີມ.
3. ວິເຄາະຄວາມຕ້ອງການ ຫຼື ຂໍ້ຈໍາກັດຂອງຕົນເອງ ບາງຄັ້ງວຽກໃໝ່ທີ່ຕົນເອງຕ້ອງການເຮັດອາດຈະບໍ່ສາມາດຕອບສະໜອງຄວາມຕ້ອງການເຊັ່ນ: ຄ່າຕອບແທນ, ການເດີນທາງ ຫຼື ປັດໄຈອື່ນໆ. ສິ່ງສໍາຄັນຄື ເຮົາຕ້ອງຈັດລໍາດັບຄວາມຕ້ອງການຂອງຕົນເອງ.
4. ຖ້າມີເປົ້າໝາຍສະເພາະວ່າຕ້ອງການເຮັດວຽກກັບບໍລິສັດໃດ ຫຼື ວຽກແບບໃດ? ລອງຄິດຫາໝູ່, ພີ່ນ້ອງ ຫຼື ຄົນທີ່ເຄີຍເຮັດວຽກນັ້ນໆ ເພື່ອສອບຖາມທັກສະຂອງວຽກໃນສາຍນັ້ນ ຫຼື ຄຸນສົມບັດທີ່ຈະສາມາດເຮັດວຽກກັບບໍລິສັດນັ້ນ. ຖ້າບໍ່ມີລອງເຂົ້າໄປຮ່ວມກຸ່ມຂອງບໍລິສັດນັ້ນໆເພື່ອເປັນການສ້າງໂອກາດ ແລະ ໄດ້ຮັບຂໍ້ມູນຂ່າວສານຫຼາຍຂຶ້ນ.
5. ຊອກຫາທາງເລືອກໃນສາຍອື່ນ, ນອກຈາກວຽກທີ່ຕົນເອງຕ້ອງການເຮັດແລ້ວ ຍັງມີວຽກອື່ນທີ່ໃກ້ຄຽງ ຫຼື ໃຊ້ຄວາມສາມາດ, ຄຸນສົມບັດ ຫຼື ປະສົບການທີ່ເຮົາມີ ບາງຄັ້ງການເຮັດວຽກອື່ນທີ່ໃກ້ຄຽງກັບວຽກທີ່ມັກອາດຈະເປັນການສ້າງໂອກາດ ແລະ ສ້າງຄວາມສຸກໃນການເຮັດວຽກໄດ້ເຊັ່ນກັນ.
6. ກຽມຕົວສະໝັກວຽກ: ການຂຽນປະຫວັດຫຍໍ້ (Curriculum vitae: CV) ແມ່ນການຂາຍຕົນເອງ ຖ້າຮູ້ວ່າບໍລິສັດທີ່ຈະສະໝັກວຽກຕ້ອງການບຸກຄະລາກອນ ທີ່ມີຄວາມສາມາດ ແລະ ຄຸນສົມບັດແບບໃດ ຖ້າຕົນເອງມີໃນສິ່ງທີ່ບໍລິສັດຕ້ອງການ ຄວນເນັ້ນຈຸດນັ້ນເປັນຈຸດສໍາຄັນໃນການຂຽນປະຫວັດຫຍໍ້ຂອງຕົນເອງ. ການຂຽນປະຫວັດຫຍໍ້ແມ່ນຕ້ອງຂຽນໃຫ້ຄົບຖ້ວນ, ອ່ານງ່າຍ, ຊັດເຈນ ແລະ ມີຄວາມເປັນມືອາຊີບ.
ສິ່ງສໍາຄັນທີ່ຈະຊ່ວຍໃຫ້ປະສົບຜົນສໍາເລັດໃນການຊອກວຽກຄື: ບໍ່ເລືອກວຽກຈົນເກີນໄປ ແລະ ຕ້ອງຕັ້ງຄວາມຫວັງໃນສິ່ງທີ່ເປັນໄປໄດ້. ຢ່າເລືອກ ຫຼື ຕັດສິນໃຈນໍາຄົນອື່ນ ເລືອກໃນສິ່ງທີ່ເປັນ ແລ້ວຈະໄດ້ວຽກທີ່ເໝາະກັບຕົນເອງ.
