108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ເທັກນິກການເຈລະຈາຕໍ່ລອງ Negotiation

ເທັກນິກການເຈລະຈາຕໍ່ລອງ Negotiation
23 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

ການເຈລະຈາຕໍ່ລອງນັ້ນບໍ່ວ່າຈະເປັນການເຈລະຈາກັບລູກຄ້າ ຫຼື ແມ້ແຕ່ກັບບຸກຄະລາກອນໃນໜ່ວຍງານດຽວກັນມັນກໍຕ້ອງມີຫຼັກການທີ່ຄ້າຍໆກັນ.

ການເຈລະຈານຳໄປສູ່ຂໍ້ຕົກລົງທີ່ເພິ່ງພໍໃຈກັນທັງສອງຝ່າຍຈຶ່ງຖືວ່າການເຈລະຈາຕໍ່ລອງນັ້ນປະສົບຄວາມສຳເລັດ ບໍ່ແມ່ນພຽງແຕ່ຝ່າຍໃດຝ່າຍໜຶ່ງພໍໃຈແຕ່ອີກຝ່າຍໜຶ່ງຍັງເຄືອງຢູ່.

 

ທີມງານຂໍນຳສະເໜີຫຼັກການ ຫຼື ວ່າເທັກນິກດີໆ ເຂົ້າໃຈງ່າຍໆດັ່ງຕໍ່ໄປນີ້:

 

1. ເກັບກຳຂໍ້ມູນຂອງຄູ່ເຈລະຈາໃຫ້ດີ: ຕ້ອງສຶກສາຂໍ້ມູນ ແລະ ປະເມີນຝ່າຍກົງກັນຂ້າມວ່າເຂົາຕ້ອງການຫຍັງ? ທ່ານຈຶ່ງສາມາດວາງແຜນຍື່ນຂໍ້ສະເໜີໄດ້ຢ່າງເໝາະສົມ. ເພາະຫາກທ່ານຍື່ນຂໍ້ສະເໜີ ທີ່ເຂົາບໍ່ສົນໃຈ ການເຈລະຈານັ້ນຍ່ອມບໍ່ເກີດຂໍ້ຕົກລົງທີ່ໜ້າເພິ່ງພໍໃຈຢ່າງແນ່ນອນ.

2. ພັດທະນາທັກສະການນຳສະເໜີໃຫ້ດີ: ຄວນຝຶກເວົ້າໃຫ້ຄ່ອງ, ກຽມຂໍ້ມູນໃຫ້ແນ່ນອນ, ໜ້າເຊື່ອຖື, ກະກຽມຄຳຕອບສຳລັບຄຳຖາມທີ່ຄາດວ່າຈະຖືກຖາມມີຫຍັງແດ່? ແລ້ວຝຶກຕອບຄຳຖາມເຫຼົ່ານັ້ນຢ່າງຄ່ອງແຄ້ວ.

3. ນຳສະເໜີຜົນປະໂຫຍດທີ່ຄູ່ເຈລະຈາຈະໄດ້ຮັບ: ບໍ່ຄວນເວົ້າເຖິງແຕ່ປະໂຫຍດຂອງຕົນເອງ ແຕ່ຄວນໃຫ້ອີກຝ່າຍໜຶ່ງຮູ້ເຖິງປະໂຫຍດ ແລະ ຜົນດີທີ່ເຂົາເຈົ້າຈະໄດ້ຮັບເພື່ອເປັນການໂນ່ມນ້າວຈິດໃຈໃຫ້ຕັດສິນໃຈ.

4. ນຳສະເໜີເງື່ອນໄຂທີ່ແຕກຕ່າງ: ການກະຕຸ້ນໃຫ້ການເຈລະຈາປະສົບຄວາມສຳເລັດນັ້ນຕ້ອງຮູ້ນຳສະເໜີເງື່ອນໄຂທີ່ແຕກຕ່າງ ແລະ ໂດດເດັ່ນເຮັດໃຫ້ຄູ່ເຈລະຈາຂອງທ່ານເຫັນໄດ້ວ່າປະໂຫຍດທີ່ເຂົາຈະໄດ້ຮັບຢ່າງຊັດເຈນ.

5. ສ້າງຄວາມໜ້າເຊື່ອຖື: ສະແດງຂໍ້ມູນໃຫ້ຫຼາຍ ຫາກຮູ້ຕົວວ່າທ່ານຕົກເປັນຮອງຍິ່ງຕ້ອງພະຍາຍາມສະແດງຂໍ້ມູນໃຫ້ຫຼາຍ ເພື່ອສ້າງຄວາມໜ້າເຊື່ອຖື.

6. ມີຄວາມຢືດຢຸ່ນ: ການຕໍ່ລອງທີ່ດີຕ້ອງຮູ້ຈັກປັບປ່ຽນກົນລະຍຸດ ໃຫ້ສອດຄ່ອງກັບສະຖານນະການຕົວຈິງຢ່າງທັນເຫດການ.

7. ສຸພາບ, ອ່ອນນ້ອມຖ່ອມຕົນ: ການວາງຕົວຂອງທ່ານຈະຕ້ອງມີຄວາມສຸພາບຖ່ອມຕົນ ຈະເຮັດໃຫ້ການເຈລະນານັ້ນລາບລື່ນກວ່າການສະແດງຕົນເໜືອກວ່າ ແລະ ໂອ້ອວດຕົນເອງ ແຕ່ກໍບໍ່ໝາຍເຖີງວ່າຕ້ອງຖ່ອມຕົວຈົນເກີນໄປຈົນເບິ່ງຄືຕ້ອຍຕ່ຳ ແລະ ເສຍປຽບໃນການເຈລະຈາຕໍ່ລອງ.

8. ບໍ່ຍົກປະໂຫຍດໃຫ້ຄູ່ເຈລະຈາງ່າຍເກີນໄປ: ຕ້ອງມີຈຸດຢືນໃນການເຈລະຈາຕໍ່ລອງ ບໍ່ເຮັດໃຫ້ເຂົາຮູ້ສຶກວ່າທ່ານຢາກຕົກລົງກັບເຂົາຈົນຍອມທຸກຢ່າງໂດຍງ່າຍດາຍ ຕ້ອງຮູ້ຈັກສະແດງທ່າທີເພື່ອຮັກສາຜົນປະໂຫຍດຂອງຝ່າຍຕົນເອງດ້ວຍ.

9. ກ້າປະຕິເສດ, ກ້າຮຽກຮ້ອງ: ຖ້າທ່ານບໍ່ກ້າປະຕິເສດທ່ານຈະເປັນຝ່າຍເສຍປຽບທັນທີ ດັ່ງນັ້ນທ່ານຕ້ອງເປັນຝ່າຍທີ່ກ້າປະຕິເສດກ້າບອກວ່າ: ຂໍຄິດເບິ່ງກ່ອນ ແລະ ກ້າຮຽກຮ້ອງໃນສິ່ງທີ່ຕ້ອງການດ້ວຍ ເມື່ອທ່ານຍັງບໍ່ພຶງພໍໃຈໃນການເຈລະຈາກໍຍັງບໍ່ຈຳເປັນຕ້ອງຮີບຟ້າວຕົກລົງ.

10. ຫາກເຈລະຈາບໍ່ສຳເລັດຕ້ອງກ້າທີ່ຈະຖອຍ: ຫາກຮູ້ຊັດເຈນວ່າເຂົາບໍ່ຕົກລົງນຳເຮົາແນ່ນອນ ກໍຕ້ອງກ້າທີ່ຈະຍົກເລີກການເຈລະຈານັ້ນທັນທີໃຫ້ໂອກາດທຸກຝ່າຍໄດ້ພັກຫາຍໃຈຈັກໄລຍະແລ້ວຄ່ອຍຕິດຕໍ່ເຂົ້າໄປໃໝ່ ໂດຍບໍ່ຮີບດ່ວນເກີນໄປ ແລະ ບໍ່ເຫີນຫ່າງດົນນານເກີນໄປຈົນເຮັດໃຫ້ອີກຝ່າຍໜຶ່ງຈື່ຂໍ້ມູນທີ່ເຄີຍລົມກັນບໍ່ໄດ້.

 

…ບໍ່ວ່າຜົນການເຈລະຈາຕໍ່ລອງຈະເປັນແນວໃດ ຂໍໃຫ້ຮັກສາມິດຕະພາບໄວ້ໃຫ້ໄດ້ ເພາະການເຈລະຈາທີ່ລົ້ມເຫຼວພຽງໜຶ່ງຄັ້ງ

ບໍ່ໄດ້ໝາຍວ່າ ການເຮັດວຽກ ແລະ ການປະກອບທຸລະກິດຂອງທ່ານ ກັບຄູ່ເຈລະຈາ ຂາດສະບັ້ນຕະຫຼອດການ.