108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ມາລະຍາດ ໃນການໄປສຳພາດ

ມາລະຍາດ ໃນການໄປສຳພາດ
23 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

1. ບໍ່ຄວນນຳ ຜູ້ປົກຄອງ ຫຼື ໝູ່ໄປນຳ ໃນຕອນນັດສຳພາດ ເພາະຈະສະແດງເຖີງຄວາມເປັນເດັກນ້ອຍ, ຄວນຈະມາດ້ວຍຕົນເອງ.

2. ຂະນະທີ່ນັ່ງຖ້າເອີ້ນສຳພາດຄວນນັ່ງຖ້າດ້ວຍ ກິລິຍາ, ມາລະຍາດ ທີ່ຮຽບຮ້ອຍ.

3. ເມື່ອຖືກເອີ້ນເຂົ້າຫ້ອງສຳພາດໃຫ້ເຄາະປະຕູກ່ອນເຂົ້າ.

4. ຍົກມືນົບ ແລະ ກ່າວທັກທາຍ ສະບາຍດີກັບຜູ້ສຳພາດ ທັນທີ ທີ່ພົບກັນ.

5. ຄວນຖ້າ ໃຫ້ຜູ້ສຳພາດ ອະນຸຍາດໃຫ້ນັ່ງກ່ອນ ຈຶ່ງນັ່ງບໍ່ຄວນດຶງຕັ້ງມານັ່ງເອງ.

6. ຂະນະທີ່ສຳພາດຄວນນັ່ງຢ່າງສັງລວມ ວາງມືເທິງຕັກ ຕາມຄວາມເໝາະສົມ ບໍ່ຄວນເອົາມື ໄວ້ເທິງໜ້າໂຕະ.

7. ບໍ່ຄວນວາງ ກະເປົາຂອງທ່ານ ເທິງໜ້າໂຕະ ທີ່ສຳພາດ, ໃຫ້ຊອກວາງຢູ່ທາງຂ້າງຕັ່ງທີ່ນັ່ງ.

8. ຂະນະທີ່ສຳພາດ ຢ່າວິຕົກ, ຢ່າກັງວົນຫຼາຍເກີນໄປ.

9. ຄວນມີສີໜ້າທີ່ ຍີ້ມແຍ້ມ ຂະນະທີ່ຕອບຄຳຖາມ ບໍ່ຄວນແນມເບິ່ງຜູ້ອື່ນ ຫຼື ແນມເບິ່ງບ່ອນອື່ນ ຫຼື ເພດານ.

10. ໃຫ້ ປິດສຽງໂທລະສັບຂະນະທີ່ທ່ານສຳພາດ ເພາະອາດຈະເຮັດໃຫ້ເສຍ ສະມາທິ ໃນການຕອບຄຳຖາມໄດ້.

11. ຖ້າຫາກໄອ ຫຼື ຈາມ ແມ່ນໃຫ້ມີມາລະຍາດໃຫ້ເອົາມືປິດປາກ ແລະ ກ່າວຂໍໂທດ.

12. ທຸກຄັ້ງທີ່ ຕອບຄຳຖາມ ຄວນມີຫາງສຽງລົງທ້າຍສະເໝີເຊັ່ນ: ໂດຍ, ເຈົ້າ, ແມ່ນແລ້ວ.

13. ຄວນຕອບຄຳຖາມດ້ວຍຂໍ້ຄວາມທີ່ ສັ້ນກະຊັບ ແລະ ໄດ້ໃຈຄວາມທີ່ສຳຄັນ ແລະ ຢ່າຕອບສັ້ນເກີນໄປໂດຍບໍ່ລົງລາຍລະອຽດ.

14. ເມື່ອສຳພາດແລ້ວ ຄວນກ່າວຄຳຂອບໃຈ ແລະ ຍົກມືຂອບໃຈ.