108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ສ້າງຄວາມສຸກໃນການເຮັດວຽກ

ສ້າງຄວາມສຸກໃນການເຮັດວຽກ
23 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

ເມື່ອຍບໍ່?? ເຫງົານອນບໍ່?? ຢາກໃຫ້ຮອດໂມງເລີກວຽກໄວໆແມ່ນບໍ່?

 

ມື້ນີ້ແອດມິນມີສິ່ງດີໆໃນການສ້າງຄວາມສຸກໃຫ້ໂຕເອງໃນການເຮັດວຽກ:

  1. 1. ໝັ່ນອອກກຳລັງກາຍ ແລະ ຮັບແສງແດດຕອນເຊົ້າ ເພຶ່ອຈະເຮັດໃຫ້ອາລົມດີ ແລະ ສຸຂະພາບແຂງແຮງ.
  2. 2. ຮັບປະທານອາຫານປະເພດໂປຣຕີນ: ວ່າຈະເປັນປະເພດ ຊີ້ນ, ນົມ, ໄຂ່ ເພື່ອຈະໄປຊ່ວຍສ້າງຮອກໂມນທີ່ເປັນຕົວຊ່ວຍໃຫ້ເຮົາຜ່ອນຄາຍ, ອາລົມດີ ແລະ ມີຄວາມຄິດສ້າງສັນ.
  3. 3. ຢູ່ກັບຄົນທີ່ເຮັດໃຫ້ເຮົາຍິ້ມໄດ້ ການຍິ້ມ ການຫົວ ການທີ່ໄດ້ຢູ່ກັບຄົນທີ່ຖືກໃຈ, ເຂົ້າໃຈກັນ ບໍ່ວ່າຈະເປັນເພດດຽວກັນ ຫຼື ເພດກົງກັນຂ້າມ, ຈະຊວ່ຍໃຫ້ຮ່າງກາຍຂອງຄົນເຮົາຫຼັ່ງສານເອັນໂດຟິນ ເປັນສານທີ່ເຮັດໃຫ້ເຮົາມີຄວາມສຸກ.
  4. 4. ນອນຫຼັບພັກຜ່ອນໃຫ້ພຽງພໍ 6-8 ຊົ່ວໂມງ ເພາະການທີ່ເຮົານອນບໍ່ພຽງພໍ ຫຼັບໆຕື່ນໆ ຈະເຮັດໃຫ້ເຮົາເກີດມີຄວາມຄຽດ ແລະ ຄວາມອິດເມື່ອຍ ແລະ ເຮົາອາດເຮັດວຽກໄດ້ບໍ່ເຕັມທີ່.
  5. 5. ຝຶກສະມາທິ ແລະ ຄິດບວກຕະຫຼອດ ພະຍາຍາມເບີ່ງໂລກໃນແງ່ດີ.
  6. 6. ມີໝູ່ທີ່ດີ ມີຄອບຄົວທີ່ອົບອຸ່ນ ມີຄົນອ້ອມຂ້າງທີ່ຄອຍຊ່ວຍເປັນກຳລັງໃຈ ຈະເຮັດໃຫ້ເຮົາມີຄວາມສຸກຫຼາຍຂື້ນ.
  7. 7. ຍອມຮັບການປ່ຽນແປງ ທຸກໆການປ່ຽນແປງເຮົາຈະໄດ້ຮຽນຮູ້ປະສົບການໃຫມ່ໆ.
  8.  

7ສິ່ງດີໆທີ່ຈະເຮັດໃຫ້ທ່ານຜູ້ອ່ານມີຄວາມສຸກໃນການເຮັດວຽກ ລອງໄປເຮັດເບິ່ງເດີ້, ແລ້ວວຽກຂອງທ່ານຈະບໍ່ໜ້າເບຶ່ອອີກຕໍ່ໄປ.