108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ຂໍ້ດີທີ່ໄດ້ຈາກການເຮັດວຽກເສີມ (PART TIME)

ຂໍ້ດີທີ່ໄດ້ຈາກການເຮັດວຽກເສີມ (PART TIME)
23 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

ມີລາຍຮັບພິເສດ

ເລຶ່ອງລາຍໄດ້ເປັນເຫດຜົນຫຼັກຢ່າງໜຶ່ງໃນການເຮັດວຽກພາດທາມ (Part-Time) ເພາະເປັນຊ່ອງທາງທີ່ເຮັດໃຫ້ສາມາດຫາເງິນມາຈ່າຍໃນເລຶ່ອງບັນເທີງຕ່າງໆ ແລະ ຊື້ສິ່ງຂອງທີ່ນອກເໜືອຄວາມຈຳເປັນ ຫຼື ໃນບາງກໍລະນີອາດເປັນຊ່ອງທາງຫາເງິນມາເພຶ່ອແບ່ງເບົາຄ່າໃຊ້ຈ່າຍໃນຄອບຄົວ.

 

ໄດ້ຮັບປະສົບການທີ່ມີຄຸນຄ່າ: ມີປະໂຫຍດຢ່າງມະຫາສານເມື່ອເຈົ້າຕ້ອງສະຫມັກວຽກໃນຖານະທີ່ເປັນນັກສຶກສາຈົບໃຫມ່ ແມ້ແຕ່ງານພາດທາມທີ່ເຈົ້າເຮັດຕອນຮຽນອາດຈະບໍ່ກ່ຽວຂ້ອງກັບງານທີ່ສະໝັກເລີຍ ແຕ່ຢ່າງໜ້ອຍເຈົ້າກໍຍັງຖືວ່າມີປະສົບການໃນສັງຄົມຂອງການເຮັດວຽກຢ່າງແທ້ຈິງ.

ມີຄວາມຮັບຜິດຊອບຫຼາຍຂື້ນ: ການຮຽນໄປນຳ ເຮັດວຽກໄປນຳ ໂດຍທີ່ທັງສອງຢ່າງບໍ່ສົ່ງຜົນກະທົບຕໍ່ກັນນັ້ນຈະເຮັດໃຫ້ເຈົ້າເປັນຄົນທີ່ມີຄວາມຮັບຜິດຊອບຫຼາຍຂື້ນ ການເລິ່ມຕົ້ນທີ່ຈະຮຽນຮູ້ທີ່ຈະຮັບຜິດຊອບໜ້າທີ່ຫຼາຍໆຢ່າງຕັ້ງແຕ່ອາຍຸຍັງນ້ອຍໆ ຈະເຮັດໃຫ້ເຈົ້າໄດ້ຕຽມໂຕສຳຫຼັບການທີ່ຈະຕ້ອງຮັບຜິດຊອບສິ່ງຕ່າງໆທີ່ຈະເຂົ້າມາໃນອານາຄົດ

ໄດ້ຮຽນຮູ້ທັກສະທີ່ມີປະໂຫຍດຕ່າງໆ: ການເຮັດວຽພາດທາມຈະເຮັດໃຫ້ເຈົ້າໄດ້ຮຽນຮູ້ທັກສະຕ່າງໆທີ່ບາງເທື່ອການຮຽນໜັງສືຢ່າງດຽວບໍ່ສາມາດສອນເຈົ້າໄດ້ເຊັ່ນ: ທັກສະການບໍລິຫານຈັດການເວລາຢ່າງມີປະສິດທິພາບ ການແກ້ບັນຫາຕ່າງໆທີ່ເກີດຂື້ນ ລະຫວ່າງເຈົ້າກັບເພຶ່ອນຮ່ວມງານ ທັກສະການເຮັດວຽກເປັນທີມ ແລະ service mind

ມີໂອກາດທີ່ຈະໄດ້ຮູ້ຈັກຄົນຫຼາຍຂື້ນ.

 

ການໄດ້ພົບປະຄົນອຶ່ນນອກເໜືອຈາກຄົນທີ່ຢູ່ໃນຮົ້ວວິທະຍາໄລ ຈະເຮັດໃຫ້ເຮົາມີການສ້າງສາຍສຳພັນຫຼາຍຂື້ນ ເຈົ້າອາດຈະມີໂອກາດໄດ້ພົບເຫັນຄົນທີ່ສາມາດເປັນບຸກຄົນທີ່ສາມາດອ້າງອີງໃຫ້ເຈົ້າເວລາສະໝັກວຽກ ຫຼື ອາດຈະໄດ້ວຽກປະຈຳຈາກການເຮັດວຽກພາດທາມ

ໄດ້ຮັບສິດທິພິເສດຕ່າງໆສຳລັບພະນັກງານ: ບາງທີ່ຈະມີສິດພິເສດສຳລັບພະນັກງານພາດທາມເຊັ່ນ: ການໄດ້ສ່ວນຫຼຸດຈາກການຊື້ສິນຄ້າ, ອາຫານ ແລະ ການບໍລິການຕ່າງໆ ຈາກທີ່ທີ່ເຮົາເຮັດວຽກ ຫຼື ລວມໄປເຖິງບັດປະກັນສັງຄົມ.