HR ແມ່ນຊື່ຫຍໍ້ຂອງ Human resource ແປຕາມໂຕໄດ້ຄວາມໝາຍວ່າ “ຊັບພະຍາກອນມະນຸດ” ໜ້າທີ່ຫຼັກຂອງ HR ແມ່ນການຈັດການກ່ຽວກັບເລື່ອງຊັບພະຍາກອນມະນຸດຂອງບໍລິສັດ “Human resource Management” ໂດຍໜ້າທີ່ຫຼັກໆຂອງ HR ຈະຄວບຄຸ້ມເລື່ອງເຫຼົ່ານີ້:
1. ການຊອກຫາ
ການຊອກຫາ ແມ່ນການຊອກຫາຄົນທີ່ເຂົ້າມາສະໝັກວຽກຕາມ Job Description ກ່ອນທີ່ຈະນໍາ ບຸກຄະລະກອນດັ່ງກ່າວ ທີ່ໄດ້ຈາກ Job Description ມາຄັດເລືອກຕໍ່ໄປ.
2. ການຄັດເລືອກ
ການຄັດເລືອກ ແມ່ນການເລືອກຄົນທີ່ເຮົາໄດ້ “ຊອກຫາ” ມາກ່ອນໜ້າ ເພື່ອເຂົ້າມາຕື່ມໃສ່ໃນ ຕໍາແໜ່ງທີ່ຕ້ອງການ ໃຫ້ເໝາະສົມຕາມ Job Specification ຂອງແຕ່ລະຕໍາແໜ່ງ.
3. ປະເມີນຜົນການປະຕິບັດວຽກ
ປະເມີນຜົນການເຮັດວຽກຂອງພະນັກງານ ໂດຍສິ່ງທີ່ໃຊ້ວັດຜົນການປະຕິບັດວຽກເອີ້ນວ່າ KPI ໂດຍການປະເມີນຜົນວຽກ ຂອງພະນັກງານຈະນໍາປະສູ່ການໃຫ້ລາງວັນ ຫຼື ການລົງໂທດ.
4. ອົບຮົມ ແລະ ພັດທະນາ
ວາງແຜນ ແລະ ຈັດການອົບຮົມ ເພື່ອພັດທະນາຄວາມສາມາດຂອງບຸກຄະລະກອນໃນອົງກອນ ໂດຍຈະຕ້ອງເລືອກວິທີທີ່ເໝາະສົມກັບຄວາມສາມາດທີ່ຕ້ອງການພັດທະນາ ແລະ ທໍາມະຊາດຂອງຄົນທີ່ຕ້ອງອົບຮົມດ້ວຍ.
5. ການຈັດການກ່ຽວກັບຜົນການຕອບແທນ
ຈັດການກ່ຽວກັບເລື່ອງຜົນການຕອບແທນຂອງພະນັກງານ ເຊິ່ງຫຼັກໆຈະແບ່ງອອກເປັນ 2 ແບບຄື: ຜົນຕອບແທນທີ່ເປັນເງິນ ກັບ ຜົນຕອບແທນທີ່ບໍ່ເປັນເງິນ.
ຜົນຕອບແທນທີ່ເປັນເງິນເຊັ່ນ: ເງິນໂບນັດ, ຄ່າຄອມມິຊັນ.
ຜົນຕອບແທນທີ່ບໍ່ເປັນເງິນເຊັ່ນ: ມື້ພັກ, ມື້ລາມພັກ, ການຊົມເຊີຍ, ການເລື່ອນຕໍາແໜ່ງ.
6. ການຈັດການດ້ານແຮງງານສໍາພັນ
ເປັນການຈັດການກ່ຽວກັບການສ້າງ ແລະ ຮັກສາຄວາມສໍາພັນລະຫວ່າງບໍລິສັດ ກັບ ພະນັກງານຂອງບໍລິສັດ.
