
ພະນັກງານສ້ອມແປງລົດເຄື່ອນທີ່ (Mobile Service Technician)
Automotive, Financial Service, IT Software & Services, Marketing and Communication Services, Trading & Distribution, Logistics, Restaurants / F&B / Catering, Fast-Moving Consumer Goods (FMCG), Media / Publishing / News, Retailer, Financial Technology (Fintech), Food and Beverage, Banking, Construction, Real Estate
Kolao Group
ໜ້າທີ່ຮັບຜິດຊອບຫຼັກ:
- ຮັບແຈ້ງ ແລະ ຮັບຜິດຊອບເຄສສ້ອມແປງລົດໄຟຟ້າ ແລະ ລົດຮັບ-ສົ່ງຂະໜາດນ້ອຍ (3W/4W).
- ກວດສອບ, ວິນິດໄສ ແລະ ແກ້ໄຂບັນຫາລົດ ລວມເຖິງລະບົບໄຟຟ້າ, ແບັດເຕີຣີ, ມໍເຕີ, ລະບົບເບກ ແລະ ລະບົບຊ່ວງລ່າງ.
- ອອກໄປສ້ອມແປງ ຫຼື ໃຫ້ການຊ່ວຍເຫຼືອລົດນອກສະຖານທີ່ຕາມທີ່ໄດ້ຮັບແຈ້ງ.
- ດຳເນີນການບຳລຸງຮັກສາຕາມຮອບ ແລະ ກວດສະພາບລົດໃຫ້ພ້ອມ ແລະ ປອດໄພ.
- ກວດສອບ ແລະ ທົດສອບລົດຫຼັງການສ້ອມແປງ ພ້ອມບັນທຶກລາຍການສ້ອມແປງ, ອາໄຫຼ່ ແລະ ປະຫວັດການບຳລຸງຮັກສາ.
- ດູແລ ແລະ ຮັກສາເຄື່ອງມື, ອຸປະກອນຊ່າງ ແລະ ພາຫະນະ Mobile Service ໃຫ້ພ້ອມໃຊ້ງານ.
- ປະສານງານກັບທີມງານ ແລະ ພະແນກທີ່ກ່ຽວຂ້ອງ ພ້ອມສະໜັບສະໜູນວຽກງານນອກສະຖານທີ່ຕາມຄວາມຈຳເປັນ.
- ປະຕິບັດວຽກອື່ນໆ ເຊັ່ນ: ຮັບ-ສົ່ງພະນັກງານ ຫຼື ອຸປະກອນ ແລະ ວຽກອື່ນໆຕາມທີ່ຫົວໜ້າມອບໝາຍ.
ຄຸນສົມບັດ ແລະ ປະສົບການທີ່ຕ້ອງການ:
- ຈົບຊັ້ນສູງ, ປະກາດສະນີຍະບັດ ຫຼື ປະລິນຍາຕີ ສາຂາຊ່າງລົດຍົນ, ໄຟຟ້າ, ເຄື່ອງກົນ, ວິສະວະກຳຍານຍົນ ຫຼື ສາຂາທີ່ກ່ຽວຂ້ອງ.
- ມີປະສົບການດ້ານການສ້ອມແປງລົດຍົນ, ການບຳລຸງຮັກສາ, ການບໍລິການລົດໄຟຟ້າ (EV) ຫຼື ການໃຫ້ບໍລິການນອກສະຖານທີ່ ຈະໄດ້ຮັບການພິຈາລະນາເປັນພິເສດ.
- ມີຄວາມຮູ້ດ້ານລະບົບໄຟຟ້າ, ແບັດເຕີຣີ, ມໍເຕີ, ລະບົບເບກ ແລະ ລະບົບຊ່ວງລ່າງ ພ້ອມທັງສາມາດໃຊ້ອຸປະກອນກວດວິນິດໄສລົດຍົນໄດ້.
- ສາມາດກວດສອບ, ວິນິດໄສ ແລະ ແກ້ໄຂບັນຫາລົດຍົນເບື້ອງຕົ້ນໄດ້.
- ມີໃບຂັບຂີ່ ແລະ ສາມາດອອກໄປປະຕິບັດງານນອກສະຖານທີ່ໄດ້.
- ມີຄວາມຮັບຜິດຊອບ, ລະອຽດຮອບຄອບ, ສາມາດແກ້ໄຂບັນຫາໜ້າວຽກໄດ້ດີ.
- ສາມາດເຮັດວຽກເປັນທີມ, ປະສານງານກັບພາກສ່ວນອື່ນ ແລະ ສາມາດເຮັດວຽກພາຍໃຕ້ແຮງກົດດັນໄດ້.
HOW TO APPLY
📧 Email: attstb@gmail.com
💬 WhatsApp: +856 2059992497
ພາສາທີ່ຕ້ອງການ
Laoລະດັບການເຮັດວຽກ
Experienced (non-manager)ປະສົບການ
1 - 2 Yearsການສຶກສາ
Higher Diplomaເງີນເດືອນ
ສາມາດຕໍ່ລອງໄດ້

Kolao Group
Automotive, Financial Service, IT Software & Services, Marketing and Communication Services, Trading & Distribution, Logistics, Restaurants / F&B / Catering, Fast-Moving Consumer Goods (FMCG), Media / Publishing / News, Retailer, Financial Technology (Fintech), Food and Beverage, Banking, Construction, Real Estate
ຄົນຕິດຕາມ: