108 Jobs

Open in 108 Jobs app

ພະນັກງານການຕະຫຼາດ LOGISTICS

Telecommunications

Star Telecom Co.Ltd ( Unitel Lao )

ຂະຫຍາຍຫາລູກຄ້າໃໝ່ ແລະ ເພີ່ມລາຍຮັບຈາກການສົ່ງເຄື່ອງໃນເຂດພື້ນທີ່ຂອງແຂວງ.

– ຮັບຜິດຊອບໂດຍກົງໃນການບໍລິຫານ, ຝຶກອົບຮົມ ແລະ ສະໜັບສະໜູນເຄືອຂ່າຍຕົວແທນ ແລະ ຈຸດໃຫ້ບໍລິການທີ່ຕົນເອງຮັບຜິດຊອບ; ຮັບຜິດຊອບທັງດ້ານປະລິມານງານ ແລະ ຄຸນນະພາບການໃຫ້ບໍລິການຂອງຕົວແທນເຫຼົ່ານັ້ນ.

– ດູແລລູກຄ້າດ້ານການຄ້າໃນພື້ນທີ່: ຮັກສາລູກຄ້າ, ເຈລະຈາລາຄາ, ກວດສອບ ແລະ ກະທົບຍອດ COD ກັບລູກຄ້າໃນທ້ອງຖິ່ນ; ຕິດຕາມສະຖານະພັດສະດຸ ແລະ ເລັ່ງລັດບັນດາຈຸດປະສານງານໃນເຄືອຂ່າຍ Unitel Logistics ເພື່ອໃຫ້ພັດສະດຸຂອງລູກຄ້າທີ່ຕົນເອງຮັບຜິດຊອບ ສາມາດເຖິງປາຍທາງຕາມເວລາທີ່ກຳນົດ.

– ເປັນຈຸດປະສານງານຫຼັກໃນການດູແລຕົວແທນ ແລະ ລູກຄ້າພາຍໃນແຂວງ ..

– ເປັນຈຸດປະສານງານຫຼັກ ແລະ ຮັບຜິດຊອບ KPI Last Mile ຢູ່ຕົວແທນພາຍໃນແຂວງ: ຮັບປະກັນເວລາ ແລະ ອັດຕາສ່ວນນຳຈ່າຍສຳເລັດຂອງຕົວແທນໃຫ້ເປັນໄປຕາມລະບຽບ; ອັດຕາການຈ່າຍ COD ສຳເລັດ, ອັດຕາພັດສະດຸຄ້າງ, ການສູນເສຍ ແລະ ການເສຍຫາຍຂອງສິນຄ້າຢູ່ຮ້ານຕົວແທນ; ຮັບຜິດຊອບວຽກງານຕ່າງໆທີ່ກ່ຽວຂ້ອງກັບການດຳເນີນງານຂອງຮ້ານຕົວແທນ, ຄວບຄຸມຄຸນນະພາບໃນຂັ້ນຕອນຮັບເຂົ້າ (ສິນຄ້າຕ້ອງຫ້າມ, ການບັນຈຸ, ການຊັ່ງນ້ຳໜັກ – ວັດຂະໜາດ – ສະແກນ).

- ລາຍຮັບສະເລ່ຍລາຍຮັບ: 5,500,000 - 10,000,000 ກິບ/ຄົນ/ເດືອນ 

- ພິຈະລະນາຂື້ນເງິນເດືອນທຸກປີ ຫຼື ສະເໜີຂື້ນແບບພິເສດໂດຍອິງຕາມຜົນງານ, ເງິນໂບນັດ ແລະ ເງິນຕາມໃຕມາດ (ອິງຕາມການດໍາເນີນທຸລະກິດຂອງບໍລິສັດ)

- ເງິນເດືອນຂອງແຕ່ລະຕໍາແໜ່ງແມ່ນສາມາດຕໍ່ລອງກັນໄດ້ໃນເວລາສໍາພາດ: ໂດຍຕີລາຄາຕາມປະສົບການ, ຄວາມສາມາດ, ທັດສະນະຄະຕິ, ຄວາມເໝາະສົມກັບຕໍາແໜ່ງທີ່ທາງບໍລິ ສັດປະກາດຮັບ

- ໄດ້ຮັບໂອກາດຝືກອົບຮົມກັບຜູ່ຊ່ຽວຊານ  ທັງພາຍໃນ ແລະ ຕ່າງປະເທດ

- ປະກັນໄພ, ກວດສຸຂະພາບປະຈໍາປີ, ນະໂຍບາຍລາພັກປະຈໍາປີ,ພັກຕາມເທດສະການ, ນະໂຍບາຍຊ່ວຍເງິນຄ່າເດີນທາງກັບເມື່ອຢ້ຽມຢາມບ້ານເກີດ, ນະໂຍບາຍຂອງຂວັນວັນເກີດ, ເງິນຕາມເທດສະການພິເສດຕ່າງໆ

ສະຫວັດດີການອື່ນໆ ຕໍ່ຕົນເອງ ແລະ ຄອບຄົວຕາມຂໍ້ກໍານົດສະເພາະ.

ສາມາດເບີ່ງລາຍລະອຽດ ແລະ ສະໝັກໄດ້ທີ່

Website: https://careers.unitel.com.la/lo ຫຼືສະແກນ QR ດ້ານລຸ່ມ

ຫຼື ສາມາດມາຍື່ນເອກະສານດ້ວຍຕົນເອັງໄດ້ທີ່ ສໍານັກງານໃຫຍ່ ບ້ານໂພນໃຊ,ເມືອງໃຊເສດຖາ, ນະຄອນຫຼວງວຽງຈັນ

E-mail: unitel.hr@unitel.com.la  

ເບີໂທຕິດຕໍ່ : 020 97978936 ສອບຖາມລາຍລະອຽດດ້ານການສະໝັກພະນັກງານໄດ້ ໃນໂມງລັດທະການ 


  • ພາສາທີ່ຕ້ອງການ

    Lao, English, Vietnamese, Vietnam
  • ລະດັບການເຮັດວຽກ

    Fresh Graduate / Entry Level
  • ປະສົບການ

    New Graduate
  • ການສຶກສາ

    Diploma Degree
  • ເງີນເດືອນ

    5,500,000 - 10,000,000 ₭

Star Telecom Co.Ltd ( Unitel Lao )

Telecommunications

ຄົນຕິດຕາມ: