
ຜູ້ຊ່ວຍບັນຊີ ແລະ ກວດສອບ
Consulting
ບໍລິສັດທີ່ປຶກສາ ແລະ ບໍລິການ ແອ໋ກມິນຈຳກັດ
ປະກາດຮັບສະໝັກພະນັກງານ — ຕໍາແໜ່ງ ຜູ້ຊ່ວຍບັນຊີ ແລະ ກວດສອບ
ບໍລິສັດ ແອັກມິນ ທີ່ປຶກສາ ແລະ ບໍລິການ ຈໍາກັດ (ACCMIN Consulting and Services Co., Ltd.) ເປັນບໍລິສັດທີ່ປຶກສາ ທີ່ເນັ້ນການເຕີບໂຕແບບຍືນຍົງ ໃນ ສປປ ລາວ. ພວກເຮົາໃຫ້ບໍລິການດ້ານບັນຊີ, ກວດສອບ, ການປະເມິນຜົນການດຳເນີນງານ ແລະ ການຄຸ້ມຄອງການເງິນ ຢ່າງຄົບວົງຈອນ ເຊັ່ນ: ການສ້າງ ແລະ ທົບທວນລະບົບ, ການປະເມີນຄວາມສ່ຽງ, ການກະກຽມລາຍງານການເງິນ ແລະ ການສ້າງຄວາມອາດສາມາດ ໃຫ້ແກ່ລູກຄ້າທັງພາຍໃນ ແລະ ສາກົນ. ລູກຄ້າຂອງພວກເຮົາປະກອບມີ ໂຄງການທີ່ໄດ້ຮັບທຶນຈາກຜູ້ໃຫ້ທຶນ, ອົງການບໍ່ສະແຫວງຫາຜົນກໍາໄລ, ວິສາຫະກິດເອກະຊົນ ແລະ ສະຖາບັນການເງິນຈຸລະພາກ.
ເນື່ອງຈາກຈໍານວນລູກຄ້າເພີ່ມຂຶ້ນ, ບໍລິສັດຈຶ່ງມີຄວາມຕ້ອງການຮັບສະໝັກພະນັກງານ ທີ່ມີຄວາມກະຕືລືລົ້ນ ແລະ ມັກການຮຽນຮູ້ຢ່າງຕໍ່ເນື່ອງ ເພື່ອເຂົ້າຮ່ວມທີມງານກວດສອບ ແລະ ຮັບປະກັນ.
ລາຍການ | ລາຍລະອຽດ |
ຕໍາແໜ່ງ | ຜູ້ຊ່ວຍບັນຊີ ແລະ ກວດສອບ |
ລະດັບ | ລະດັບເລີ່ມຕົ້ນ / ພະນັກງານໃໝ່ |
ຈໍານວນທີ່ຕ້ອງການ | 2 ຕໍາແໜ່ງ |
ຂຶ້ນກັບ | ຫົວໜ້າທີມກວດສອບ / ຜູ້ກວດສອບອາວຸໂສ |
ສະຖານທີ່ເຮັດວຽກ | ນະຄອນຫຼວງວຽງຈັນ ແລະ ເດີນທາງໄປຫາລູກຄ້າຕາມຄວາມຈໍາເປັນ |
ປະເພດການຈ້າງງານ | ເຕັມເວລາ, ມີໄລຍະທົດລອງວຽກ 3 ເດືອນ |
ໜ້າທີ່ ແລະ ຄວາມຮັບຜິດຊອບຫຼັກ
ພາຍໃຕ້ການຊີ້ນໍາຂອງຫົວໜ້າທີມງານ, ທ່ານຈະ:
ວຽກງານກວດສອບ ແລະ ຮັບປະກັນ
- ຊ່ວຍກະກຽມແຜນການກວດສອບ ແລະ ລາຍການເອກະສານທີ່ຕ້ອງການຈາກລູກຄ້າ
- ປະຕິບັດວຽກກວດສອບພາກສະໜາມ ໃນພາກສ່ວນທີ່ໄດ້ຮັບມອບໝາຍ ເຊັ່ນ: ເງິນສົດ ແລະ ທະນາຄານ, ລູກໜີ້, ເຈົ້າໜີ້, ຊັບສົມບັດຄົງທີ່, ເງິນເດືອນ ແລະ ລາຍຈ່າຍຈາກທຶນຊ່ວຍເຫຼືອ
- ເກັບກໍາ, ກວດກາ ແລະ ບັນທຶກຫຼັກຖານການກວດສອບ ໃນເອກະສານເຮັດວຽກແບບເອເລັກໂຕຣນິກ ແລະ ລະບົບກວດສອບອອນລາຍ
- ທົດສອບລາຍການທຸລະກໍາ ໃຫ້ສອດຄ່ອງກັບນະໂຍບາຍຂອງລູກຄ້າ, ຄູ່ມືການຈັດຊື້ ແລະ ສັນຍາທຶນຊ່ວຍເຫຼືອຂອງຜູ້ໃຫ້ທຶນ
- ຊ່ວຍສັງລວມຜົນການກວດສອບ ແລະ ຮ່າງບາງພາກສ່ວນຂອງບົດລາຍງານການກວດສອບ ແລະ ຈົດໝາຍແນະນໍາຕໍ່ຄະນະບໍລິຫານ
- ຕິດຕາມບັນຫາທີ່ຍັງຄ້າງກັບລູກຄ້າ ໃນລະຫວ່າງການປະຕິບັດວຽກ
- ຈັດເກັບແຟ້ມເອກະສານເຮັດວຽກ ໃຫ້ເປັນລະບົບ ແລະ ຄົບຖ້ວນ ຕາມຄູ່ມືການຄຸ້ມຄອງຄຸນນະພາບຂອງ ACCMIN ແລະ ມາດຕະຖານການກວດສອບສາກົນ (ISA)
ວຽກງານບັນຊີ ແລະ ທີ່ປຶກສາ
- ຊ່ວຍວຽກບັນທຶກບັນຊີ, ການກະທົບຍອດທະນາຄານ ແລະ ການກະກຽມລາຍງານການເງິນໃຫ້ລູກຄ້າ
- ສະໜັບສະໜູນການທົບທວນ ແລະ ການສ້າງລະບົບບັນຊີ ແລະ ລະບົບຄວບຄຸມພາຍໃນ
- ກະກຽມຕາຕະລາງ, ບົດວິເຄາະ ແລະ ລາຍງານຕ່າງໆ ຕາມການມອບໝາຍຂອງທີມງານ
ວຽກງານທົ່ວໄປ
- ພົວພັນກັບລູກຄ້າຢ່າງເປັນມືອາຊີບ ທັງແບບເຊີງໜ້າ ແລະ ອອນລາຍ
- ເຂົ້າຮ່ວມການຝຶກອົບຮົມພາກປະຕິບັດຕົວຈິງ ແລະ ກິດຈະກໍາສ້າງຄວາມອາດສາມາດຂອງບໍລິສັດ
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ
ຄຸນສົມບັດ ແລະ ເງື່ອນໄຂ
ຄຸນສົມບັດທີ່ຈໍາເປັນ
- ຈົບປະລິນຍາຕີ ສາຂາບັນຊີ, ການເງິນ, ກວດສອບ, ກົດໝາຍ ຫຼື ສາຂາທີ່ກ່ຽວຂ້ອງ
- ມີປະສົບການດ້ານບັນຊີ ຫຼື ກວດສອບ 0–2 ປີ (ນັກສຶກສາຈົບໃໝ່ທີ່ມີຜົນການຮຽນດີ ສາມາດສະໝັກໄດ້)
- ມີຄວາມເຂົ້າໃຈພື້ນຖານຫຼັກການບັນຊີ; ມີຄວາມຮູ້ກ່ຽວກັບ IFRS, IPSAS ຫຼື ISA ຈະພິຈາລະນາພິເສດ
- ນໍາໃຊ້ຄອມພິວເຕີໄດ້ດີ, ໂດຍສະເພາະ Microsoft Excel ແລະ Word
- ສາມາດເວົ້າ ແລະ ຂຽນ ພາສາລາວ ໄດ້ດີ, ຖ້າໄດ້ພາສາອັງກິດຈະພິຈາລະນາພິເສດ
- ພ້ອມເດີນທາງໄປປະຕິບັດວຽກຢູ່ສະຖານທີ່ຂອງລູກຄ້າໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງ
ຄຸນສົມບັດທີ່ພິຈາລະນາພິເສດ
- ກໍາລັງສຶກສາ Lao CPA, ACCA, CPA ຫຼື ວຸດທິທຽບເທົ່າ
- ມີປະສົບການຝຶກງານ ຫຼື ເຮັດວຽກ ຢູ່ບໍລິສັດກວດສອບ, ໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອ, ອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານ ຫຼື ສະຖາບັນການເງິນຈຸລະພາກ
- ມີປະສົບການນໍາໃຊ້ໂປຣແກຣມບັນຊີ ແລະ ກວດສອບ
ຄຸນລັກສະນະສ່ວນບຸກຄົນທີ່ພວກເຮົາໃຫ້ຄວາມສຳຄັນ:
- ຄວາມຊື່ສັດ ແລະ ການຍຶດໝັ້ນຈັນຍາບັນວິຊາຊີບ ແລະ ການຮັກສາຄວາມລັບ
- ຄວາມເຊື່ອໝັ້ນໄດ້ ແລະ ຄວາມລະອຽດຖີ່ຖ້ວນ
- ຄວາມເປັນເຈົ້າຕົນເອງ ແລະ ຄວາມກະຕືລືລົ້ນ ໃນການຮຽນຮູ້
- ແນວຄິດສ້າງສັນ ແລະ ການແກ້ໄຂບັນຫາ
- ສາມາດເຮັດວຽກໃຫ້ທັນກໍານົດເວລາ, ເຮັດຫຼາຍວຽກພ້ອມກັນ ແລະ ເຮັດວຽກເປັນທີມພາຍໃຕ້ຄວາມກົດດັນໄດ້
ສິ່ງທີ່ພວກເຮົາສະໜອງໃຫ້:
- ການຝຶກອົບຮົມ ແລະ ການເປັນພີ່ລ້ຽງຢ່າງເປັນລະບົບ, ລວມທັງລະບົບບັດດີ້ (Buddy) ສໍາລັບພະນັກງານໃໝ່
- ການສະໜັບສະໜູນການພັດທະນາວິຊາຊີບ ແລະ ການຮຽນ CPA
- ໂອກາດໄດ້ຮຽນຮູ້ມາດຕະຖານສາກົນ (IFRS, IPSAS, ISA) ແລະ ເຮັດວຽກກັບລູກຄ້າທີ່ຫຼາກຫຼາຍ
- ເງິນເດືອນ ແລະ ສະຫວັດດີການທີ່ເໝາະສົມ ຕາມນະໂຍບາຍຂອງ ACCMIN ແລະ ກົດໝາຍວ່າດ້ວຍແຮງງານ ຂອງ ສປປ ລາວ, ລວມທັງປະກັນສັງຄົມ ພາຍຫຼັງຜ່ານໄລຍະທົດລອງວຽກ
ວິທີການສະໝັກ
ກະລຸນາສົ່ງເອກະສານດັ່ງນີ້:
- ສະມັກຕາມແບບຟອມໃນລີງ: https://forms.gle/J4vRhkuyq7vtF8Tp8
- ກໍານົດປິດຮັບສະໝັກ: ວັນທີ 15 ຕຸລາ 2026
- ສອບຖາມຂໍ້ມູນເພີ່ມເຕີມ: contactus@accminlao.com
ສະເພາະຜູ້ສະໝັກທີ່ຜ່ານການຄັດເລືອກເບື້ອງຕົ້ນ ຈຶ່ງຈະໄດ້ຮັບການຕິດຕໍ່ ເພື່ອເຂົ້າສອບເສັງຂຽນ ແລະ ສໍາພາດ.
ACCMIN ໃຫ້ໂອກາດທີ່ສະເໝີພາບໃນການຈ້າງງານ. ພວກເຮົາຄັດເລືອກຜູ້ສະໝັກ ໂດຍອີງໃສ່ຄວາມສາມາດ ແລະ ທັດສະນະຄະຕິ ໂດຍບໍ່ຈໍາແນກ ເພດ, ອາຍຸ, ຊົນເຜົ່າ, ສາສະໜາ, ຄວາມພິການ ຫຼື ສະຖານະອື່ນໆ. ຜູ້ທີ່ໄດ້ຮັບການຄັດເລືອກ ຈະຕ້ອງລົງນາມໃນໃບຢັ້ງຢືນຄວາມເປັນເອກະລາດ ແລະ ການຮັກສາຄວາມລັບ ຕາມຂໍ້ກໍານົດການຄຸ້ມຄອງຄຸນນະພາບຂອງບໍລິສັດ.
ພາສາທີ່ຕ້ອງການ
Lao, Englishລະດັບການເຮັດວຽກ
Fresh Graduate / Entry Levelປະສົບການ
New Graduateການສຶກສາ
Diploma Degree

ບໍລິສັດທີ່ປຶກສາ ແລະ ບໍລິການ ແອ໋ກມິນຈຳກັດ
Consulting
ຄົນຕິດຕາມ: