108 Jobs

Open in 108 Jobs app

Trainer/ຄູຝຶກ

Financial Technology (Fintech), IT Software & Services, Financial Service

LTS Ventures Sole Co., Ltd.

ຄູຝຶກ

ໃນຖານະຄູຝຶກ, ທ່ານສາມາດວາງແຜນ ແລະ ດຳເນີນການຝຶກອົບຮົມກ່ຽວກັບການເງິນ ແລະ ທຸລະກິດໃຫ້ແກ່ຊຸມຊົນ ແລະ ພະນັກງານພາກສະໜາມ. ການຝຶກອົບຮົມຈັດຂຶ້ນທັງຢູ່ນະຄອນຫລວງວຽງຈັນ ແລະ ຢູ່ຕ່າງແຂວງ. ທ່ານສາມາດສ້າງເອກະສານການຝຶກອົບຮົມ, ດຳເນີນການຝຶກອົບຮົມ, ແລະ ກວດເບິ່ງວ່າມັນໄດ້ຜົນດີບໍ່, ພ້ອມທັງຮຽນຮູ້ວິທີສອນ ແລະ ຊ່ວຍເຫຼືອລູກຄ້າໃຫ້ດີຂຶ້ນຢູ່ສະເໝີ.


ເພື່ອເຮັດວຽກນີ້ໄດ້ດີ, ທ່ານຄວນມີປະສົບການເປັນຄູຝຶກ ແລະ ມັກແບ່ງປັນຄວາມຮູ້ໃຫ້ຄົນອື່ນ. ທ່ານຄວນຮູ້ສຶກສະບາຍໃຈໃນການເວົ້າຕໍ່ໜ້າຄົນຫຼາຍໆກຸ່ມ, ມີທັກສະການສື່ສານທີ່ດີ, ແລະ ເກັ່ງທັງພາສາລາວ ແລະ ພາສາອັງກິດ. ປະສົບການເຮັດວຽກຢູ່ເຂດຊົນນະບົດຂອງລາວແມ່ນພິຈາລະນາເປັນພິເສດ (ບໍ່ມີປະສົບການກໍ່ຮັບ).


ຄວາມຮັບຜິດຊອບ:

  • ລົງພື້ນທີ່ສຶກສາ ແລະ ສຳຫຼວດຢູ່ເຂດຊົນນະບົດຂອງລາວ
  • ສ້າງໂຄງການ ແລະ ເອກະສານການຝຶກອົບຮົມກ່ຽວກັບການເງິນ ແລະ ທຸລະກິດ
  • ໂທຫາລູກຄ້າທີ່ອາດສົນໃຈ ເພື່ອສະເໜີການຝຶກອົບຮົມ
  • ດຳເນີນການຝຶກອົບຮົມຫຼາຍຮູບແບບ ເຊັ່ນ: ໃນຫ້ອງຮຽນ, ອອນລາຍ ຫຼື ຜ່ານກອງປະຊຸມທາງເວັບ
  • ກວດເບິ່ງວ່າການຝຶກອົບຮົມໄດ້ຜົນດີບໍ່ ແລະ ຕິດຕາມຜູ້ເຂົ້າຮ່ວມ
  • ເຮັດວຽກຮ່ວມກັບຊຸມຊົນ, ອຳນາດການປົກຄອງທ້ອງຖິ່ນ, ພະນັກງານພາກສະໜາມ ແລະ ຄູ່ຮ່ວມໂຄງການ
  • ຊ່ວຍເຫຼືອ ແລະ ປະສານງານກັບພະນັກງານພາກສະໜາມຂອງ LTS ເມື່ອຕ້ອງການ
  • ຂຽນບົດລາຍງານກິດຈະກຳ, ບົດລາຍງານການຝຶກອົບຮົມ, ການນຳສະເໜີ ແລະ ເອກະສານໂຄງການອື່ນໆ
  • ສະໜັບສະໜູນທະນາຄານບ້ານ, ໂຄງການສ້າງຄວາມຮູ້ດ້ານການເງິນ ແລະ ໂຄງການພາກສະໜາມອື່ນໆ


ຄຸນສົມບັດ:

  • ປະລິນຍາຕີດ້ານການບໍລິຫານທຸລະກິດ, ການສຶກສາ, ການຝຶກອົບຮົມ, ຊັບພະຍາກອນມະນຸດ ຫຼື ສາຂາທີ່ກ່ຽວຂ້ອງ
  • ມີປະສົບການເຮັດວຽກເປັນຄູຝຶກ
  • ມີຄວາມຮູ້ດ້ານການເງິນ ຫຼື ມີປະສົບການເຮັດວຽກດ້ານການເງິນ
  • ເວົ້າ ແລະ ຂຽນໄດ້ທັງພາສາລາວ ແລະ ພາສາອັງກິດ
  • ເຕັມໃຈເດີນທາງໄປເຂດຊົນນະບົດ
  • ເກັ່ງໃນການຕັດສິນໃຈ ແລະ ການຈັດລະບຽບວຽກງານ
  • ສາມາດອະທິບາຍຂໍ້ມູນໄດ້ຢ່າງຊັດເຈນ ແລະ ໜ້າສົນໃຈຕໍ່ຜູ້ຟັງທີ່ຫຼາກຫຼາຍ
  • ມີທັກສະຄອມພິວເຕີທີ່ດີ, ລວມທັງ MS Office ແລະ ໂປຣແກຣມຝຶກອົບຮົມ
  • ມີປະສົບການກັບເຄື່ອງມືເກັບກຳຂໍ້ມູນ ຫຼື ລາຍງານແບບດິຈິຕອລແມ່ນພິຈາລະນາເປັນພິເສດ
  • ມີພື້ນຖານດ້ານການພັດທະນາຊົນນະບົດ ຫຼື ໄອທີແມ່ນພິຈາລະນາເປັນພິເສດ


ວິທີການສະໝັກ:

ຫາກທ່ານສົນໃຈ, ກະລຸນາສົ່ງໃບຊີວະປະຫວັດ ແລະ ໜັງສືສະໝັກງານມາທີ່ Tim@LTSVentures.com ຫຼືໂທ 020 55599790. ສະໝັກພາຍໃນວັນທີ 15 ຕຸລາ 2026. ພວກເຮົາຫວັງວ່າຈະໄດ້ຮັບຂ່າວຄາວຈາກທ່ານ!


 
 

Trainer

As a Trainer, you will plan and run trainings on finance and business topics for communities and field staff. Sessions take place both in Vientiane and in the provinces. You will create training materials, run the trainings, and check how well they work, while keeping up with good ways to teach and support clients.


To do well in this role, you should have experience as a Trainer and enjoy sharing knowledge with others. You should feel comfortable speaking in front of different groups, have good communication skills, and be strong in both Lao and English. Experience working in rural areas of Laos is a plus but not required.


Responsibilities:

  • Carry out field studies and surveys in rural areas of Laos
  • Create training programs and materials on finance and business topics
  • Call potential customers to offer trainings
  • Run trainings using different methods, such as in a classroom, online or in webinars
  • Check how well trainings worked and follow up with participants
  • Work together with communities, local authorities, field staff and project partners
  • Support and help coordinate LTS field staff when needed
  • Write activity reports, training reports, presentations and other project documents
  • Support village banks, financial literacy programs and other field projects


Requirements:

  • A degree in Business Administration, Education, Training, HR or a related field
  • Experience working as a Trainer
  • Knowledge of financial literacy, or experience in finance
  • Can speak and write both Lao and English
  • Willing to travel to rural areas
  • Good at making decisions and staying organized
  • Can explain information clearly and in an interactive way to different audiences
  • Good computer skills, including MS Office and training software
  • Experience with digital data collection or reporting tools is a plus
  • A background in Rural Development or IT is a plus


How to Apply:

If you are interested, please send your resume and cover letter to Tim@LTSVentures.com or call 020 55599790. Apply by October 15, 2026. We look forward to hearing from you!


  • ພາສາທີ່ຕ້ອງການ

    Lao, English
  • ລະດັບການເຮັດວຽກ

    Experienced (non-manager)
  • ປະສົບການ

    1 - 2 Years
  • ການສຶກສາ

    Bachelor Degree

LTS Ventures Sole Co., Ltd.

Financial Technology (Fintech), IT Software & Services, Financial Service

ຄົນຕິດຕາມ: