
ພະນັກງານຝ່າຍຂາຍ/Sales Representative (ແຂວງໄຊຍະບູລີ)
Industrial / Manufacturing
Heineken Lao Brewery Co.,Ltd
Key Responsibility:
- ແບບແຜນການຕະຫຼາດ/ການຂາຍໃຫ້ຮ້ານຄ້າຢ່າງມີປະສິດທິພາບ ຕາມແບບແຜນວຽກທາງວາງອອກ ແລະ ດໍາເນີນຕາມແຜນການເດີນທາງ
- ກວດສອບຄືນໃຫ້ໝັ້ນໃຈວ່າມີການດຳເນີນການ ແລະ ຄຸ້ມຄອງໂປໂມຊັ້ນຂັ້ນສູນກາງ ແລະ ທ້ອງຖິ່ນຕາມທ້ອງຕະຫຼາດ/ຮ້ານຄ້າ ທີ່ກຳນົດຢ່າງມີປະສິທິພາບ ເພື່ອໃຫ້ໝັ້ນໃຈວ່າ ມີມາດຕະຖານຄຸນນະພາບ ການຈັດຈໍານ່າຍທີ່ລູກຄ້າມອງເຫັນ ແລະ ສົ່ງເສີມການຂາຍທັງໝົດ
- ເສີມສ້າງສາຍພົວພັນການເຮັດວຽກຢ່າງໃກ້ຊິດຮ່ວມກັບບັນດາຮ້ານຄ້າ ຮ້ານອາຫານ ເພື່ອຮັບປະກັນຜົນປະໂຫຍດຮ່ວມກັນທັງສອງຝ່າຍ
- ເຮັດວຽກຢ່າງຈິງຈັງ ແລະ ຮັບປະກັນຈັດວາງສິນຄ້າໃນເຊີງກົນລະຍູດໃນແຕ່ລະຮ້ານຄ້າຢ່າງເໝາະສົມ
- ສົ່ງຂໍ້ສະເໜີທີ່ມີປະສິດທິພາບໄປຫາຫົວໜ້າສາຍງານຝ່າຍຂາຍ/ຜູ້ຈັດການຝ່າຍຂາຍປະຈໍາພື້ນທີ່ (RSM) ກ່ຽວກັບຂໍ້ມູນທ້ອງຕະຫຼາດເພື່ອໃຫ້ໄດ້ປຽບໃນການແຂ່ງຂັນໂດຍຢັບຢັ້ງການເຄື່ອນໄຫວຂອງຄູ່ແຂ່ງ ແລະ ດຳເນີນການຕາມມາດຕະການຕອບໂຕ້
- ຈັດຈໍານ່າຍແບຮນສິນຄ້າ ແລະ ແພັກສິນຄ້າໃຫ້ຮ້ານຄ້າຢ່າງຖືກຕ້ອງ ແລະ ເໝາະສົມ ຕາມເຂດການຄຸ້ມຄອງ/ພື້ນທີ່ຕະຫຼາດ ທີ່ສອດຄ່ອງກັບການກຳນົດມາດຕະຖານຂອງບໍລິສັດ
Key Requitement:
- ຈົບຊັັ້ນສູງ ຫຼື ປະລິນຍາຕີການຄຸ້ມຄອງບໍລິຫານທຸລະກິດ, ການຕະຫຼາດ ຫຼື ສາຂາອື່ນທີກ່ຽວຂ້ອງ
- ມີພາຫະນະເປັນຂອງຕົນເອງ ແລະ ມີໃບຂັບຂີ່ລົດຈັກ
- ມີທັກສະການສື່ສານໃນລະດັບດີ ແລະ ມີວິໄນການເຮັດວຽກຢ່າງໂດດເດັ່ນ
- ມີປະສົບການຝ່າຍຂາຍ ຫຼື ການຕະຫຼາດ ຢ່າງໜ້ອຍ 1 ປີ ທີ່ຕິດພັນກັບກັບອຸດສາຫະກໍາ ສິນຄ້າອຸປະໂພກທີ່ເຄື່ອນໄຫວຢ່າງໄວວາ Fast-Moving Consumer Goods (FMCG)
ພາສາທີ່ຕ້ອງການ
English, Laoລະດັບການເຮັດວຽກ
Fresh Graduate / Entry Levelປະສົບການ
1 - 2 Yearsການສຶກສາ
Diploma Degreeເງີນເດືອນ
ສາມາດຕໍ່ລອງໄດ້

Heineken Lao Brewery Co.,Ltd
Industrial / Manufacturing
ຄົນຕິດຕາມ: