108 Jobs

Open in 108 Jobs app

Accounting Admin

Others, Logistics

SG Sagawa (Thailand) Co., Ltd. (Vientiane Branch)

ລາຍລະອຽດວຽກ (Job Description):

  • ວຽກງານບັນຊີ: ຮັບຜິດຊອບໃນການຮວບຮວມ, ກວດກາ ແລະ ຈັດການເອກະສານທາງດ້ານການບັນຊີ ທັງລາຍຮັບ-ລາຍຈ່າຍທັງໝົດຂອງບໍລິສັດ ເພື່ອປະສານງານ ແລະ ສົ່ງຕໍ່ໃຫ້ບໍລິສັດຮັບເໝົາເຮັດບັນຊີດຳເນີນການໃນຂັ້ນຕອນຕໍ່ໄປ.

  • ວຽກງານປະສານງານ: ຕິດຕໍ່ພົວພັນ ແລະ ປະສານງານກັບບັນດາໜ່ວຍງານລັດຖະບານ ແລະ ອົງກອນທີ່ກ່ຽວຂ້ອງ ຢ່າງມືອາຊີບ.

  • ວຽກງານອື່ນໆ: ປະຕິບັດວຽກງານອື່ນໆ ຕາມທີ່ໄດ້ຮັບມອບໝາຍຈາກຜູ້ບັງຄັບບັນຊາ.


ຄຸນສົມບັດຂອງຜູ້ສະໝັກ (Qualifications):

  • ຈົບປະລິນຍາຕີ ຂຶ້ນໄປ ໃນສາຂາການບັນຊີ, ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ.

  • ອາຍຸ: ບໍ່ເກີນ 40 ປີ.

  • ຫາກມີຄວາມຮູ້ຄວາມສາມາດ ແລະ ສາມາດສື່ສານ ພາສາອັງກິດ ໄດ້ ຈະພິຈາລະນາເປັນພິເສດ.

  • ຫາກມີຄວາມສາມາດໃນການປິດບັນຊີໄດ້ ຈະພິຈາລະນາເປັນພິເສດ.

  • ມີປະສົບການເຮັດວຽກດ້ານການບັນຊີ ຫຼື ວຽກງານບໍລິຫານ/ທຸລະການ (Admin) ຢ່າງໜ້ອຍ 1-2 ປີ ຈະພິຈາລະນາເປັນພິເສດ.

  • ສາມາດນຳໃຊ້ໂປຣແກຣມ Microsoft Office (Word, Excel) ໄດ້ເປັນຢ່າງດີ.

  • ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວຽກງານພາສີ-ອາກອນ, ປະກັນສັງຄົມ ແລະ ການບໍລິຫານຈັດການເວລາເຂົ້າ-ອອກວຽກຂອງພະນັກງານ (Time Attendance).

  • ມີຄວາມລະອຽດຮອບຄອບ, ຊື່ສັດສຸຈະລິດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ມີມະນຸດສຳພັນດີ ສາມາດເຮັດວຽກຮ່ວມກັບຜູ້ອື່ນໄດ້ດີ.


  • ພາສາທີ່ຕ້ອງການ

    Lao, English, Thai
  • ລະດັບການເຮັດວຽກ

    Fresh Graduate / Entry Level
  • ປະສົບການ

    1 - 2 Years
  • ການສຶກສາ

    Bachelor Degree
  • ເງີນເດືອນ

    ສາມາດຕໍ່ລອງໄດ້

SG Sagawa (Thailand) Co., Ltd. (Vientiane Branch)

Others, Logistics

ຄົນຕິດຕາມ: