
ພະນັກງານພັດທະນາຊອບແວ
Telecommunications
Star Telecom Co.Ltd ( Unitel Lao )
ສາມາດເບີ່ງລາຍລະອຽດ ແລະ ສະໝັກໄດ້ທີ່
Website: https://careers.unitel.com.la/lo ຫຼືສະແກນ QR ດ້ານລຸ່ມ

ຈົບການສຶກສາຈາກສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ, ໄປສະນີ-ໂທລະຄົມມະນາຄົມ, ຫຼື ສາຂາທີ່ກ່ຽວຂ້ອງ.
ໄດ້ຮັບການພິຈາລະນາເປັນພິເສດ ຜູ້ທີ່ມີຄວາມສາມາດທາງດ້ານພາສາຫວຽດນາມ.
ທັກສະ ແລະ ປະສົບການ:
ມີປະສົບການການຂຽນໂປຣແກຣມແບບ full-stack: Java, C#, PHP, Objective-C, Android, Swift, ແລະ ອື່ນໆ.
ມີປະສົບການໃນການເຮັດວຽກກັບ MySQL, Oracle, SQLServer, NoSQL, ແລະ ອື່ນໆ.
ສາມາດເຮັດວຽກເປັນທີມໄດ້ດີ ເຊັ່ນດຽວກັນກັບການເຮັດວຽກເອກະລາດ.
ສາມາດເຮັດວຽກພາຍໃຕ້ຄວາມກົດດັນດ້ານເວລາສູງ ແລະ ຮັບປະກັນຄຸນນະພາບຂອງຜະລິດຕະພັນ.
ມີແນວຄິດທີ່ດີ ແລະ ຄວາມຮັບຜິດຊອບໃນການເຮັດວຽກ.
ໜ້າວຽກຫຼັກ:
ຄົ້ນຄວ້າ, ຕິດຕາມກົດລະບຽບຂອງລັດ ໃນຂະແໜງເຕັກນິກໂທລະຄົມມະນາຄົມ ແລະ ລາຍງານຕາມການຊີ້ນຳຂອງຄະນະກຳມະການບໍລິຫານ.
ຕິດຕາມການເຄື່ອນໄຫວທາງດ້ານເຕັກນິກຂອງບໍລິສັດ ເພື່ອຮັບປະກັນການປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ.
ປະເມີນ, ວິເຄາະ ແລະ ປັບປຸງປະສິດທິພາບ ເພື່ອເພີ່ມປະສິດທິພາບ ແລະ ແກ້ໄຂຂໍ້ຜິດພາດຂອງຊອບແວ ໃນຂະແໜງໂທລະຄົມມະນາຄົມ ແລະ ການຄ້າອີເລັກໂທຣນິກ.
ວິເຄາະ ແລະ ຊອກຫາຂໍ້ຜິດພາດທີ່ເກີດຂຶ້ນໃນຊອບແວ BCCS, ການຄ້າອີເລັກໂທຣນິກ.
ຝຶກອົບຮົມ ແລະ ສະໜັບສະໜູນພະນັກງານຂຽນໂປຣແກຣມໃໝ່.
ເຂົ້າຮ່ວມໂດຍກົງໃນໂຄງການພັດທະນາທີ່ສໍາຄັນ ແລະ ເລັ່ງດ່ວນ.
ຂຽນໂປຣແກຣມຊອບແວຕາມຄວາມຕ້ອງການ ແລະ ຊອກຫາວິທີແກ້ໄຂບັນຫາທີ່ເກີດຂຶ້ນ.
ປະສານງານກັບຜູ້ທົດສອບໃນຂະບວນການທົດສອບຊອບແວ.
■ ນະໂຍບາຍສະຫວັດດີການຕ່າງໆຄື:
- ລາຍຮັບສະເລ່ຍລາຍຮັບ : 7,000,000- 15,000,000 ກິບ/ຄົນ/ເດືອນ (ຂັ້ນພະນັກງານ). 20,000,000 -25,000,000 ກິບ/ຄົນ/ເດືອນ (ຂັ້ນຄຸ້ມຄອງ).
-ນະໂຍບາຍ ເງິນຄ່າໂທ, ເງິນຄ່ານໍ້າມັນ, ເງິນກິນເຂົ້າ ,
- ສະຫວັດດີການຢ້ຽມຢາມຍາມເຈັບເປັນ, ມ້ຽນຄາບສົ່ງສະການ
- ພິຈະລະນາຂື້ນເງິນເດືອນທຸກປີ ຫຼື ສະເໜີຂື້ນແບບພິເສດໂດຍອິງຕາມຜົນງານ, ເງິນໂບນັດ ແລະ ເງິນຕາມໃຕມາດ (ອິງຕາມການດໍາເນີນທຸລະກິດຂອງບໍລິສັດ)
- ເງິນເດືອນຂອງແຕ່ລະຕໍາແໜ່ງແມ່ນສາມາດຕໍ່ລອງກັນໄດ້ໃນເວລາສໍາພາດ: ໂດຍຕີລາຄາຕາມປະສົບການ, ຄວາມສາມາດ, ທັດສະນະຄະຕິ, ຄວາມເໝາະສົມກັບຕໍາແໜ່ງທີ່ທາງບໍລິສັດປະກາດຮັບ
-ໄດ້ຮັບໂອກາດຝືກອົບຮົມ ກັບຜູ່ຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດ
- ປະກັນໄພ, ກວດສຸຂະພາບປະຈໍາປີ, ນະໂຍບາຍລາພັກປະຈໍາປີ,ພັກຕາມເທດສະການ ,ນະໂຍບາຍຊ່ວຍເງິນຄ່າເດີນທາງກັບເມື່ອຢ້ຽມຢາມບ້ານເກີດ,ນະໂຍບາຍຂອງຂວັນວັນເກີດ, ເງິນຕາມເທດສະການພິເສດຕ່າງໆ
-ສະຫວັດດີການອື່ນໆ ຕໍ່ຕົນເອງ ແລະ ຄອບຄົວຕາມຂໍ້ກໍານົດສະເພາະ.
ພາສາທີ່ຕ້ອງການ
Lao, English, Thai, Vietnameseລະດັບການເຮັດວຽກ
Intern / Studentປະສົບການ
New Graduateການສຶກສາ
Higher Diplomaເງີນເດືອນ
7,000,000 - 15,000,000 ₭

Star Telecom Co.Ltd ( Unitel Lao )
Telecommunications
ຄົນຕິດຕາມ: