
ພະນັກງານຄຸ້ມຄອງໂຄງການພັດທະນາຊັອບແວ (Software Project Manager)
Telecommunications
Star Telecom Co.Ltd ( Unitel Lao )
ສາມາດສະໝັກໄດ້ທີ່ https://careers.unitel.com.la/lo ຫຼືສະແກນ QR ດ້ານລຸ່ມ ເບີໂທຕິດຕໍ່ : 020 97978936

ຄວາມສາມາດ, ປະສົບການ:
ມີປະສົບການໃນການຄຸ້ມຄອງໂຄງການ
ມີຄວາມສາມາດປະສານງານ, ບໍລິຫານຈັດການໜ້າວຽກເປັນທີມໄດ້
ມີຄວາມສາມາດເຮັດວຽກພາຍໃຕ້ຄວາມກົດດັນສູງດ້ານເວລາພ້ອມທັງຮັບປະກັນຄຸນະພາບຂອງຜະລິດຕະພັນ
ແນວຄິດ ແລະ ການຮັບຮູ້ດີ, ຕັ້ງໃຈເຮັດວຽກ, ມີຄວາມຮັບຜິດຊອບສູງເພື່ອໃຫ້ວຽກທີ່ໄດ້ຮັບມອບໝາຍປະສົບຜົນສຳເລັດ.
ໜ້າວຽກຫຼັກ:
ວາງແຜນ, ຕິດຕາມ ແລະ ຈັດການຄວາມຄືບໜ້າໂຄງການຕັ້ງແຕ່ເລີ່ມຕົ້ນຈົນສຳເລັດໂຄງການ
ປະສານງານກັບພະແນກຕ່າງໆ ແລະ ທີມຈັດຕັ້ງປະຕິບັດເພື່ອໃຫ້ແນ່ໃຈວ່າໂຄງການບັນລຸຄຸນນະພາບ ແລະ ເປົ້າຫມາຍທີ່ກໍານົດໄວ້
ປະເມີນຄວາມສ່ຽງ, ແກ້ໄຂບັນຫາທີ່ເກີດຂຶ້ນ, ໃຫ້ການແກ້ໄຂທີ່ມີປະສິດທິພາບເພື່ອຮັບປະກັນຄວາມຄືບໜ້າໜ້າວຽກໄດ້ມອບໝາຍຕາມເວລາທີ່ກຳນົດ ແລະ ຮັບປະກັນຄຸນນະພາບຂອງໂຄງການ
ລາຍງານ ແລະ ອັບເດດຄວາມຄືບໜ້າຂອງໜ້າວຽກທີ່ໄດ້ມອບໝາຍໃຫ້ແກ່ຫົວໜ້າຮັບຮູ້ ແລະ ພະແນກການຮ້ອງຂໍ
*ຈົບໄອທີຫລືສາຂາທີ່ກ່ຽວຂ້ອງ
*ຄ່ອງແຄ້ວພາສາຫວຽດຈະພິຈະລະນາພິເສດ
■ ນະໂຍບາຍສະຫວັດດີການຕ່າງໆຄື:
- ລາຍຮັບສະເລ່ຍລາຍຮັບ : 7,000,000- 15,000,000 ກິບ/ຄົນ/ເດືອນ (ຂັ້ນພະນັກງານ). 20,000,000 -25,000,000 ກິບ/ຄົນ/ເດືອນ (ຂັ້ນຄຸ້ມຄອງ).
-ນະໂຍບາຍ ເງິນຄ່າໂທ, ເງິນຄ່ານໍ້າມັນ, ເງິນກິນເຂົ້າ ,
- ສະຫວັດດີການຢ້ຽມຢາມຍາມເຈັບເປັນ, ມ້ຽນຄາບສົ່ງສະການ
- ພິຈະລະນາຂື້ນເງິນເດືອນທຸກປີ ຫຼື ສະເໜີຂື້ນແບບພິເສດໂດຍອິງຕາມຜົນງານ, ເງິນໂບນັດ ແລະ ເງິນຕາມໃຕມາດ (ອິງຕາມການດໍາເນີນທຸລະກິດຂອງບໍລິສັດ)
- ເງິນເດືອນຂອງແຕ່ລະຕໍາແໜ່ງແມ່ນສາມາດຕໍ່ລອງກັນໄດ້ໃນເວລາສໍາພາດ: ໂດຍຕີລາຄາຕາມປະສົບການ, ຄວາມສາມາດ, ທັດສະນະຄະຕິ, ຄວາມເໝາະສົມກັບຕໍາແໜ່ງທີ່ທາງບໍລິສັດປະກາດຮັບ
-ໄດ້ຮັບໂອກາດຝືກອົບຮົມ ກັບຜູ່ຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດ
- ປະກັນໄພ, ກວດສຸຂະພາບປະຈໍາປີ, ນະໂຍບາຍລາພັກປະຈໍາປີ,ພັກຕາມເທດສະການ ,ນະໂຍບາຍຊ່ວຍເງິນຄ່າເດີນທາງກັບເມື່ອຢ້ຽມຢາມບ້ານເກີດ,ນະໂຍບາຍຂອງຂວັນວັນເກີດ, ເງິນຕາມເທດສະການພິເສດຕ່າງໆ
-ສະຫວັດດີການອື່ນໆ ຕໍ່ຕົນເອງ ແລະ ຄອບຄົວຕາມຂໍ້ກໍານົດສະເພາະ.
ພາສາທີ່ຕ້ອງການ
Lao, English, Thai, Vietnameseລະດັບການເຮັດວຽກ
Intern / Studentປະສົບການ
New Graduateການສຶກສາ
Higher Diplomaເງີນເດືອນ
5,500,000 - 15,000,000 ₭

Star Telecom Co.Ltd ( Unitel Lao )
Telecommunications
ຄົນຕິດຕາມ: