
ຊ່າງຢາງລົດ - ລະດັບ 1
Mining
Phu Bia Mining

ຊ່າງຢາງລົດ - ລະດັບ 1
- ມາຮ່ວມເປັນສ່ວນຫນຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງ, ສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ
- ເຂົ້າຮ່ວມທີມຂອງພວກເຮົາທີ່ມີບົດບາດທີ່ໜ້າສົນໃຈ, ການບຳລຸງຮັກສາ ແລະ ການສ້ອມແປງດ້ວຍກົດລະບຽບ ແລະ ມາດຕະຖານຄວາມປອດໄພທີ່ກຳນົດໂດຍ ພູເບ້ຍ ມາຍນິ້ງ
- ມີແພັກເກັດເງິນເດືອນ ແລະ ສະຫວັດດີການທີ່ຫຼາກຫຼາຍ (ປະຈໍາສະໜາມຫ້ວຍຊາຍ ແລະ ເຮັດວຽກ 20 ມື້ ພັກ 8 ມື້)
ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ
ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງ ແລະ ຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ, ມີການພັດທະນາແລະສໍາຫຼວດໃນປະເທດລາວ ມຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ ການຂາຍທອງແດງ ແລະ ຄໍາ ການກະຈາຍເປົ້າໝາຍຂອງການຜະລິດ ແລະ ການເຕີບໃຫຍ່ຂະຫຍາຍຕົວ.
ໃນປະເທດລາວແພນອອສຖືຫຸ້ນ 90 ສ່ວນຮ້ອຍ ໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ. ລັດຖະບານລາວແມ່ນເປັນເຈົ້າຂອງຢູ່10 ສ່ວນຮ້ອຍ. ພູເບ້ຍ ມາຍນິ້ງເປັນເຈົ້າຂອງ ແລະ ດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ.
ນີ້ແມ່ນໂອດການທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດ ແລະ ການດໍາເນີນງານ. ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງ ແລະ ມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຍືນຍົງໃຫ້ລັດຖະບານ ແລະ ປະຊາຊົນລາວ.
ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງ ທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມເພື່ອນຮ່ວມງານທີ່ມີຄວາມຫຼາກຫຼາຍວັດທະນະທຳ ທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມ ແລະ ການພັດທະນາໂດຍພະນັກງານຕ່າງປະເທດ ແລະ ຫົວໜ້າຄົນລາວທີ່ມີປະສົບການ ແລະ ເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍ ນອກຈາກນີ້ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນແລະ ຜົນປະໂຫຍດຫຼາກຫຼາຍລວມທັງປະກັນສຸຂະພາບທີ່ຄຸ້ມກັນຄອບຄົວ ແລະ ຍັງມີໂບນັດໃນການເຮັດວຽກງານນໍາອີກ
ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫຼາກຫຼາຍຢູ່ທີ່ບໍ່ຂຸດຄົ້ນ, ການສໍາຫຼວດພາກສະໜາມ ແລະ ຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫຼາຍ. ດັ່ງນັ້ນ, ພວກເຮົາຈິ່ງຂໍແນະນໍາໃຫ້ຜູ້ຍິງສະໝັກໃນຕໍາແໜ່ງທີ່ວ່າງທັງໝົດ
ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ ມີບໍລິການອາຫານ ທັງອາຫານລາວ, ອາຫານເອເຊຍ, ແລະ ອາຫານຕາເວັນຕົກ; ມີກິລາ ແລະ ສິ່ງອໍານວຍຄວາມສະດວກຄົບທັນສະໄໝ ແລະ ມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນເຮັດວຽກ 20 ມື້ ພັກ 8 ມື້ ຫຼື ເຮັດວຽກ 14 ມື້ ພັກ 7 ມື້ ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ 5 ມື້ ຕໍ່ອາທິດ ພັກ 2 ມື້.
ຊ່າງຢາງລົດ - ລະດັບ 1 ຈະລາຍງານຫນ້າວຽກຫາ ຫົວໜ້າທີມຢາງລົດ, ໂດຍຈະມີໜ້າທີ່ຮັບຜິດຊອບສ້ອມແປງ ແລະ ປ່ຽນຖ່າຍຢາງລົດທຸກປະເພດ ແລະ ປະຕິບັດກິດຈະກຳປະຈຳວັນໃນການບໍາລຸງຮັກສາທັງໝົດທີ່ໄດ້ຮັບມອບໝາຍຈາກຫົວໜ້າຄຸມງານ.
ໜ້າທີ່ຮັບຜິດຊອບຫຼັກຂອງທ່ານຈະມີດັ່ງລຸ່ມນີ້:
- ປະຕິບັດທຸກໆກິດຈະກຳການບຳລຸງຮັກສາ, ຈອດຢາງ, ກວດເຊັກຢາງຕາມແຜນການ ແລະ ມອບໝາຍຂອງຜູ້ຄຸມງານປະຈຳວັນ.
- ດໍາເນີນວຽກງານຕ່າງໆທີ່ຮຽກຮ້ອງຕ້ອງການໂດຍຫົວໜ້າຄຸມງານ ບົນພື້ນຖານຄວາມສາມາດຂອງຕົນເອງໂດຍບໍ່ລໍຄອຍການຊີ້ນຳຈາກຫົວໜ້າຄຸມງານ, ຮັບປະກັນວ່າສາມາດສໍາເລັດໜ້າວຽກຂອງຕົນເອງຕາມກໍານົດເວລາທີ່ກໍານົດໂດຍບໍລິສັດພູເບ້ຍມາຍນີງ.
- ລາຍງານການເກີດປະຕິເຫດ/ເຫດການສຸກເສີນທີ່ເກີດຂຶ້ນທັງໝົດ ແກ່ຫົວໜ້າຄຸມງານໄວເທົ່າທີ່ເປັນໄປໄດ້.
- ບໍລິຫານເຄື່ອງມືເພື່ອຮັບປະກັນວ່າ ເຄື່ອງມືທັງໝົດເປັນລະບຽບ, ພ້ອມໃນການໃຊ້ງານ ແລະ ຕ້ອງແນ່ໃຈວ່າຕົນເອງບໍ່ໄດ້ນໍາໃຊ້ເຄື່ອງມືທີ່ມີຄວາມບົກຜ່ອງ
ຄຸນສົມບັດທີ່ຄວນມີສໍາຫຼັບຕຳແໜ່ງນີ້:
- ຮຽນຈົບຊັ້ນກາງ-ຊັ້ນສູງໃນສາຂາຊ່າງສ້ອມແປງ ແລະ ສາຂາອື່ນໆທີ່ກ່ຽວຂ້ອງກັບຢາງ
- ມີປະສົບການຢ່າງໜ້ອຍ 6 ເດືອນ ໃນດ້ານການສ້ອມແປງກົນຈັກໜັກ ຫຼື ລົດເບົາ
- ມີປະສົບການເຮັດວຽກຢູ່ຮ້ານປ່ຽນຢາງມາກ່ອນຈະພິຈາລະນາເປັນພິເສດ
- ມີຄວາມກະຕືລືລົ້ນໃນໜ້າທີ່ວຽກງານ ແລະ ພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ
- ມີໃບອະນຸຍາຂັບຂີ່ BC
ຖ້າທ່ານມີຄຳຖາມກ່ຽວກັບຂະບວນການຈັດສັນງານ, ທ່ານສາມາດຕິດຕໍ່ຫາທີມງານຈັດສັນງານໄດ້ທີ່ເບີ +856 (0) 21 268 000.
ຖ້າທ່ານຢາກຮູ້ຂໍ້ມູນເພີ່ມເຕີມສຳຫຼັບບໍລິສັດ, ສາມາດເຂົ້າເບິ່ງເວັບໄຊ www.PanAust.com.au
ຖ້າທ່ານສົນໃຈຢາກສະໝັກຕໍາແໜ່ງນີ້, ສາມາດສົ່ງໃບສະໝັກຂອງທ່ານມາທີ່ອີເມວ recruitment@pbm.panaust.com ຫຼື ສະໝັກອອນໄລໄດ້ທີ່: https://career10.successfactors.com/sfcareer/jobreqcareer?jobId=17131&company=PanAust
ພາສາທີ່ຕ້ອງການ
Laoລະດັບການເຮັດວຽກ
Fresh Graduate / Entry Levelປະສົບການ
1 - 2 Yearsການສຶກສາ
Diploma Degree

Phu Bia Mining
Mining
ຄົນຕິດຕາມ: