
ຫົວໜ້າຂະແໜງ ບັນຊີ-ອາກອນ
Various Businesses
Lao World Public Company Limited
ໜ້າທີ່ຮັບຜິດຊອບ:
- ກະກຽມຄິດໄລ່ສັງລວມອາກອນເບື້ອງສົນເຂົ້າ-ສົ້ນອອກ
- ຮັບຜິດຊອບວຽກງານກວດກາໄລ່ລຽງອາກອນປະຈຳເດືອນ ກ່ອນການແຈ້ງມອບອາກອນໃຫ້ກົມອາກອນ.
- ຮັບຜິດຊອບຂຽນບິນອາກອນ ແລະ ເກັບຮັກສາບິນອາກອນ (ອມພ).
- ຮັບຜິດຊອບລົງບັນຊີ ລາຍຮັບ-ລາຍຈ່າຍ ຂອງທຸກ BU ໃນໂປຣແກມ APIS ແລະ ກວດກາໃຫ້ຖືກຕ້ອງກ່ອນແຈ້ງອາກອນປະຈຳເດືອນ, ປະຈຳປີ
- ສະແກນ ແລະ ຈັດລຽງເອກະສານທີກ່ຽວຂ້ອງກັບການແຈ້ງອາກອນ, ເກັບມ້ຽນເອກະສານບັນທຶກບັນຊີ ໃຫ້ເປັນລະບຽບຮຽບຮ້ອຍ ແລະ ສະດວກໃນການຄົ້ນຫາ
- ປະສານງານເຮັດວຽກຮ່ວມກັບພາກສ່ວນ ກົມອາກອນ ແລະ ສະໜອງເອກະສານອ້າງອິງຕ່າງໆ.
- ກະກຽມເຮັດບົດສະຫລຸບລາຍງານບັນຊີປະຈຳເດືອນ,ປີ ຮ່ວມກັບຜູ້ຈັດການບັນຊີ.
ເງື່ອນໄຂຮັບສະໝັກ:
- ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ສາຂາ ການບັນຊີ, ການເງິນ, ການທະນາຄານ ຫຼື ສາຂາທີ່ກ່ຽວຂ້ອງ.
- ມີປະສົບການດ້ານການເງິນ ແລະ ບັນຊີຢ່າງໜ້ອຍ 2-3 ປີ
- ມີຄວາມສາມາດດ້ານຄອມພິວເຕີ ໂດຍສະເພາະ QuickBooks ແລະ MS Office.
- ມີຄວາມຮູ້ທາງດ້ານຫຼັກການບັນຊີ, ການເງິນ.
- ມີພາວະການເປັນຜູ້ນໍາ ແລະ ມີທັກສະໃນການສື່ສານທີ່ດີ ແລະ ສາມາດແກ້ໄຂບັນຫາສະເພາະໜ້າໄດ້ດີ.
- ສາມາດອ່ານ ແລະ ຂຽນ ພາສາອັງກິດໄດ້ໃນລະດັບປານກາງ.
- ມີຄວາມຫ້າວຫັນ, ວ່ອງໄວ, ກະຕືລືລົ້ນໃນການເຮັດວຽກ.
ຕິດຕໍ່ພົວພັນ ເພື່ອຍື່ນເອກະສານສະໝັກໄດ້ທີ່:
ບໍລິສັດ ລາວເວີນ ຈຳກັດ, ຫ້ອງການສຳນັກງານຕັ້ງຢູ່ ໄອເຕັກ (ຕຶກເກົ່າ), ບ້ານ ໂພນທັນເຫນືອ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ (ໃນວັນຈັນ-ສຸກໃນໂມງລັດຖະການ 8:30–17:30), ປິດຮັບສະໝັກວັນທີ 17/04/2026, ໂທ ຫຼື WhatsApp: +856 2098381249, Link: https://wa.me/message/7UNB4EEYUAZTK1, Email: HRM@laoworld.la
ພາສາທີ່ຕ້ອງການ
Englishລະດັບການເຮັດວຽກ
Experienced (non-manager)ປະສົບການ
3 - 4 Yearsການສຶກສາ
Bachelor Degreeເງີນເດືອນ
ສາມາດຕໍ່ລອງໄດ້

Lao World Public Company Limited
Various Businesses
ຄົນຕິດຕາມ: