
ຜູ້ຈັດການພະແນກ ຜະລິດສື່ໂຄສະນາ
Various Businesses
Lao World Public Company Limited
ໜ້າທີ່ຮັບຜິດຊອບ:
- ວາງແຜນພັດທະນາກົນລະຍຸດແຜນການຕະຫຼາດທີ່ໂດດເດັ່ນ ແລະ ເປັນເອກະລັກ ໃຫ້ທັນຍຸກທັນສະໄໝພ້ອມດ້ວຍການເຜີຍແຜ່ ນຳສະເໜີຂໍ້ມູນຂ່າວສານ Online & Offline ແລະ ການຮ່ວມມືກັບບໍລິສັດພັນທະມິດ ໃນການແລກປ່ຽນສື່ໂຄສະນາອອກສູ່ມວນຊົນທັງ ພາຍໃນ-ພາຍນອກ ຂອງບໍລິສັດ ໃຫ້ເປັນທີ່ຮູ້ຈັກນັບມື້ນັບເພີ່ມຂື້ນ.
- ເຮັດວຽກຕິດແທດ ກັບ ພະແນກພົວພັນການຄ້າ ແລະ ພະແນກ ITCEE MEMBERS (ຝ່າຍການຄ້າ) ແລະ ທຸກຫົວໜ່ວຍທຸລະກິດຂອງບໍລິສັດ ເພື່ອສ້າງຜະລິດຕະພັນ ໃຫ້ມີຄວາມໂດດເດັ່ນ ແລະ ລະດົມຜະລິດຕະພັນ ພາຍໃນ-ພາຍນອກ ເຂົ້າມາໃນອົງກອນໃຫ້ມີຄວາມຫຼາກຫຼາຍ.
- ສ້າງແຜນຜະລິດໂຄສະນາວີດີໂອ+ຕັດຕໍ່+ກຣາບຟິກ, ຖ່າຍຮູບພາບ+ຕົບແຕ່ງຮູບພາບ, ຂຽນສະຄລິບ ແລະ ສ້າງສະຕຼໍຣີບອດໃຫ້ກັບທີມງານ ພ້ອມຈັດຕັ້ງນຳພາທີມງານໃນການລົງປະຕິບັດໜ້າທີ່.
- ສ້າງຄູ່ມື ແລະ ກຳນົດລະບຽບການຄຸ້ມຄອງວຽກງານການຕະຫຼາດທັງໝົດໃຫ້ມີຄວາມໂປ່ງໃສ ແລະ ຫຼຸດຜ່ອນຄວາມສ່ຽງອື່ນໆ ທີ່ເຮັດໃຫ້ບໍລິສັດ ເສຍຜົນປະໂຫຍດ.
- ເປັນຜູ່ຕາງໜ້າໃນການເຂົ້າຮ່ວມງານປະຊຸມ, ງານສຳມະນາ, ງານລ້ຽງສ້າງສັນ ແລະ ງານແລກປ່ຽນອື່ນໆ ຮ່ວມກັບ ຫົວໜ້າສາຍງານ ຫຼື ກັບທີມງານ.
- ຈັດທຳ Function ການເຮັດວຽກ ໃນການລາຍງານປະຈຳອາທິດ, ປະຈໍາເດືອນ ແລະ ສະຫຼຸບແຜນປະຈໍາປີ.
- ກຳນົດເກນປະເມີນຜົນການດຳເນີນງານ (KPIs) ຂອງຕົນ ແລະ ຂອງທີມງານທີ່ຢູ່ໃຕ້ການຄຸ້ມຄອງຂອງຕົນ ໃຫ້ສອດຄ່ອງກັບຫລັກການບໍລິຫານທີ່ດີ ເພື່ອສົ່ງເສີມບັນຍາກາດໃນການປະຕິບັດງານທີ່ມີປະສິດທິພາບ ແລະ ປະສິດທິຜົນ.
ເປັນຜູ່ຕາງໜ້າໃນການລຸລ່ວງ ຕາມການແຈ້ງການ ທຸກການມອບຫມາຍຈາກຂັ້ນຜູ່ບໍລິຫານສູງສຸດເພື່ອກະຈາຍຂ່າວສານໃຫ້ພະນັກງານຮັບຮູ້ທັນສະພາບການ ແລະ ຕິດຕາມຜົນການປະຕິບັດ ຂອງທີມງານໃຫ້ຖືກຕ້ອງ ຕາມການແຈ້ງການ.
ເງື່ອນໄຂຮັບສະໝັກ:
- ຈົບປະລິນຍາຕີ ດ້ານການຄ້າ, ພົວພັນສາກົນ, ເສດຖະສາດ, ການຕະຫຼາດ, ການບໍລິຫານທຸລະກິດ, ແລະ ສາຍອື່ນໆທີ່ກ່ຽວຂ້ອງ (ປະລິນຍາໂທ ຫຼື ທຽບເທົ່າ ຈະພິຈາລະນາເປັນພິເສດ).
- ມີປະສົບການເຮັດວຽກຜ່ານມາ ຢ່າງໜ້ອຍ 5 ປີ ຂຶ້ນໄປ.
- ມີຄວາມຄິດສ້າງສັນ ກ່ຽວກັບການສ້າງເນື້ອຫາສື່, ສິ່ງໂຄສະນາ.
- ມີພື້ນຖານກ່ຽວກັບການສ້າງ ແລະ ພັດທະນາກົນລະຍຸດ ແຜນການຂາຍ-ການຕະຫຼາດ ເປັນຢ່າງດີ.
- ມີຄວາມກ້າຕັດສິນໃຈ ແລະ ມີພາວະຄວາມເປັນຜູ້ນຳ.
- ມີຄວາມອົດທົນ, ມີຄວາມກະຕືລືລົ້ນ ຫ້າວຫັນໃນການເຮັດວຽກ, ມີອັດທະຍາໄສດີ, ມີທັກທະໃນການເຈລະຈາ-ສົນທະນາ, ສາມາດເຮັດວຽກພາຍໃຕ້ສະພາວະກົດດັນໄດ້.
- ຖ້າມີຄວາມຮູ້ພື້ນຖານກ່ຽວກັບການສື່ສານມວນຊົນ (Public Relations: PR) ຈະພິຈາລະນາເປັນພິເສດ.
ຕິດຕໍ່ພົວພັນ ເພື່ອຍື່ນເອກະສານສະໝັກໄດ້ທີ່:
ບໍລິສັດ ລາວເວີນ ຈຳກັດ, ຫ້ອງການສຳນັກງານຕັ້ງຢູ່ ໄອເຕັກ (ຕຶກເກົ່າ), ບ້ານ ໂພນທັນເຫນືອ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ (ໃນວັນຈັນ-ສຸກໃນໂມງລັດຖະການ 8:30–17:30), ປິດຮັບສະໝັກວັນທີ 17/04/2026, ໂທ ຫຼື WhatsApp: +856 2098381249, Link: https://wa.me/message/7UNB4EEYUAZTK1, Email: HRM@laoworld.la
ພາສາທີ່ຕ້ອງການ
English, Thai, Laoລະດັບການເຮັດວຽກ
Managerປະສົບການ
5 - 6 Yearsການສຶກສາ
Bachelor Degree

Lao World Public Company Limited
Various Businesses
ຄົນຕິດຕາມ: