108 Jobs

Open in 108 Jobs app

ຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດ

Real Estate

ບໍລິສັດ ເພີ້ມພູນຊັບ ອະສັງຫາລິມະຊັບ

ໜ້າວຽກ

  • ວາງແຜນຍຸດທະສາດ: ຄິດຄົ້ນ ແລະ ພັດທະນາຍຸດທະສາດການຂາຍ ແລະ ການຕະຫຼາດ ເພື່ອຊຸກຍູ້ຍອດຂາຍ ແລະ ສ້າງແບຣນໃຫ້ເປັນທີ່ຮູ້ຈັກ.

  • ບໍລິຫານທີມງານ: ນຳພາ, ຝຶກອົບຮົມ, ມອບໝາຍໜ້າທີ່ ແລະ ປະເມີນຜົນງານຂອງທີມຂາຍ ແລະ ທີມການຕະຫຼາດ.

  • ກຳນົດເປົ້າໝາຍ: ຕັ້ງເປົ້າໝາຍຍອດຂາຍ ປະຈຳເດືອນ/ປີ ແລະ ຊຸກຍູ້ທີມງານໃຫ້ບັນລຸຕາມເປົ້າໝາຍທີ່ບໍລິສັດວາງໄວ້.

  • ວິເຄາະຕະຫຼາດ: ສຶກສາແນວໂນ້ມຂອງຕະຫຼາດ, ຄວາມຕ້ອງການຂອງລູກຄ້າ ແລະ ຕິດຕາມການເຄື່ອນໄຫວຂອງຄູ່ແຂ່ງຂັນ ເພື່ອປັບຕົວໃຫ້ທັນສະຖານະການ.

  • ສ້າງຄວາມສຳພັນ: ສ້າງ ແລະ ຮັກສາຄວາມສຳພັນອັນດີກັບລູກຄ້າຄົນສຳຄັນ, ລູກຄ້າລາຍໃຫຍ່ ຫຼື ຄູ່ຄ້າທາງທຸລະກິດ.

  • ຄຸ້ມຄອງງົບປະມານ: ບໍລິຫານງົບປະມານໃນການຈັດແຄມເປນ ທາງການຕະຫຼາດໃຫ້ເກີດປະສິດທິພາບ ແລະ ຄຸ້ມຄ່າທີ່ສຸດ


ຄຸນສົມບັດ

  • ດ້ານການສຶກສາ: ຈົບປະລິນຍາຕີ ຫຼື ໂທ ໃນສາຂາ ການຕະຫຼາດ, ບໍລິຫານທຸລະກິດ, ເສດຖະສາດ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ.

  • ດ້ານປະສົບການ: ມີປະສົບການເຮັດວຽກດ້ານການຂາຍ ແລະ ການຕະຫຼາດຢ່າງໜ້ອຍ 2 ປີຂຶ້ນໄປ ແລະ ມີປະສົບການໃນບການຄຸ້ມຄອງທີມມາກ່ອນ.

  • ທັກສະຄວາມເປັນຜູ້ນຳ: ມີວິໄສທັດ, ສາມາດບໍລິຫານຄົນ, ສ້າງແຮງຈູງໃຈ ແລະ ແກ້ໄຂຂໍ້ຂັດແຍ່ງພາຍໃນທີມໄດ້.

  • ທັກສະການສື່ສານ: ມີທັກສະໃນການນຳສະເໜີ, ການເຈລະຈາຕໍ່ລອງ, ມີມະນຸດສຳພັນດີ ແລະ ສາມາດສື່ສານໄດ້ຢ່າງຊັດເຈນ.

  • ທັກສະການວິເຄາະ: ສາມາດນຳໃຊ້ຂໍ້ມູນ , ຕົວເລກ ແລະ ສະຖານະການຕະຫຼາດ ມາວິເຄາະເພື່ອວາງແຜນຍຸດທະສາດໄດ້.

  • ການແກ້ໄຂບັນຫາ: ມີໄຫວພິບ, ຄິດນອກກອບ ແລະ ສາມາດແກ້ໄຂບັນຫາສະເພາະໜ້າໄດ້ດີ ພາຍໃຕ້ຄວາມກົດດັນ.


ສະຫວັດດີການ 

  • ເງິນເດືອນພື້ນຖານ
  • ເງິນຄອມມິດຊັ່ນ
  • ເງິນຄ່າໂທລະສັບ
  • ປະກັນສັງຄົມ
  • ເງິນຂະຫຍັນ
  • ໂບນັດທ້າຍປີ
  • ເງິນປັນຜົນທ້າຍປີ
  • ມື້ພັກປະຈຳປີ 15 ວັນ


ຊ່ອງທາງຕິດຕໍ່: 020 5767 2288

ອີເມລ: ppsrealestate2025@gmail.com



  • ພາສາທີ່ຕ້ອງການ

    Lao, English
  • ລະດັບການເຮັດວຽກ

    Manager
  • ປະສົບການ

    1 - 2 Years
  • ການສຶກສາ

    Not specific

ບໍລິສັດ ເພີ້ມພູນຊັບ ອະສັງຫາລິມະຊັບ

Real Estate

ຄົນຕິດຕາມ: