108 Jobs

Open in 108 Jobs app

ຜູ້ຈັດການຝ່າຍຂາຍ (Sale Manager)

Others

Lao modern Import - Export Trading Co., Ltd

ຕຳແໜ່ງ:  ຜູ້ຈັດການຝ່າຍຂາຍ (Sale Manager) 

ຈຳນວນ:   1 ຕຳແໜ່ງ

ບ່ອນປະຈຳການ: ບ້ານ ປ່າອ້ອຍເມືອງຫ້ວຍຊາຍແຂວງບໍ່ແກ້ວ ແລະ ເດີນທາງໄປແຂວງຫຼວງນໍ້າທາ ບາງຄັ້ງຄາວ

ເຮັດວຽກ: 8:00 ຫາ 17:00, ວັນຈັນ ຫາ ວັນເສົາ

 

ຈຸດປະສົງຂອງຕຳແໜ່ງ

ບໍລິຫານ ແລະ ຕິດຕາມການທີມຂາຍ ແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ ເພື່ອໃຫ້ແນ່ໃຈວ່າ ຍອດຂາຍໄດ້ຕາມເປົ້າທີ່ບໍລິສັດວາງໄວ້, ຕິດຕາມຍອດຄ້າງສະຕ໋ອກນໍາທີມຂາຍ ແລະ ທີມສາງ ເພື່ອສັ່ງຊື້ສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຂອງລູກຄ້າ, ຕິດຕາມການກະຈາຍເຄື່ອງໃຫ້ກັບຕົວແທນຂາຍ, ຮ້ານຄ້າຍ່ອຍ ທັງສອງແຂວງ ໃຫ້ແນ່ໃຈວ່າສິນຄ້າເຂົາເຈົ້າມີພຽງພໍກັບຄວາມຕ້ອງການຂອງຕະຫລາດ, ບໍລິຫານທີມງານຈັດໂຊຫນ້າຮ້ານ ໃຫ້ຫມັ້ນໃຈວ່າ ທຸກຮ້ານຂອງຕົວແທນມີການຈັດໂຊສິນຄ້າຈົບງາມຕາມມາດຕະຖານຂອງບໍລິສັດ, ບໍລິຫານທີມຂາຍໃຫ້ຕິດຕາມຫນີ້ ແລະ ຊໍາລະໜີ້ໃນກໍາໜົດເວລາທີ່ບໍລິສັດກໍາໜົດອອກ, ວາງແຜນເພື່ອສົ່ງເສີມງານຂາຍໃຫ້ກັບທີມງານຂາຍ ທັງສອງແຂວງ.


 ໜ້າທີ່ ແລະ ຄວາມຮັບຜິດຊອບ

  • ກຳນົດນະໂຍບາຍ ແລະ ຍຸດທະສາດການຂາຍໄລຍະສັ້ນ ແລະ ໄລຍະຍາວ ໃຫ້ກັບບໍລິສັດ
  • ວາງແຜນ ແລະ ແນະນໍາທີມຂາຍໃຫ້ໄດ້ລົງຂາຍສິນຄ້າຕາມເປົ້າຫມາຍທີ່ວ່າງໄວ້ແຕ່ລະເດືອນ
  • ວາງແຜນການງົບປະມານການຂາຍ ແລະ ລາຍຈ່າຍ ຮ່ວມກັບທີມບໍລິຫານ
  • ບໍລິຫານທີມງານການຂາຍທັງສອງແຂວງ ໃຫ້ເຮັດວຽກບັນລຸເປົ້າຫມາຍທີ່ບໍລິສັດວາງອອກ
  • ບໍລິຫານ ໃຫ້ກິດຈະກໍາສົ່ງເສີມການຂາຍໄປຕາມເປົ້າຫມາຍທີ່ບໍລິສັດວາງໄວ້
  • ບໍລິຫານທີມສາງ ແລະ ທີມຈັດໂຊ ໃຫ້ເຮັດວຽກສໍາເລັດຕາມພາລະບົດບາດຂອງເຂົາເຈົ້າ
  • ປະສານງານກັບຝ່າຍຂາຍ, ຝ່າຍບັນຊີ ແລະ ຝ່າຍອື່ນໆ
  • ລາຍງານຜົນການດຳເນີນງານປະຈໍາເດືອນຕໍ່ຜູ້ບໍລິຫານ

ຄຸນສົມບັດ

  • ຈົບປະລິນຍາຕີ ສາຂາການຕະຫຼາດ ຫຼື ບໍລິຫານ
  • ມີປະສົບການບໍລິຫານງານທີມຂາຍຢ່າງນ້ອຍ 3–5 ປີ
  • ມີພາວະຜູ້ນຳ ແລະ ທັກສະການຕັດສິນໃຈ
  • ມີທັກສະໃນການສື່ສານທີ່ດີ
  • ມີຄວາມອົດທົນ, ຫ້າວຫັນ ແລະ ເປັນແບບຢ່າງທີ່ດີໃຫ້ທີມ
  • ສາມາດເຮັດວຽກເປັນທີມ, ນໍາພາທີມເຮັດວຽກນອກເວລາ ຖ້າຈໍາເປັນ
  • ສາມາດເຮັດວຽກພາຍໃຕ້ຄວາມກົດດັນ ແລະ ເດີນທາງນອກພື້ນທີ່ໄດ້
  • ຮູ້ນໍາໃຊ້ Microsoft Excel, Word, PowerPoint

 

 

ວິທີການສະໝັກ:
ຜູ້ສົນໃຈສາມາດສົ່ງ CV / ໃບສະໝັກ ພ້ອມເອກະສານທີ່ກ່ຽວຂ້ອງ ໄດ້ທີ່ ອີເມວ: xaiyakanya.s@gmail.com, finance.amazing@svsofficial.com ຫຼື ຕິດຕໍ່ສອບຖາມລາຍລະອຽດເພີ່ມເຕີມທີ່ ເບີໂທ WhatsApp: 020 2929 7679


ເງິນເດືອນ ແລະ ສະວັດດິການ:
ເງິນເດືອນຂອງແຕ່ລະຕຳແໜ່ງ ສາມາດຕໍ່ລອງໄດ້ ໂດຍພິຈາລະນາຕາມຄວາມຮູ້ຄວາມສາມາດ ແລະ ປະສົບການ ໃນເວລາສຳພາດ


ສຳໜັກງານໃຫຍ່ຕັ້ງຢູ່: ບ້ານ ປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ

 

  • ພາສາທີ່ຕ້ອງການ

    English, Lao
  • ລະດັບການເຮັດວຽກ

    Manager
  • ປະສົບການ

    3 - 4 Years
  • ການສຶກສາ

    Diploma Degree

Lao modern Import - Export Trading Co., Ltd

Others

ຄົນຕິດຕາມ: