108 Jobs

Open in 108 Jobs app

lss
ກັບຄືນ

ພະນັກງານຝຶກງານ (ສັນຍາຈ້າງ ເຕັມເວລາ 6 ເດືອນ)

ບໍລິສັດ: foodpanda

ອຸດສາຫະກຳ: Online Food and Grocery Delivery

ປິດຮັບສະໝັກ: 10/Feb/2026

ຍອດເຂົ້າຊົມ: 428

  • ພາສາທີ່ຕ້ອງການ

    Lao, English, Chinese
  • ລະດັບການເຮັດວຽກ

    Intern / Student
  • ປະສົບການ

    New Graduate
  • ການສຶກສາ

    Higher Diploma
  • ເງີນເດືອນ

    2,500,000 - 3,000,000 ₭

ກ່ຽວກັບ ຟູດແພນດ້າ:


ຖ້າທ່ານຮັກໃນອາຫານ ແລະ ຄວາມສະດວກສະບາຍ, ທ່ານຈະຕ້ອງຮັກ ຟູດແພນດ້າ ແນ່ນອນ.


ຟູດແພນດ້າ ນຳອາຫານແຊບໆມາໃຫ້ທ່ານທຸກມື້ ຜ່ານການຂົນສົ່ງດ້ວຍລົດຈັກສີບົວທີ່ເປັນເອກະລັກຂອງພວກເຮົາ ຫຼື ການໃຫ້ບໍລິການຂໍ້ມູນລະອຽດກ່ຽວກັບແນວໂນ້ມອາຫານໃໝ່ລ່າສຸດ ແລະ ການນຳສະເໜີຮ້ານອາຫານດັງທ້ອງຖິ່ນ. ພວກເຮົາດຳເນີນທຸລະກິດຢູ່ 12 ປະເທດໃນອາຊີ ລວມທັງ ປະເທດລາວ. ດ້ວຍພະລັງຂອງໄຣເດີ ແລະ ທີມງານ, ພວກເຮົາເຊື່ອມໂຍງຜູ້ທີ່ມັກຮັກໃນອາຫານກັບຮ້ານອາຫານພັນທະມິດທີ່ດີເລີດຂອງພວກເຮົາ. ພວກເຮົາກຳລັງປ່ຽນມຸມມອງ ແລະ ປະສົບການນຳໃຊ້ການບໍລິການຂົນສົ່ງອາຫານໃນທົ່ວໂລກ.


ພວກເຮົາກຳລັງດຶງບຸກຄະລາກອນທີ່ມີຄວາມສາມາດທີ່ສຸດໃນຂະນະທີ່ພວກເຮົາເຕີມໂຕຢ່າງຕໍ່ເນື່ອງດ້ວຍສະພາບແວດລ້ອມແບບ “ລົງມືເຮັດຈິງທັງໝົດ” ແລະ ຈ້າງຜູ້ທີ່ສາມາດເຕີບໂຕໃນບໍລິສັດທີ່ເຕີບໂຕຢ່າງໄວວາ.


ພວກເຮົາກຳລັງຊອກຫາເພື່ອນຮ່ວມງານໃນຕຳແໜ່ງ: ພະນັກງານຝຶກງານ (ສັນຍາຈ້າງ ເຕັມເວລາ 6 ເດືອນ) ປະຈຳ ນະຄອນປາກເຊ, ແຂວງຈຳປາສັກ, ສປປ ລາວ.


ໜ້າທີ່ຮັບຜິດຊອບ:

  • ຊ່ວຍຊອກຫາຮ້ານອາຫານໃຫ້ເຂົ້າມາເປັນຄູ່ຮ່ວມທຸລະກິດກັບບໍລິສັດຕາມເປົ້າໝາຍທີ່ກຳນົດໄວ້;
  • ຊ່ວຍລົງຂໍ້ມູນຮ້ານອາຫານໃໝ່ໃນລະບົບ;
  • ຊ່ວຍປິດບັນຊີຮ້ານອາຫານທີ່ບໍ່ຜ່ານມາດຕະຖານ (zombie) ໃນລະບົບ;
  • ຊ່ວຍວຽກ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ຖືກມອບໝາຍຈາກຫົວໜ້າສາຍງານ.


ເງື່ອນໄຂການສະໝັກ:

  • ຍິນດີຕອນຮັບນັກສຶກສາຈົບໃໝ່;
  • ວຸທິການສຶກສາ ສາຂາບໍລິຫານທຸລະກິດ ຫຼື ສາຍອື່ນໆທີ່ກ່ຽວຂ້ອງ.
  • ສາມາດນຳໃຊ້ຄອມພິວເຕີ/ໄອທີໄດ້, ມີຄວາມຮູ້ພື້ນຖານກ່ຽວກັບການນຳໃຊ້ EmailMS Office ແລະ Google Suite.
  • ມີທັກສະໃນການແກ້ໄຂບັນຫາສະເພາະໜ້າ, ການສື່ສານ ແລະ ການເຈລະຈາ, ຮັກໃນການບໍລິການ ແລະ ມີມະນຸດສຳພັນດີ.
  • ມີພາຫະນະເປັນຂອງຕົນເອງ, ມີຄວາມຄຸ້ນເຄີຍ ແລະ ເຂົ້າໃຈສະພາບທ້ອງຖິ່ນ.
  • ມີຄວາມຮູ້ພື້ນຖານກ່ຽວກັບຕະຫຼາດຊື້ຂາຍອາຫານອອນລາຍ ຫຼື ກ່ຽວກັບ/ຄ້າຍຄື ຟູດແພນດ້າ ຈະພິຈາລະນາເປັນພິເສດ.


ສະຫວັດດີການ:

  • ສະພາບແວດລ້ອມການເຮັດວຽກແບບໄດນາມິກ ແລະ ທ້າທາຍ ທີ່ເຕັມໄປດ້ວຍການຮຽນຮູ້ຕະຫຼອດເວລາ.
  • ວັດທະນະທຳອົງກອນທີ່ສົ່ງເສີມໃຫ້ທຸກຄົນເປັນເຈົ້າການໃນວຽກ ແລະ ສາຍອາຊີບຂອງທ່ານ.
  • ບັນຍາກາດການເຮັດວຽກທີ່ມ່ວນຊື່ນ ທີ່ມາພ້ອມກັບກິດຈະກຳຂອງທີມ ແລະ ບໍລິສັດຢ່າງສະໝ່ຳສະເໝີ.
  • ໂອກາດໃນການເປັນສ່ວນໜຶ່ງພາຍໃນທີມທີ່ມີຄວາມສຸກ, ມີຄວາມເປັນມືອາຊີບ, ມີຊີວິດຊີວາ, ແລະ ມີຄວາມ SMART ທີ່ມຸ້ງໝັ້ນໃນຄວາມຫຼາກຫຼາຍ ແລະ ການຢູ່ຮ່ວມກັນ.
  • ມຸ້ງໝັ້ນທີ່ຈະພັດທະນາທ່ານທັງໃນດ້ານສ່ວນຕົວ ແລະ ດ້ານອາຊີບ.


ວິທີການສະໝັກ:


ພວກເຮົາເປັນບ່ອນເຮັດວຽກທີ່ໃຫ້ໂອກາດເທົ່າທຽມກັບທຸກໆຄົນ, ພວກເຮົາສົ່ງເສີມ ແລະ ຕ້ອນຮັບຜູ້ສະໝັກຈາກທຸກໆພື້ນຖານທີ່ແຕກຕ່າງກັນໄປ. ຖ້າທ່ານຄິດວ່າມີຄວາມສາມາດ ແລະ ຄຸນສົມບັດເໝາະສົມ, ພວກເຮົາຂໍເຊີນຊວນໃຫ້ທ່ານຍື່ນຊີວະປະຫວັດຫຍໍ້ (CV) ກັບພວກເຮົາ ແລະ ມາສ້າງຄວາມປ່ຽນແປງກັບຟູດແພນດ້າ!


ສົ່ງໃບສະໝັກ ຫຼື ຊີວະປະຫວັດຫຍໍ້ (CV) ແລະ ຈົດໝາຍສະໝັກງານ (Cover Letter) ໄປທີ່ recruitment@foodpanda.la ຫຼື ໂທ / WhatsApp (020 99 272 993) ເພື່ອສອບຖາມເພີ່ມເຕີມ.


---


ເບິ່ງຕຳແໜ່ງວ່າງອື່ນໆທີ່ ຟຸດແພນດ້າ ຂ້າງລຸ່ມນີ້:

https://careers.foodpanda.com/jobs?options=342&page=1


ໝາຍເຫດ: ຟູດແພນດ້າ ຂອບໃຈທຸກທ່ານທີ່ໃຫ້ຄວາມສົນໃຈ. ທຸກໆໃບສະໝັກຈະຖືກກວດສອບ ແຕ່ເນື່ອງຈາກຈຳນວນຜູ້ສະໝັກທີ່ສົ່ງເຂົ້າມາຫຼາຍ, ພວກເຮົາຈຶ່ງຈະຕິດຕໍ່ຫາແຕ່ຜູ້ທີ່ຖືກຄັດເລືອກເທົ່ານັ້ນ.


ຟູດແພນດ້າ ດຳເນີນທຸລະກິດໂດຍ ກຸ່ມບໍລິສັດ ເດລິເວີຣີ ຮີໂຣ, ເຊິ່ງເປັນຜູ້ນຳລະດັບໂລກໃນອຸດສາຫະກຳຈັດສົ່ງອາຫານ, ທີ່ມີຄຳສັ່ງຊື້ຫຼາຍກວ່າ 4 ລ້ານຄຳສັ່ງຊື້ຕໍ່ມື້, ດຳເນີນງານໃນຫຼາຍກວ່າ 40 ຕະຫຼາດ, ມີພະນັກງານ 25,000 ຄົນ ແລະ ຮ້ານອາຫານພັນທະມິດປະມານ 600,000+ ຮ້ານທົ່ວໂລກ.


ຂໍ້ມູນບໍລິສັດ

foodpanda

Online Food and Grocery Delivery

ຄົນຕິດຕາມ:

To be the most loved everyday food and groceries destination!” - that’s our mission at foodpanda (small ‘f’).


foodpanda is the largest food and grocery delivery platform in Asia, outside of China. Operating in more than 400 cities across 11 markets, we continue to expand and grow in our core food delivery business, as well as in new verticals like grocery deliveries, with a strong tech infrastructure at our core. From our restaurants-partners, cloud kitchens and cloud grocery stores — foodpanda is just one tap away, getting everything you need into your hands quickly and conveniently!


If you love working with technology to create solutions and are not afraid to roll up your sleeves to get things done, you will find your tribe here at foodpanda. foodpanda comprises of people from more than 60 nationalities, and we believe in winning through diversity.


foodpanda is part of the Delivery Hero Group, the world’s leading local delivery platform operating in 70+ countries worldwide.