108 Jobs

Open in 108 Jobs app

lss
Back

ພະນັກງານຝ່າຍບໍລິການລູກຄ້າ / Customer Service Executive

ບໍລິສັດ: MAXIM LAOS Co.,Ltd

ອຸດສາຫະກຳ: Transportations

ປິດຮັບສະໝັກ: 31/Oct/2025

ຍອດເຂົ້າຊົມ: 338

  • ພາສາທີ່ຕ້ອງການ

    English, Lao
  • ລະດັບການເຮັດວຽກ

    Experienced (non-manager)
  • ປະສົບການ

    1 - 2 Years
  • ການສຶກສາ

    Higher Diploma

ຕໍາແໜ່ງວຽກ:    ພະນັກງານຝ່າຍບໍລິການລູກຄ້າ

ສະຖານທີ່:         ນະຄອນຫຼວງວຽງຈັນ, ສປປ ລາວ

ລາຍງານເຖິງ:     ຜູ້ອໍານວຍການ

 

ສະຫຼຸບໜ້າວຽກ: ພະນັກງານຝ່າຍບໍລິການລູກຄ້າ ມີຄວາມຮັບຜິດຊອບໃນການສະຫນອງການບໍລິການທີ່ດີເລີດໃຫ້ແກ່ລູກຄ້າ, ຮັບປະກັນການຈັດການຄໍາຮ້ອງຂໍໃນເລື່ອງການອໍເດີ້ການຂັບຂີ່, ຈັດການເລື່ອງການໃຫ້ຄໍາແນະນໍາ ແລະ ການສອບຖາມຈາກລູກຄ້າ ແລະ ຄົນຂັບໃຫ້ມີປະສິດທິພາບ. ເປັນຈຸດທໍາອິດຂອງການຕິດຕໍ່ສໍາລັບລູກຄ້າ ແລະ ຄົນຂັບ, ຮັບປະກັນຄວາມຕ້ອງການຂອງພວກເຂົາຖືກແກ້ໄຂທັນທີ, ເປັນມືອາຊີບ ແລະ ມີປະສິດຕິພາບສູງສຸດ. ນອກນັ້ນທ່ານຍັງຈະປະກອບສ່ວນໃນການຮັກສາຊື່ສຽງ ແລະ ຄຸນນະພາບຂອງການບໍລິການ, ຮັບປະກັນຄວາມພຶງພໍໃຈຂອງລູກຄ້າ ແລະ ຄວາມສັດຊື່.

 

ຄວາມຮັບຜິດຊອບຫຼັກ:

  • ຮັບຜິດຊອບໃນການຕອບສາຍໂທລະສັບ, ອີເມວ, ຂໍ້ຄວາມ ເພື່ອໃຫ້ການບໍລິການລູກຄ້າ.
  • ແກ້ໄຂຄໍາຮ້ອງທຸກ ຫຼື ບັນຫາຂອງລູກຄ້າ ແລະ ຄົນຂັບໃນລັກສະນະທີ່ ເປັນມິດ, ມືອາຊີບ ແລະ ມີປະສິດທິພາບ, ຮັບປະກັນການແກ້ໄຂຢ່າງທັນເວລາເພື່ອຮັບປະກັນຄວາມພໍໃຈຂອງລູກຄ້າ ແລະ ຄົນຂັບ.
  • ໃຫ້ຂໍ້ມູນທີ່ຖືກຕ້ອງກ່ຽວກັບການຄາດຄະເນຄ່າໂດຍສານ, ວິທີການຊໍາລະເງິນ, ແລະ ໂປຣໂມຊັນຕ່າງໆ.
  • ປັບປຸງ ແລະ ຮັກສາບັນທຶກຂໍ້ມູນລູກຄ້າໃນຖານຂໍ້ມູນຂອງບໍລິສັດ.
  • ຕິດຕາມກວດກາ ແລະ ຕິດຕາມສະຖານະການຂັບເຄື່ອນ, ຮັບປະກັນກວດເຊັກຄວາມຊັກຊ້າ, ການຍົກເລີກອໍເດີ, ຫຼື ການປ່ຽນແປງຕ່າງໆ ແມ່ນຕ້ອງຕິດຕໍ່ພົວພັນກັບລູກຄ້າຢ່າງມີປະສິດທິຜົນ.
  • ຮັກສາລະດັບຄວາມຮູ້ກ່ຽວກັບການໃຫ້ບໍລິການ, ເສັ້ນທາງ, ແລະ ນະໂຍບາຍຂອງບໍລິສັດໃຫ້ຢູ່ລະດັບສູງຢູ່ສະເໝີ.
  • ປະຕິບັດການ ແລະ ການຈັດການຕໍ່ກັບຄໍາຕໍານິຕິຊົມຂອງລູກຄ້າ, ສະຫນອງຄວາມເຂົ້າໃຈກັບທີມງານຄຸ້ມຄອງ ກ່ຽວກັບການປັບປຸງ ຫຼື ບັນຫາທີ່ເກີດຂຶ້ນຄືນເພື່ອໃຫ້ການບໍລິການມີປະສິດຕິພາບຍິ່ງຂຶ້ນ
  • ຮັບປະກັນຄວາມປອດໄພ ແລະ ຄວາມພໍໃຈຂອງລູກຄ້າ ໂດຍການບັງຄັບໃຊ້ມາດຕະຖານ ແລະ ນະໂຍບາຍດ້ານຄວາມປອດໄພ ຂອງບໍລິສັດ.
  • ອັບເດດກ່ຽວກັບແນວໂນ້ມຂອງທຸລະກິດ ແລະ ຄູ່ແຂ່ງຢູ່ສະເໝີ ເພື່ອສະເໜີການບໍລິການທີ່ດີກວ່າໃຫ້ແກ່ລູກຄ້າ.
  • ຊ່ວຍເຫຼືອວຽກງານບໍລິຫານ ຫຼື ວຽກງານຊ່ວຍເຫຼືອລູກຄ້າຕາມຄວາມຕ້ອງການຂອງທີມງານ ຫຼື ຜູ້ບໍລິຫານ.

 

ຄຸນນະສົມບັດທີ່ຕ້ອງການ:

  • ຊັ້ນສູງ ຫຼື ປະລິນຍາຕີ ສາຂາບໍລິຫານທຸລະກິດ, ການຈັດການ ຫຼື ສາຂາທີ່ກ່ຽວຂ້ອງ.
  • ປະສົບການດ້ານການບໍລິການລູກຄ້າ ແລະ ມີປະສົບການໃນການຄຸມທີມຢ່າງໜ້ອຍ 01 ປີ ໃນຕໍາແໜ່ງຫົວໜ້າທີມ.
  • ພາສາສື່ສານອັງກິດ ແລະ ພາສາລາວໄດ້ຢ່າງຄ່ອງແຄ້ວ.
  • ຄວາມສາມາດໃນການສື່ສານ ແລະ ການແກ້ໄຂບັນຫາທີ່ດີເລີດ.
  • ຄວາມຊໍານານໃນການນໍາໃຊ້ລະບົບການບໍລິການລູກຄ້າ ແລະ ລະບົບ CRM.
  • ຄວາມສາມາດໃນການເຮັດວຽກພາຍໃຕ້ຄວາມກົດດັນ ແລະ ຮັບມືກັບສະຖານະການທີ່ທ້າທາຍຢ່າງມີປະສິດທິພາບ.
  • ທັກສະການວິເຄາະ ແລະ ການແກ້ໄຂບັນຫາ.
  • ຄວາມສາມາດໃນການຈັດຕັ້ງ ແລະ ການຈັດການເວລາທີ່ດີເລີດ.
  • ຄວາມຊໍານານໃນ Microsoft Office Suite ແລະ ຊອບແວທີ່ກ່ຽວຂ້ອງອື່ນໆ.

 

ຂັ້ນຕອນການສະຫມັກວຽກ:

ສົ່ງປະຫວັດຂອງທ່ານຜ່ານ E-mail: laos@taximaxim.com ຫຼື ທີ່ຫ້ອງການຂອງພວກເຮົາທີ່ ອາຄານ ທະນາຄານຫວຽດຕິນ, ຊັ້ນ 7, ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ, ເຂົ້າໄປເບິ່ງຂໍ້ມູນເພີ່ມເຕີມ https: //taximaxim.com.


ຫມາຍເຫດ: ພວກເຮົາຂໍຂອບໃຈຜູ້ສະຫມັກທຸກທ່ານທີ່ໃຫ້ຄວາມສົນໃຈຄໍາຮ້ອງສະຫມັກທັງຫມົດຈະຖືກທົບທວນຄືນ. ເຖິງຢ່າງໃດກໍຕາມເນື່ອງຈາກຈໍານວນການສະຫມັກມີຈໍານວນຫຼາຍດັ່ງນັ້ນ, ຈະມີພຽງແຕ່ຜູ້ສະຫມັກທີ່ຖືກຄັດເລືອກເຂົ້າສໍາພາດເທົ່ານັ້ນທີ່ຈະໄດ້ຮັບການຕິດຕໍ່ກັບ.

 


Job Title:          Customer Service Executive

Location:          Vientiane Capital, Lao PDR

Reports To:      Chief Executive Officer

 

Job Summary: The Customer Service Executive is responsible for providing exceptional service to customers, ensuring smooth and efficient handling of ride requests, complaints, and inquiries. Act as the first point of contact for customers, ensuring their needs are addressed promptly, professionally, and effectively. You will also contribute to maintaining the reputation and quality of the service, ensuring customer satisfaction and loyalty.


Key Responsibilities:

  • Handle inbound and outbound calls, emails, and chats to assist customers with inquiries and resolve issues. 
  • Address customer and driver complaints or issues in a calm, friendly, and efficient manner, ensuring timely resolutions to guarantee customer and driver satisfaction. 
  • Provide accurate information on fare estimates, payment methods, and promotions. 
  • Update and maintain customer records in the company database. 
  • Monitor and track ride statuses, ensuring any delays, cancellations, or updates are communicated to customers effectively. 
  • Maintain a high level of knowledge about services, routes, and company policies. 
  • Process and manage customer feedback, providing insights to the management team on areas for improvement or recurring issues. 
  • Ensure customer safety and satisfaction by enforcing company standards and safety protocols. 
  • Stay up-to-date on industry trends and competitors to offer superior service to customers. 
  • Assist with other administrative duties or customer support tasks as required by the team or management.

 

Job Requirements:

  • Diploma degree or Bachelor’s degree in Business Administration, Management, or related field preferred.
  • Proven experience in a customer service role, with at least 01 years.
  • Fluent in English and Lao language. 
  • Excellent communication and problem-solving abilities.
  • Proficiency in customer service software and CRM systems.
  • Ability to work under pressure and handle challenging situations effectively.
  • Analytical and problem-solving skills.
  • Strong organizational and time-management abilities.
  • Proficiency in Microsoft Office Suite and other relevant software

 

Job Application:

Submit your CV via E-mail: laos@taximaxim.com or at our office at VietinBank Building (VOB), 7th floor, 286 Lanexang Road, Hatsadi Village, Chanthabouly district, Vientiane Capital, Lao PDR, visit us for more information https://taximaxim.com

 

Note: We thank all candidates for their interest and effort, all applications will be reviewed. However, due to the high volume of applications, only shortlisted candidates will be contacted.

 

ຂໍ້ມູນບໍລິສັດ

MAXIM LAOS Co.,Ltd

Transportations

ຄົນຕິດຕາມ: