
ຜູ້ຈັດການຝ່າຍບັນຊີ ແລະ ການເງິນ
Trading & Distribution
L Thong Huot Telecom Sole co., ltd
ຜູ້ຈັດການຝ່າຍບັນຊີ ແລະ ການເງິນ
ສັງກັດ: ພະແນກບັນຊີ ແລະ ການເງິນລາຍງານຕໍ່: ຜູ້ຈັດການໃຫຍ່ / ຄະນະກຳມະການບໍລິຫານ
ເປົ້າໝາຍຂອງຕຳແໜ່ງ
ຄວບຄຸມ ແລະ ບໍລິຫານງານດ້ານບັນຊີ ແລະ ການເງິນໃຫ້ຖືກຕ້ອງ ຄົບຖ້ວນ ຕ້ອງຈັດການ ກວດສອບ ແລະ ຄວບຄຸມຂໍ້ມູນບັນຊີ–ການເງິນຢ່າງຖືກຕ້ອງ
ໜ້າທີ່ ແລະ ຄວາມຮັບຜິດຊອບຫຼັກ
1. ການຈັດການງານບັນຊີ
- ຄວບຄຸມ ແລະ ກວດສອບຂໍ້ມູນທາງບັນຊີຂອງສຳນັກງານໃຫຍ່ ແລະ ສາຂາ
- ກວດສອບຄວາມຖືກຕ້ອງ ແລະ ຄວາມຄົບຖ້ວນຂອງເອກະສານບັນຊີ
- ຈັດການ ແລະ ສົ່ງຂໍ້ມູນບັນຊີໃຫ້ Outsource ເພື່ອປິດງບປະຈຳເດືອນ ແລະ ປະຈຳປີ
- ກວດສອບງບການເງິນທີ່ Outsource ຈັດໃຫ້ ກ່ອນສົ່ງຕໍ່ໃຫ້ຜູ້ບໍລິຫານ
- ດູແລທະບຽນຊັບສິນຖາວອນ ແລະ ການປັບປຸງຂໍ້ມູນຊັບສິນ
2. ການບໍລິຫານການເງິນ
- ວາງແຜນ ແລະ ຄວບຄຸມກະແສເງິນໃຫ້ພຽງພໍຕໍ່ການດຳເນີນງານ
- ກວດສອບການຮັບ–ຈ່າຍເງິນ ແລະ ການໃຊ້ວົງເງິນສິນເຊື່ອ
- ຈັດທຳ ແລະ ຕິດຕາມແຜນຄາດການກະແສເງິນ (Cash Flow)
- ກວດສອບການຈ່າຍເງິນໃຫ້ຖືກຕ້ອງ ເພື່ອຮັກສາຄວາມສຳພັນກັບຄູ່ຄ້າ
- ປະສານງານກັບທະນາຄານ ແລະ ສະຖາບັນການເງິນ
3. ການວິເຄາະງົບປະມານ ແລະ ຜົນການດຳເນີນງານ
- ຈັດທຳ ແລະ ຕິດຕາມງົບປະມານປະຈຳປີ
- ວິເຄາະຕົ້ນທຶນ ແລະ ກຳໄລຂອງສິນຄ້າ / ແບຣນ / ສາຂາ
- ວິເຄາະຜົນການດຳເນີນງານກຽວກັບງົບປະມານ
4. ການຄວບຄຸມພາຍໃນ ແລະ ການກວດສອບ (Internal Control & Compliance)
- ອອກແບບ ແລະ ພັດທະນາລະບົບການຄວບຄຸມພາຍໃນດ້ານບັນຊີ–ການເງິນໃຫ້ແນ່ນຫນາ
- ກວດສອບ ແລະ ຕິດຕາມການປະຕິບັດງານຂອງສາຂາໃຫ້ສອດຄ່ອງກັບນະໂຍບາຍ
- ກວດສອບ ແລະ ປ້ອງກັນຄວາມສ່ຽງທາງການເງິນ, ການທຸຈລິດ, ແລະ ຄວາມຜິດພາດ
- ປະສານງານກັບທີມ Outsource ແລະ ຜູ້ກວດບັນຊີພາຍນອກ
5. ການບໍລິຫານທີມ (Team Management)
- ຄຸ້ມຄອງ ແລະ ພັດທະນາທັກສະຂອງທີມບັນຊີ–ການເງິນພາຍໃນ ເພື່ອເຮັດວຽກປະສານກັບ Outsource ຢ່າງມີປະສິດທິພາບ
- ສ້າງມາດຕະຖານໃນການເຮັດວຽກທີ່ເນັ້ນຄວາມຖືກຕ້ອງ, ຄວາມຄົບຖ້ວນ, ແລະ ຄວາມຮັບຜິດຊອບ
**ຄຸນສົມບັດ**
- ຈົບການສຶກສາຂັ້ນປະລິນຍາຕີ ຫຼື ສູງກວ່າ ໃນສາຂາບັນຊີ, ການເງິນ ຫຼື ສາຂາທີ່ກ່ຽວຂ້ອງ
- ມີປະສົບການເຮັດວຽກດ້ານບັນຊີ–ການເງິນແບບຢ່າງໜ້ອຍ 8–10 ປີ, ແລະ 3 ປີໃນຕຳແໜ່ງຜູ້ຈັດການ
- ມີປະສົບການໃນທຸລະກິດຄ້າປີກ, ຕົວແທນຈຳໜ່າຍ, ຫຼື ທຸລະກິດທີ່ມີຫຼາຍສາຂາ ຈະໄດ້ຮັບການພິຈາລະນາເປັນພິເສດ
- ມີທັກສະໃນການຈັດການ ແລະ ກວດສອບຂໍ້ມູນບັນຊີເພື່ອສົ່ງໃຫ້ Outsource
- ໃຊ້ໂປຣແກຣມບັນຊີ ແລະ Excel ລະດັບສູງໄດ້ (ເຊັ່ນ Pivot, VLOOKUP, Dashboard)
- ມີຄວາມເປັນຜູ້ນຳສູງ ແລະ ສາມາດບໍລິຫານທີມໄດ້ຢ່າງມີປະສິດທິພາບ
**ທັກສະທີ່ຈຳເປັນ (Key Competencies)**
- ການຄວບຄຸມ ແລະ ກວດສອບຂໍ້ມູນບັນຊີເພື່ອປິດງບກັບ Outsource
- ການບໍລິຫານງົບປະມານ ແລະ ກະແສເງິນສົດ
- ການວິເຄາະງົບການເງິນ ແລະ ຜົນການດຳເນີນງານ
- ຄວາມເປັນຜູ້ນຳ ແລະ ການສື່ສານ
- ການແກ້ໄຂບັນຫາ ແລະ ການຕັດສິນໃຈ
- ຄວາມລະມັດລະວັງ ແລະ ຄວາມລະອຽດ
ສົນໃຈສາມາດສົ່ງ ຊີວະປະຫວັດຫຍໍ້ (CV) ໃນການສໍາພາດເບື້ອງຕົ້ນ ຕາມທີ່ຢູ່ດັ່ງລຸ່ມນີ້:
ສຳນັກງານຕັ້ງຢູ່ ບ້ານຝາຍ, ຖະໜົນດົງປ່າລານ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ
ອີເມລ : thanita@lth.com.la ; lth.recruitment2024@gmail.com
ໂທລະສັບ: 021 453 094-5 ຫຼື ໂທ/ວັອດແອັບ: 020 55198458
Google Map >> https://goo.gl/maps/d89PyrmjjkwFC2SF6
ພາສາທີ່ຕ້ອງການ
English, Thai, Laoລະດັບການເຮັດວຽກ
Managerປະສົບການ
8 - 9 Yearsການສຶກສາ
Bachelor Degree

L Thong Huot Telecom Sole co., ltd
Trading & Distribution
ຄົນຕິດຕາມ: