Lao

Luxembourg Agency for Development Cooperation (LuxDev)
IGO - Intergovernmental Organization
0 ຄົນຕິດຕາມ
ລາຍລະອຽດວຽກໂດຍຫຍໍ້
Not specific
Not specific
Negotiable
IGO - Intergovernmental Organization
IT Support, Information Technology(IT)
INVITATION for TENDER: Title: Procurement of IT equipment and Office Supply (LAO/338 Bolikhamxay).
ບໍລິສັດ: Luxembourg Agency for Development Cooperation (LuxDev)
ອຸດສາຫະກຳ: IGO - Intergovernmental Organization
- ປິດຮັບສະໝັກ: 07/Oct/2025
- ຍອດເຂົ້າຊົມ: 185
ແຈ້ງເຊີນເຂົ້າຮ່ວມການປະມູນ
ສະໜອງອຸປະກອນ IT ແລະເຄື່ອງໃຊ້ຫ້ອງການ
ວັນທີ: 23 ກັນຍາ 2025
ເລກທີ ຂອງການປະມູນ: 01
ຜູ້ໃຫ້ທຶນ: ທຶນຊ່ວຍເຫຼືອທາງການເພື່ອການພັດທະນາຈາກລັດຖະບານ ແຫ່ງລາຊະອານາຈັກ ລຸກຊໍາບວກ
ໂຄງການ: ແຜນງານພັດທະນາທ້ອງຖິ່ນ ລາວ/338 ແຂວງບໍ່ແກ້ວ, ບໍລິຄໍາໄຊ, ຄໍາມ່ວນ ແລະແຂວງວຽງຈັນ
ພາຍໃຕ້ສັນຍາເລກທີ: DAFI LAO338 23 3022-DoP/IA Number:0002
ວັນທີຍື່ນຊອງປະມູນ: 28 ຕຸລາ 2025
- ພະແນກແຜນການ ແລະການລົງທຶນແຂວງ ບໍລິຄຳໄຊໄດ້ນໍາໃຊ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ຈາກລັດຖະບານ ແຫ່ງລາຊະອານາຈັກ ລຸກຊໍາບວກ ຜ່ານແຜນງານພັດທະນາທ້ອງຖິ່ນ ລາວ/338 ແຂວງບໍ່ແກ້ວ, ບໍລິຄໍາໄຊ, ຄໍາມ່ວນ ແລະ ແຂວງວຽງຈັນ ເພື່ອດໍາເນີນການຈັດຊື້ ແລະ ສະຫນອງ ອຸປະກອນ ໄອທີ ແລະ ເຄື່ອງໃຊ້ຫ້ອງການ ມອບໃຫ້ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຂັ້ນແຂວງ, ຂັ້ນເມືອງ ແລະ 56 ບ້ານ ຢູ່ໃນ 4 ເມືອງເປົ້າໝາຍຂອງແຜນງານລາວ/338.
- ພະແນກແຜນການ ແລະການລົງທຶນແຂວງ ບໍລິຄຳໄຊມີຄວາມຍິນດີຂໍເຊີນບັນດາບໍລິສັດທີ່ສົນໃຈ ແລະ ມີຄຸນນະວຸດທິເຫມາະສົມ ເຂົ້າຍື່ນຊອງປະມູນ ສຳລັບສະຫນອງ ອຸປະກອນ ໄອທີ ໃຫ້ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຂັ້ນແຂວງ ແລະ ຂັ້ນເມືອງ. ໄລຍະການຈັດສົ່ງອຸປະກອນ ແມ່ນພາຍໃນ 45 ວັນ ນັບແຕ່ມື້ໄດ້ລົງລາຍເຊັນຢູ່ໃນສັນຍາ.
- ການປະມູນຈະດຳເນີນຕາມຂັ້ນຕອນການປະມູນເປີດກວ້າງທີ່ໄດ້ກຳນົດໄວ້ຢູ່ໃນກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ 2017 ແລະ ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019. ໄລຍະເວລາດໍາເນີນການ 35 ວັນ
- ການປະມູນນີ້ ອະນຸຍາດໃຫ້ທຸກໆບໍລິສັດຢູ່ໃນຂອບເຂດທົ່ວປະເທດ ທີ່ມີຄວາມເຫມາະສົມ, ມີໃບອະນຸຍາດດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍ ທີ່ກ່ຽວພັນກັບການຄ້າ ແລະ ຈໍາໜ່າຍອຸປະກອນດັ່ງກ່າວ, ມີໃບປາຕັງຊັ້ນ 1, 2 ຫຼື 3 ທີ່ໃຊ້ໄດ້ສໍາລັບປີ 2025-2026.
- ບໍລິສັດທີ່ມີຄຸນນະວຸດທິເຫມາະສົມ ແລະ ສົນໃຈ ສາມາດຕິດຕໍ່ພົວພັນຕາມວັນເວລາທາງລັດຖະການໄດ້ທີ່: ຫ້ອງການປະສານງານແຜນງານລາວ/338 ຂັ້ນແຂວງ, ພະແນກແຜນການ ແລະການລົງທຶນແຂວງບໍລິຄຳໄຊ (ຕຶກພະແນກແຜນການເກົ່າ) ຕັ້ງຢູ່ ບ້ານອານຸສອນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ເບີໂທລະສັບ: 020 020 5555 0488, 020 22 818 009; ຫລື ຫ້ອງການປະສານງານແຜນງານ ລາວ/338 ຕັ້ງຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເບີໂທລະສັບ: 020 2249 5969.
- ເອກະສານຊອງປະມູນຄົບຊຸດ ທີ່ເປັນພາສາລາວ ສາມາດຕິດຕໍ່ຊື້ໄດ້ໂດຍຜູ້ປະມູນທີ່ສົນໃຈຕາມທີ່ຢູ່ໃນ ຂໍ້ 5 ຂ້າງເທິງ ເລີ້ມແຕ່ວັນທີ: 24/09/2025 ເປັນຕົ້ນໄປ ເຖິງວັນທີ 28/10/2025, ໃນລາຄາ 500,000 ກີບ (ຫ້າແສນກີບ) ຕໍ່ 1 ຊອງປະມູນ. ຈໍານວນເງິນດັ່ງກ່າວນີ້ ຈະບໍ່ມີການສົ່ງຄືນ, ວິທີການຊຳລະ ຕ້ອງຈ່າຍເປັນເງີນສົດ.
- ຊອງປະມູນຕ້ອງສົ່ງກ່ອນເວລາ 09:30 ນາທີຕອນເຊົ້າໃນວັນທີ 28/10/2025 ຊອງປະມູນທີ່ສົ່ງມາທາງເອເລັກໂຕຼນິກຈະບໍ່ອະນຸຍາດ, ຊອງປະມູນໃດທີ່ສົ່ງຊ້າກວ່າເວລາທີ່ກໍານົດໄວ້ຈະບໍ່ຮັບເອົາ ແລະ ຈະສົ່ງຄືນ ໂດຍບໍ່ມີການເປີດຊອງ. ຊອງປະມູນທຸກໆ ຊອງຈະໄດ້ເປີດໃນເວລາ 10:00 ນາທີ ຕອນເຊົ້າຂອງວັນທີ 28/10/2025 ທີ່ຫ້ອງປະຊຸມພະແນກການເງີນແຂວງ ບໍລິຄໍາໄຊ ( ຕຶກພະແນກແຜນການເກົ່າ) ໂດຍຊ້ອງຫນ້າຄະນະກໍາມະການປະມູນ ແລະ ຕົວແທນຂອງຜູ້ເຂົ້າແຂ່ງຂັນປະມູນທີ່ສົນໃຈເຂົ້າຮ່ວມນຳ.
- ທຸກຊອງປະມູນຕ້ອງໄດ້ປະກອບໜັງສືຄໍ້າປະກັນການປະມູນຈາກທະນາຄານມາພ້ອມຊື່ງມູນຄ່າຂອງການຄໍ້າປະກັນການປະມູນ ບໍ່ໃຫ້ຫລຸດ 02% (ສອງ ເປີເຊັນ) ຂອງລາຄາຍື່ນປະມູນ.
- ຊື່ ແລະ ທີ່ຢູ່ຜູ້ຮັບຜິດຊອບວຽກຈັດຊື້-ຈັດຈ້າງ ແມ່ນ:
- ທ່ານ ນາງ ຂິງຄຳ ອຸ່ນຈັນ ຮອງຂະແໜງ ບໍລິຫານ/ຜູ້ປະສານງານວຽກສ້າງຄວາມເຂັ້ມແຂງ ແຂວງ ບໍລິຄຳໄຊໂທ: 020 22 818 009
- ທ່ານ ນາງ ອານຸສອນ ອີນທະວົງ ພະນັກງານບໍລິຫານ ຫ້ອງການປະສານງານແຜນງານ ລາວ/338 ທີ່ນະຄອນຫຼວງວຽງຈັນ ໂທ: 020 2249 5969
- ທ່ານ ສຸກພັນສາ ຈະເລີນສຸກ ຜູ້ຮັບຜິດຊອບວຽກປະເມີນຜົນ ແລະໄອທີ່/ພະແນກການເງີນແຂວງ ບໍລິຄຳໄຊ 020 5555 0488.
Official Invitation Letter: https://drive.google.com/file/d/1vwfXf0UHqoWs03_apjs2d_ju7ma4vh26/view?usp=sharing