English, Lao
ລາຍລະອຽດວຽກໂດຍຫຍໍ້
1 - 2 Years
High School
Negotiable
Mining
Other - Mining, Others, Other - Skill worker
- ປິດຮັບສະໝັກ: 30/Sep/2025
- ຍອດເຂົ້າຊົມ: 19
ຕຳແໜ່ງ: ຊ່າງຢາງລົດ - ລະດັບ 1
- ມາຮ່ວມເປັນສ່ວນໜຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງ, ສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທໍາ
- ໂອກາດທີ່ດີໃນການຮຽນຮູ້ ແລະ ເກັບກ່ຽວປະສົບການໃນສາງອາໄລ່ກັບບໍລິສັດພູເບ້ຍມາຍນິ້ງ
- ມີແພັກເກັດເງິນເດືອນ ແລະ ສະຫວັດດີການທີ່ຫລາກຫລາຍ (ຢູ່ສະໜາມ ຫ້ວຍຊາຍ, 14 ມື້ ເຮັດວຽກ, 07 ມື້ ພັກ)
ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ
ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງ ແລະ ຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ, ມີການພັດທະນາແລະສໍາຫຼວດໃນປະເທດລາວ ມຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ ການຂາຍທອງແດງ ແລະ ຄໍາ ການກະຈາຍເປົ້າໝາຍຂອງການຜະລິດ ແລະ ການເຕີບໃຫຍ່ຂະຫຍາຍຕົວ.
ໃນປະເທດລາວແພນອອສຖືຫຸ້ນ 90 ສ່ວນຮ້ອຍ ໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ. ລັດຖະບານລາວແມ່ນເປັນເຈົ້າຂອງຢູ່10 ສ່ວນຮ້ອຍ. ພູເບ້ຍ ມາຍນິ້ງເປັນເຈົ້າຂອງ ແລະ ດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ.
ນີ້ແມ່ນໂອດການທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດ ແລະ ການດໍາເນີນງານ. ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງ ແລະ ມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຍືນຍົງໃຫ້ລັດຖະບານ ແລະ ປະຊາຊົນລາວ.
ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງ ທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມເພື່ອນຮ່ວມງານທີ່ມີຄວາມຫຼາກຫຼາຍວັດທະນະທຳ ທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມ ແລະ ການພັດທະນາໂດຍພະນັກງານຕ່າງປະເທດ ແລະ ຫົວໜ້າຄົນລາວທີ່ມີປະສົບການ ແລະ ເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍ ນອກຈາກນີ້ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນແລະ ຜົນປະໂຫຍດຫຼາກຫຼາຍລວມທັງປະກັນສຸຂະພາບທີ່ຄຸ້ມກັນຄອບຄົວ ແລະ ຍັງມີໂບນັດໃນການເຮັດວຽກງານນໍາອີກ
ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫຼາກຫຼາຍຢູ່ທີ່ບໍ່ຂຸດຄົ້ນ, ການສໍາຫຼວດພາກສະໜາມ ແລະ ຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫຼາຍ. ດັ່ງນັ້ນ, ພວກເຮົາຈິ່ງຂໍແນະນໍາໃຫ້ຜູ້ຍິງສະໝັກໃນຕໍາແໜ່ງທີ່ວ່າງທັງໝົດ
ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ ມີບໍລິການອາຫານ ທັງອາຫານລາວ, ອາຫານເອເຊຍ, ແລະ ອາຫານຕາເວັນຕົກ; ມີກິລາ ແລະ ສິ່ງອໍານວຍຄວາມສະດວກຄົບທັນສະໄໝ ແລະ ມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນເຮັດວຽກ 20 ມື້ ພັກ 8 ມື້ ຫຼື ເຮັດວຽກ 14 ມື້ ພັກ 7 ມື້ ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ 5 ມື້ ຕໍ່ອາທິດ ພັກ 2 ມື້.
ລາຍງານວຽກຫາຫົວໜ້າທີມງານຊ່າງຢາງລົດ.
ໜ້າທີ່ຄວາມຮັບຜິດຊອບດັ່ງນີ້:
- ປະຕິບັດທຸກໆກິດຈະກຳການບຳລຸງຮັກສາ, ຈອດຢາງ, ກວດເຊັກຢາງຕາມແຜນການ ແລະ ມອບໝາຍຂອງຜູ້ຄຸມງານປະຈຳວັນ.
- ດໍາເນີນວຽກງານຕ່າງໆທີ່ຮຽກຮ້ອງຕ້ອງການໂດຍຫົວໜ້າຄຸມງານ ບົນພື້ນຖານຄວາມສາມາດຂອງຕົນເອງໂດຍບໍ່ລໍຄອຍການຊີ້ນຳຈາກຫົວໜ້າຄຸມງານ, ຮັບປະກັນວ່າສາມາດສໍາເລັດໜ້າວຽກຂອງຕົນເອງຕາມກໍານົດເວລາທີ່ກໍານົດໂດຍບໍລິສັດພູເບ້ຍມາຍນີງ.
- ລາຍງານການເກີດປະຕິເຫດ/ເຫດການສຸກເສີນທີ່ເກີດຂຶ້ນທັງໝົດ ແກ່ຫົວໜ້າຄຸມງານໄວເທົ່າທີ່ເປັນໄປໄດ້.
- ບໍລິຫານເຄື່ອງມືເພື່ອຮັບປະກັນວ່າ ເຄື່ອງມືທັງໝົດເປັນລະບຽບ, ພ້ອມໃນການໃຊ້ງານ ແລະ ຕ້ອງແນ່ໃຈວ່າຕົນເອງບໍ່ໄດ້ນໍາໃຊ້ເຄື່ອງມືທີ່ມີຄວາມບົກຜ່ອງ
ຄຸນນະສົມບັດທີ່ຄວນມີສໍາລັບຕໍາແໜ່ງນີ້:
- ຮຽນຈົບຊັ້ນກາງ-ຊັ້ນສູງໃນສາຂາຊ່າງສ້ອມແປງ ແລະ ສາຂາອື່ນໆທີ່ກ່ຽວຂ້ອງກັບຢາງ
- ມີປະສົບການ 2 ປີ ໃນດ້ານການສ້ອມແປງກົນຈັກໜັກ ຫຼື ລົດເບົາ
- ມີປະສົບການເຮັດວຽກຢູ່ຮ້ານປ່ຽນຢາງມາກ່ອນຈະພິຈາລະນາເປັນພິເສດ
- ມີຄວາມກະຕືລືລົ້ນໃນໜ້າທີ່ວຽກງານ ແລະ ພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ
- ມີພື້ນຖານທາງດ້ານຄອມພີວເຕີ້
- ມີໃບອະນຸຍາຂັບຂີ່ ABC
ຖ້າທ່ານສົນໃຈກະລຸນາສະໝັກຜ່ານທາງເວັບໄຊ້ອອນລາຍຂອງພວກເຮົາໄດ້ທີ່ລິ້ງຂ້າງລຸ່ມນີ້:
https://career10.successfactors.com/sfcareer/jobreqcareer?jobId=16882&company=PanAust
ຫຼື ສາມາດສົ່ງໃບສະໝັກມາໄດ້ທີ່ເມວ: Lounny.Keoboualaphan@pbm.panaust.com
ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 020 7807 7775
ດາວໂຫຼດໃບສະໝັກຂອງພວກເຮົາໄດ້ທີ່ລິ້ງດ້ານລຸ່ມນີ້:
https://drive.google.com/uc?export=download&id=1BC0i03kRuDnGoVuSVs8OVWOh19CTyANr