English, Lao
ລາຍລະອຽດວຽກໂດຍຫຍໍ້
New Graduate
Vocational Degree
Negotiable
Mining
Other - Mining, Others, Other - Skill worker
- ປິດຮັບສະໝັກ: 30/Sep/2025
- ຍອດເຂົ້າຊົມ: 52
ຕຳແໜ່ງ ພະນັກງານວິເຄາະໃນຫ້ອງທົດລອງ - ລະດັບ 2
- ມາຮ່ວມເປັນສ່ວນໜຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງ,ສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທັມ
- ໂອກາດທີ່ດີໃນການເພີ່ມຄວາມຮູ້ ແລະ ຊອກຫາປະສົບການໃໝ່ທີ່ຈະເປັນນັກວິໄຈ ຂອງບໍລິສັດລະດັບສາກົນ
- ມີແພັກເກັດເງິນເດືອນແລະສະຫວັດດີການທີ່ຫລາກຫລາຍ (ປະຈຳທີ່ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ ແຂວງ ໄຊສົມບູນ; 20 ມື້ເຮັດວຽກ, 08 ມື້ພັກວຽກ)
ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ
ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງແລະຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ, ມີການພັດທະນາແລະສໍາຫຼວດໃນປະເທດລາວ ມ່ຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ ການຂາຍທອງແດງ ແລະ ຄໍາ ການກະຈາຍເປົ້າໝາຍຂອງການຜະລິດ ແລະ ການເຕີບໃຫຍ່ຂະຫຍາຍຕົວ.
ໃນປະເທດລາວແພນອອສຖືຫຸ້ນ90ສ່ວນຮ້ອຍ ໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ. ລັດຖະບານລາວແມ່ນເປັນເຈົ້າຂອງຢູ້10 ສ່ວນຮ້ອຍ. ພູເບ້ຍມາຍນິ້ງເປັນເຈົ້າຂອງແລະດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ.
ນີ້ແມ່ນໂອດການທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດແລະການດໍາເນີນງານ. ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງແລະມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຍືນຍົງໃຫ້ລັດຖະບານແລະປະຊາຊົນລາວ.
ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງ ທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມເພື່ອນຮ່ວມງານທີມີຄວາມຫຼາກຫຼາຍວັດທະນະທຳ ທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມ ແລະ ການພັດທະນາໂດຍພະນັກງານຕ່າງປະເທດ ແລະ ຫົວໜ້າຄົນລາວທີ່ມີປະສົບການ ແລະ ເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍ ນອກຈາກນີ້ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນແລະ ຜົນປະໂຫຍດຫຼາກຫຼາຍລວມທັງປະກັນສຸຂະພາບທີ່ຄຸ້ມກັນຄອບຄົວແລະຍັງມີໂບນັດໃນການເຮັດວຽກງານນໍາອີກ
ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫຼາກຫຼາຍຢູ່ທີ່ບໍ່ຂຸດຄົ້ນ, ການສໍາຫຼວດພາກສະໜາມ ແລະ ຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫຼາຍ ດັ່ງນັ້ນພວກເຮົາຈິ່ງຂໍແນະນໍາໃຫ້ຜູ້ຍິງສະໝັກໃນຕໍາແໜ່ງທີ່ວ່າງທັງໝົດ
ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ ມີບໍລິການອາຫານ ທັງອາຫານລາວ ອາຫານເອເຊຍ ແລະ ອາຫານຕາເວັນຕົກ ມີກິລາ ແລະສິ່ງອໍານວຍຄວາມສະດວກຄົບທັນສະໄໝ ແລະ ມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນເຮັດວຽກ20ມື້ ພັກ8ມື້ ຫຼື ເຮັດວຽກ14ມື້ ພັກ7ມື້ ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ5ມື້ ຕໍ່ອາທິດ ພັກ2ມື້
ລາຍງານວຽກຫາຫົວໜ້າທີມງານຫ້ອງທົດລອງ ເຮັດວຽກນຳລະດັບຫົວທີມງານເພື່ອມີການແລກປ່ຽນ ແລະ ປັບປຸງວຽກງານຕ່າງໆ.
ຫນ້າທີ່ຄວາມຮັບຜິດຊອບດັ່ງນີ:
- ເຂົ້າໃຈຮຽນຮູ້ລະບົບພື້ນຖານຄວາມປອດໄພ ແລະ ສຸກເສີນຂອງຫ້ອງວິໄຈ
- ດຳເນີນງານຕາມທຸກໆອຸປະກອນ ແລະ ປະຕິບັດຕາມລຳດັບຂອງເຄື່ອງມືຫ້ອງແລັບຂອງພູເບ້ຍ
- ເຂົ້າໃຈແບບແຜນວິທີວິໄຈຂອງຫ້ອງແລັບຂອງພູເບ້ຍ
- ຊ່ວຍກຳນົດ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ
- ດຳເນີນງານດ້ວຍເຄື່ອງຈັກ ແລະ ອຸປະກອນຕ່າງໆ ຂອງຫ້ອງແລັບ
- ຊ່ວຍວັດແທກ ແລະ ປະຕິບັດເຄື່ອງມື ແລະ ເຄື່ອງອຸປະກອນໃຫ້ຖືກຕ້ອງຕາມມາດຕະຖານ
- ຊ່ວຍປະຕິບັດກວດການສານເຄມີ ກວດແກ້ວ ແລະ ເຄື່ອງຊົມໃຊ້ຕ່າງໆ
- ຊ່ວຍລາຍງານວິໄຈຕາມການກຳນົດເວລາ
- ດຳເນີນການປະຕິບັດເຄື່ອງ ເອເອເອສ ແລະ ເຄື່ອງມືຕ່າງໆໄດ້
ຄຸນນະສົມບັດທີ່ຄວນມີສໍາລັບຕໍາແໜ່ງນີ້:
- ຮຽນຈົບສາຂາວິຊາ ເຄມີ ຫຼື ຊີວະສາດ
- ມີປະສົບການກ່ຽວກັບບໍ່ແຮ່, ວິເຄາະໃນຫ້ອງທົດລອງ ຫຼື ສາຂາທີ່ກ່ຽວຂ້ອງແມ່ນຈະພິຈາລະນາເປັນພິເສດ
- ສຸຂະພາບແຂງແຮງ ສາມາດເຮັດວຽກກາງຄືນໄດ້
- ຊ່ວຍເຫຼືອເຊິ່ງກັນແລະກັນ, ເຮັດວຽກເປັນທີມ ແລະ ເຮັດວຽກຮ່ວມກັບລະດັບຫົວໜ້າທີມໄດ້
- ສາມາດນຳໃຊ້ຄອມພິວເຕີ້ (Microsoft Office) ລະດັບດີ
ຖ້າທ່ານສົນໃຈກະລຸນາສະໝັກຜ່ານທາງເວັບໄຊ້ອອນລາຍຂອງພວກເຮົາໄດ້ທີ່ລິ້ງຂ້າງລຸ່ມນີ້:
https://career10.successfactors.com/sfcareer/jobreqcareer?jobId=16814&company=PanAust
ຫຼື ສາມາດສົ່ງໃບສະໝັກມາໄດ້ທີ່ເມວ: Lounny.Keoboualaphan@pbm.panaust.com
ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 020 7807 7775
ດາວໂຫຼດໃບສະໝັກຂອງພວກເຮົາໄດ້ທີ່ລິ້ງດ້ານລຸ່ມນີ້:
https://drive.google.com/uc?export=download&id=1BC0i03kRuDnGoVuSVs8OVWOh19CTyANr