108 Jobs

Open in 108 Jobs app

Phu Bia Mining

Mining

0 ຄົນຕິດຕາມ

ລາຍລະອຽດວຽກໂດຍຫຍໍ້

  • Lao

  • 1 - 2 Years

  • High School

  • Negotiable

  • Mining

  • Other - Skill worker, Others

ພະນັກງານຂັບລົດ - ລະດັບ 2

ບໍລິສັດ: Phu Bia Mining

ອຸດສາຫະກຳ: Mining

  • ປິດຮັບສະໝັກ: 28/Sep/2025
  • ຍອດເຂົ້າຊົມ: 210

ບັນທຶກວຽກ

ຕຳແໜ່ງ: ພະນັກງານຂັບລົດ - ລະດັບ 2

  • ມາຮ່ວມເປັນສ່ວນໜຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທໍາ
  • ເຂົ້າຮ່ວມທີມຂອງພວກເຮົາທີ່ມີບົດບາດທີ່ໜ້າສົໃຈດ້ວຍກົດລະບຽບ ແລະ ມາດຕະຖານຄວາມປອດໄພທີ່ກຳນົດໂດຍ ພູເບ້ຍ ມາຍນິ້ງ
  • ມີແພັກເກັດເງິນເດືອນ ແລະ ສະຫວັດດີການທີ່ຫລາກຫລາຍ(ຢູ່ສະໜາມພູຄໍາ ແລະ ສະໜາມບ້ານຫ້ວຍຊາຍ20 ມື້ ເຮັດວຽກ8 ມື້ ພັກ)

 

ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ        

 

ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງ ແລະ ຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ, ມີການພັດທະນາແລະສໍາຫຼວດໃນປະເທດລາວ ມຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ ການຂາຍທອງແດງ ແລະ ຄໍາ ການກະຈາຍເປົ້າໝາຍຂອງການຜະລິດ ແລະ ການເຕີບໃຫຍ່ຂະຫຍາຍຕົວ. 

 

ໃນປະເທດລາວແພນອອສຖືຫຸ້ນ 90 ສ່ວນຮ້ອຍ ໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ. ລັດຖະບານລາວແມ່ນເປັນເຈົ້າຂອງຢູ່10 ສ່ວນຮ້ອຍ. ພູເບ້ຍ ມາຍນິ້ງເປັນເຈົ້າຂອງ ແລະ ດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ.

 

ນີ້ແມ່ນໂອດການທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດ ແລະ ການດໍາເນີນງານ. ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງ ແລະ ມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຍືນຍົງໃຫ້ລັດຖະບານ ແລະ ປະຊາຊົນລາວ.

 

ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງ ທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມເພື່ອນຮ່ວມງານທີ່ມີຄວາມຫຼາກຫຼາຍວັດທະນະທຳ ທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມ ແລະ ການພັດທະນາໂດຍພະນັກງານຕ່າງປະເທດ ແລະ ຫົວໜ້າຄົນລາວທີ່ມີປະສົບການ ແລະ ເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍ ນອກຈາກນີ້ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນແລະ ຜົນປະໂຫຍດຫຼາກຫຼາຍລວມທັງປະກັນສຸຂະພາບທີ່ຄຸ້ມກັນຄອບຄົວ ແລະ ຍັງມີໂບນັດໃນການເຮັດວຽກງານນໍາອີກ

 

ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫຼາກຫຼາຍຢູ່ທີ່ບໍ່ຂຸດຄົ້ນ, ການສໍາຫຼວດພາກສະໜາມ ແລະ ຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫຼາຍ. ດັ່ງນັ້ນ, ພວກເຮົາຈິ່ງຂໍແນະນໍາໃຫ້ຜູ້ຍິງສະໝັກໃນຕໍາແໜ່ງທີ່ວ່າງທັງໝົດ 

 

ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ ມີບໍລິການອາຫານ ທັງອາຫານລາວ, ອາຫານເອເຊຍ, ແລະ ອາຫານຕາເວັນຕົກ; ມີກິລາ ແລະ ສິ່ງອໍານວຍຄວາມສະດວກຄົບທັນສະໄໝ ແລະ ມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນເຮັດວຽກ 20 ມື້ ພັກ 8 ມື້ ຫຼື ເຮັດວຽກ 14 ມື້ ພັກ 7 ມື້ ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ 5 ມື້ ຕໍ່ອາທິດ ພັກ 2 ມື້. 


ລາຍງານວຽກຫາຫົວໜ້າຄຸມງານພາກສະໜາມ, ໜ້າທີ່ຮັບຜິດຊອບຂອງຕຳແໜ່ງນີ້ແມ່ນການຂັບລົດ Sadko ແລະ ລົດເບົາ ເພື່ອບໍລິການ ແລະ ສະໜອງການຂົນສົ່ງທົ່ວທຸກພາກສະໜາມ.

 

ໜ້າທີ່ຮັບຜິດຊອບມີດັ່ງນີ້:

 

  • ຂັບລົດບັນທຸກ Sadko ຫຼື ລົດເບົາ ເພື່ອຮັບ-ສົ່ງພະນັກງານຈາກທີ່ພັກໄປຫາສະຖານທີ່ເຮັດວຽກ.
  • ກວດກາ, ຮັກສາຄວາມສະອາດ ແລະ ຮັກສາລົດທຸກມື້ຫຼັງຈາກໃຊ້ງານ.
  • ປະຕິບັດຕາມກົດລະບຽບ ແລະ ຂັ້ນຕອນທີ່ທາງບໍລິສັດວາງອອກ.

 

ຄຸນນະສົມບັດທີ່ຄວນມີສໍາລັບຕໍາແໜ່ງນີ້:

 

  • ມີປະສົບການໃນການຂັບລົດເບົາ, ລົດ 6 ລໍ້ ຫຼື ລົດ Sadko ເປັນເວລາ 2 ປີຂຶ້ນໄປ
  • ມີປະສົບການໃນການຂັບລົດບັນທຸກ ຫຼື ກົນຈັກໜັກໃນເໝືອງ ຈະພິຈາລະນາເປັນພິເສດ
  • ຕ້ອງມີໃບອະນຸຍາດຂັບຂີ່ປະເພດ ABC
  • ມີຄວາມຫ້າວຫັນ ແລະ ພ້ອມຈະຮຽນຮູ້ສິ່ງໃໝ່ໆ


ຖ້າທ່ານສົນໃຈກະລຸນາສະໝັກຜ່ານທາງເວັບໄຊ້ອອນລາຍຂອງພວກເຮົາໄດ້ທີ່ລິ້ງຂ້າງລຸ່ມນີ້:

https://career10.successfactors.com/sfcareer/jobreqcareer?jobId=16890&company=PanAust 

 

ຫຼື ສາມາດສົ່ງໃບສະໝັກຂອງທ່ານຜ່ານທາງອີເມລ: Carry.Sengtahueanghoung@pbm.panaust.com ຫຼື ຜ່ານທາງເບີ: 020 2811 9095 

 

ກະລຸນາດາວໂຫຼດໃບສະໝັກຂອງພວກເຮົາຜ່ານທາງລິ້ງກົດລິ້ງເພື່ອດາວໂຫຼດແບບຟອມ