108 Jobs

Open in 108 Jobs app

Phu Bia Mining

Mining

0 ຄົນຕິດຕາມ

ລາຍລະອຽດວຽກໂດຍຫຍໍ້

  • English, Lao

  • 1 - 2 Years

  • High School

  • Negotiable

  • Mining

  • Other - Mining, Others, Other - Skill worker

ພະນັກງານຊ່າງເຊື່ອມ

ບໍລິສັດ: Phu Bia Mining

ອຸດສາຫະກຳ: Mining

  • ປິດຮັບສະໝັກ: 26/Sep/2025
  • ຍອດເຂົ້າຊົມ: 95

ບັນທຶກວຽກ

ພະນັກງານຊ່າງເຊື່ອມ

  • ມາຮ່ວມເປັນສ່ວນໜຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງ, ສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທັມ
  • ໂອກາດທີ່ດີໃນການເພີ່ມຄວາມຮູ້ ແລະ ຫາປະສົບການໃໝ່ໃນການສ້ອມແປງກົນຈັກໜັກກັບບໍລິສັດພູເບ້ຍມ່າຍນິ້ງ
  • ມີແພັກເກັດເງິນເດືອນແລະສະຫວັດດີການທີ່ຫລາກຫລາຍ ( ພູຄໍາ ແລະ ເຮັດວຽກ 14ມື້ ພັກ 07ມື້ )

 

ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ

 

ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງແລະຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ, ມີການພັດທະນາ ແລະ ສໍາຫລວດໃນປະເທດລາວ ມ່ຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ ການຂາຍທອງແດງ ແລະ ຄໍາ ການກະຈາຍເປົ້າໝາຍຂອງການຜະລິດ ແລະ ການເຕີບໂຕ.


ໃນປະເທດລາວແພນອອສຖືຫຸ້ນ90ສ່ວນຮ້ອຍໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ. ລັດຖະບານລາວແມ່ນເປັນເຈົ້າຂອງຢູ່10 ສ່ວນຮ້ອຍ. ພູເບ້ຍມາຍນິ້ງເປັນເຈົ້າຂອງ ແລະ ດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ


ນີ້ແມ່ນໂອກາດທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດ ແລະ ການດໍາເງີນງານ. ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງ ແລະ ມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຢືນຍົງໃຫ້ລັດຖະບານ ແລະ ປະຊາຊົນລາວ.


ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມເພື່ອນຮ່ວມງານທີມີຄວາມຫລາກຫລາຍວັດທະນະທໍາທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມ ແລະ ການພັດທະນາໂດຍພະນັກງານຕ່າງປະເທດ ແລະ ຫົວໜ້າຄົນລາວທີ່ມີປະສົບການ ແລະ ເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍ. ນອກຈາກນີ້ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນ ແລະ ຜົນປະໂຫຍດຫລາກຫລາຍລວມທັງປະກັນສຸຂະພາບທີ່ຄຸ້ມກັນຄອບຄົວ ແລະ ຍັງມີໂບນັສໃນການເຮັດວຽກງານນໍາອີກ

 

ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫລາກຫລາຍຢູ່ທີ່ບໍ່ຂຸດຄົ້ນ,ການສໍາຫລວດພາກສະໜາມ ແລະ ຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫລາຍ ດັ່ງນັ້ນ. ພວກເຮົາຈິ່ງຂໍແນະນໍາໃຫ້ທຸກຄົນສະຫມັກໃນຕໍາແໜ່ງທີ່ວ່າງທັງໝົດ

ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ ມີບໍລິການອາຫານທັງອາຫານລາວ, ອາຫານເອເຊຍ ແລະ ອາຫານຕາເວັນຕົກມີກິລາ ແລະສິ່ງອໍານວຍຄວາມສະດວກຄົບທັນສະໄໝ ແລະ ມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນເຮັດວຽກ20ມື້ພັກ8ມື້ ຫຼື ເຮັດວຽກ14ມື້ພັກ7ມື້ ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ5ມື້ຕໍ່ອາທິດພັກ2ມື້

 

ລາຍງານວຽກຫາຫົວໜ້າທີມງງານເຊື່ອມຈອດ, ທ່ານມີໜ້າທີ່ຮັບຜິດຊອບໃນການບໍາລຸງຮັກສາກົນຈັກເຄື່ອນທີ່ ແລະ ອຸປະກອນສຳຫຼັບການຂຸດຄົ້ນ ທີ່ຢູ່ພາຍໃນ-ນອກຂົງເຂດໂຄງການຂຸດຄົ້ນພູຄໍາ.

 

ຫນ້າທີ່ຄວາມຮັບຜິດຊອບດັ່ງນີ້:

  • ມີບົດບາດໃນການຈັດການດ້ານຄວາມປອດໄພ ແລະ ສົ່ງເສີມການປະຕິບັດວຽກງານທີ່ປອດໄພຕະຫຼອດເວລາ
  • ປະຕິບັດໜ້າທີ່ອື່ນໆຕາມຄວາມຕ້ອງການຂອງຫົວໜ້າຄຸມງານບໍາລຸງຮັກສາອຸປະກອນເຄື່ອນທີ່ໃຫ້ເປັນລະບຽບຮຽບຮ້ອຍ ແລະ ສະຖານທີ່ເຮັດວຽກໃຫ້ມີຄວາມປອດໄພ
  • ຮັກສາສະຖານທີ່ເຮັດວຽກໃຫ້ມີຄວາມສະອາດ ແລະ ເປັນລະບຽບຮຽບຮ້ອຍ ຢູ່ໃນລະດັບມາດຕະຖານ 5ດາວ
  • ດຳເນີນການຖ່າຍ-ປ່ຽນ ສ່ວນປະກອບດ້ວຍການແນະນຳຈາກຫົວໜ້າຄຸມງານຂອງກະວຽກນັ້ນ
  • ດຳເນີນການສ້ອມແປງລະບົບກົນຈັກໜັກ ເພື່ອບັນທຶກບັນດາຂໍ້ບົກຜ່ອງຕ່າງໆ, ຄວາມເສຍຫາຍ ແລະ ລາຍງານຂໍ້ບົກຜ່ອງໂດຍກົງຫາຫົວໜ້າຄຸມງານ
  • ດຳເນີນການກວດກາໃນເວລາບຳລຸງຮັກສາເພື່ອໃຫ້ໝັ້ນໃຈວ່າໄດ້ລະບຸຈຸດບົກຜ່ອງ ແລະ ໄດ້ບັນທຶກເພື່ອການສ້ອງແປງຄັ້ງຕໍ່ໄປ
  • ມີຄວາມຮັບຜິດຊອບໂດຍກົງກັບວຽກງານເຊື່ອມ - ຈອດ ຢູ່ອູ່ສ້ອມແປງຂອງບໍລິສັດ ແລະ ໃນຂົງເຂດພາກສະໜາມຂຸດຄົ້ນບໍແຮ່

 

 ຄຸນນະສົມບັດທີ່ຄວນມີສໍາລັບຕໍາແນ່ງນີ້:

  • ມີຄວາມສົນໃຈຢາກຮຽນຮູ້ດ້ານຊ່າງເຊື່ອມ-ຊ່າງຈອດ ທາງບໍລິສັດມີຄູສອນວຽກໃຫ້
  • ບໍ່ຈຳກັດລະດັບການສຶກສາ
  • ຖ້າມີປະສົບການ ຫຼື ໃບຜ່ານງານກ່ຽວກັບຊ່າງເຊື່ອມ-ຊ່າງຈອດ ຈະພິຈາລະນາເປັນພິເສດ
  • ສາມາດຂັບລົດໄດ້ ແລະ ມີໃບຂັບຂີ່ AB 
  • ມີສຸຂະພາບແຂງແຮງ, ມີຄວາມກະຕືລືລົ້ນ ແລະ ຫ້າວຫັນໃນໜ້າວຽກ


ຖ້າທ່ານສົນໃຈກະລຸນາສະໝັກຜ່ານທາງເວັບໄຊ້ອອນລາຍຂອງພວກເຮົາໄດ້ທີ່ລິ້ງຂ້າງລຸ່ມນີ້:

https://career10.successfactors.com/sfcareer/jobreqcareer?jobId=16883&company=PanAust

ຫຼື ສາມາດສົ່ງໃບສະໝັກມາໄດ້ທີ່ເມວ: Lounny.Keoboualaphan@pbm.panaust.com

ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 020 7807 7775

ດາວໂຫຼດໃບສະໝັກຂອງພວກເຮົາໄດ້ທີ່ລິ້ງດ້ານລຸ່ມນີ້:

https://drive.google.com/uc?export=download&id=1BC0i03kRuDnGoVuSVs8OVWOh19CTyANr