108 Jobs

Open in 108 Jobs app

Phu Bia Mining

Mining

0 ຄົນຕິດຕາມ

ລາຍລະອຽດວຽກໂດຍຫຍໍ້

  • Lao, English

  • 1 - 2 Years

  • High School

  • Negotiable

  • Mining

  • Other - Mining, Others, Other - Skill worker

ພະນັກງານບຳລຸງຮັກສາ ແລະ ສ້ອມແປງໂຮງງານ

ບໍລິສັດ: Phu Bia Mining

ອຸດສາຫະກຳ: Mining

  • ປິດຮັບສະໝັກ: 09/Sep/2025
  • ຍອດເຂົ້າຊົມ: 32

ບັນທຶກວຽກ

ຕຳແໜ່ງ: ພະນັກງານບຳລຸງຮັກສາ ແລະ ສ້ອມແປງໂຮງງານ

  • ມາຮ່ວມເປັນສ່ວນໜຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງ, ສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທໍາ
  • ໂອກາດທີ່ດີໃນການຮຽນຮູ້ ແລະ ເກັບກ່ຽວປະສົບການໃນສາງອາໄລ່ກັບບໍລິສັດພູເບ້ຍມາຍນິ້ງ
  • ມີແພັກເກັດເງິນເດືອນ ແລະ ສະຫວັດດີການທີ່ຫລາກຫລາຍ (ຢູ່ສະໜາມ ຫ້ວຍຊາຍ, 14 ມື້ ເຮັດວຽກ, 7 ມື້ ພັກ) 

 

ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ        

 

ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງ ແລະ ຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ, ມີການພັດທະນາແລະສໍາຫຼວດໃນປະເທດລາວ ມຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ ການຂາຍທອງແດງ ແລະ ຄໍາ ການກະຈາຍເປົ້າໝາຍຂອງການຜະລິດ ແລະ ການເຕີບໃຫຍ່ຂະຫຍາຍຕົວ.

 

ໃນປະເທດລາວແພນອອສຖືຫຸ້ນ 90 ສ່ວນຮ້ອຍ ໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ. ລັດຖະບານລາວແມ່ນເປັນເຈົ້າຂອງຢູ່10 ສ່ວນຮ້ອຍ. ພູເບ້ຍ ມາຍນິ້ງເປັນເຈົ້າຂອງ ແລະ ດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ.

 

ນີ້ແມ່ນໂອດການທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດ ແລະ ການດໍາເນີນງານ. ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງ ແລະ ມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຍືນຍົງໃຫ້ລັດຖະບານ ແລະ ປະຊາຊົນລາວ.

 

ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງ ທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມເພື່ອນຮ່ວມງານທີ່ມີຄວາມຫຼາກຫຼາຍວັດທະນະທຳ ທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມ ແລະ ການພັດທະນາໂດຍພະນັກງານຕ່າງປະເທດ ແລະ ຫົວໜ້າຄົນລາວທີ່ມີປະສົບການ ແລະ ເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍ ນອກຈາກນີ້ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນແລະ ຜົນປະໂຫຍດຫຼາກຫຼາຍລວມທັງປະກັນສຸຂະພາບທີ່ຄຸ້ມກັນຄອບຄົວ ແລະ ຍັງມີໂບນັດໃນການເຮັດວຽກງານນໍາອີກ

ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫຼາກຫຼາຍຢູ່ທີ່ບໍ່ຂຸດຄົ້ນ, ການສໍາຫຼວດພາກສະໜາມ ແລະ ຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫຼາຍ. ດັ່ງນັ້ນ, ພວກເຮົາຈິ່ງຂໍແນະນໍາໃຫ້ຜູ້ຍິງສະໝັກໃນຕໍາແໜ່ງທີ່ວ່າງທັງໝົດ 

 

ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ ມີບໍລິການອາຫານ ທັງອາຫານລາວ, ອາຫານເອເຊຍ, ແລະ ອາຫານຕາເວັນຕົກ; ມີກິລາ ແລະ ສິ່ງອໍານວຍຄວາມສະດວກຄົບທັນສະໄໝ ແລະ ມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນເຮັດວຽກ 20 ມື້ ພັກ 8 ມື້ ຫຼື ເຮັດວຽກ 14 ມື້ ພັກ 7 ມື້ ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ 5 ມື້ ຕໍ່ອາທິດ ພັກ 2 ມື້. 

ລາຍງານວຽກຫາຫົວໜ້າຄຸມງານດ້ານານບຳລຸງຮັກສາ ແລະ ສ້ອມແປງໂຮງງານ.

 

ໜ້າທີ່ຄວາມຮັບຜິດຊອບດັ່ງນີ້:

  • ສ້ອມແປງເຄື່ອງຜະລິດຫິນ-ຊາຍ, ເຄື່ອງຄົບຫິນ ແລະ ຈໍຄັດເຊີ້
  • ສ້ອມແປງລູກກິ້ງ ແລະ ສາຍລຳລຽງ
  • ສ້ອມແປງອຸປະກອນເຄື່ອງຈັກຕ່າງໆໃນໂຮງງານ
  • ເຮັດວຽກຕາມທີ່ຫົວໜ້າສາຍງານມອບໝາຍໃຫ້

ຄຸນນະສົມບັດທີ່ຄວນມີສໍາລັບຕໍາແໜ່ງນີ້:

  • ຮຽນຈົບສາຍການຊ່າງທົ່ວໄປ ຫຼື ມໍປາຍຂື້ນໄປ
  • ຖ້າມີໃບຜ່ານງານດ້ານການຊ່າງທົ່ວໄປຫຼືມີປະສົບການທີ່ກ່ຽວຂ້ອງຈະພິຈາລະນາເປັນພິເສດ
  • ມີຄວາມກະຕືລືລົ້ນໃນການຮຽນຮູ້ສິ່ງໃໝ່ໆ.

 

ຖ້າທ່ານສົນໃຈກະລຸນາສະໝັກຜ່ານທາງເວັບໄຊ້ອອນລາຍຂອງພວກເຮົາໄດ້ທີ່ລິ້ງຂ້າງລຸ່ມນີ້:

https://career10.successfactors.com/sfcareer/jobreqcareer?jobId=16814&company=PanAust

ຫຼື ສາມາດສົ່ງໃບສະໝັກມາໄດ້ທີ່ເມວ: Lounny.Keoboualaphan@pbm.panaust.com

ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 020 7807 7775

ດາວໂຫຼດໃບສະໝັກຂອງພວກເຮົາໄດ້ທີ່ລິ້ງດ້ານລຸ່ມນີ້:

https://drive.google.com/uc?export=download&id=1BC0i03kRuDnGoVuSVs8OVWOh19CTyANr