English
ລາຍລະອຽດວຽກໂດຍຫຍໍ້
3 - 4 Years
Bachelor Degree
Negotiable
INGO / International Non-Governmental Organization
Information Technology(IT), Programming / Software Development
Full Stack Developer
ບໍລິສັດ: The HALO Trust
ອຸດສາຫະກຳ: INGO / International Non-Governmental Organization
- ປິດຮັບສະໝັກ: 06/Aug/2025
- ຍອດເຂົ້າຊົມ: 1122
Title | Full-Stack Developer (ນັກພັດທະນາ ເວັບໄຊທ໌ ) |
Location | Sepon, Savannakhet |
Type of Contact | Fix term contract |
Department | Information Management (IM) |
Reporting to | IM Manager |
Salary | Negotiable |
Overview
The HALO Trust is an international landmine and UXO clearance charity. We work in Lao PDR conducting survey and clearance of Unexploded Ordnance (UXO), employing over 1,400 staff based in Sepon, Savannakhet Province, with a small administrative office in Vientiane.
Purpose of Role |
The Full Stack Developer will play a pivotal role in the design, development, and maintenance of both the front-end and back-end components of our web applications. This role will be responsible for creating efficient server-side logic, optimizing database interactions, and developing seamless APIs, with a strong focus on performance, scalability, and security. This position requires advanced expertise in Laravel and PostgreSQL, as well as the ability to deliver high-quality, user-centric solutions that meet business objectives.
|
Responsibilities |
|
Qualifications & Skills |
|
Knowledge, Skills and Competency |
|
Preference |
|
Working Conditions |
The HALO Trust team in Sepon works a monthly cycle, with an average of 22-23 days worked at the start of the month, with the remainder of the month as ‘standdown’ (rest days). HALO works a short cycle during April with an extended break for public holidays.
|
Safeguarding |
Ensure that you will not exchange money, offers of employment, employment, goods or services for sex or sexual favours, nor any other forms of humiliating, degrading or exploitative behaviour.
|
General Statement |
The HALO Trust is an Equal Opportunity Employer and does not discriminate against any applicant for employment because of age, disability, gender reassignment, marriage and civil partnership, pregnancy and maternity, race, religion or belief, sex, or sexual orientation.
The HALO Trust is committed to a culture that is both diverse and inclusive and we seek to recruit, develop, and retain the most talented people from a diverse candidate pool. The HALO Trust is committed to ensuring that it provides a safe and trusted environment which safeguards and promotes the welfare and wellbeing of anyone who comes into contact with, or is part of, the Charity, with a zero-tolerance approach to behaviours which challenge this.
|
How to apply |
Please send your update CV and Cover Letter expressing your interest and expected salary in the role to hr@halolaos.org
The application deadline is July 31, 2025. Due to a high volume of applicants, only shortlisted candidates will be contacted for an interview.
|
ຕໍາແໜ່ງ | ນັກພັດທະນາ ເວັບໄຊທ໌ (Full Stack Developer) | ພະແນກ: | ຄຸ້ມຄອງຂໍ້ມູນ (IM) |
ທີ່ຕັ້ງ: | ເຊໂປນ, ສະຫວັນນະເຂດ | ລາຍງານເຖິງ | ຫົວໜ້າພະແນກຄຸ້ມຄອງຂໍ້ມູນ |
ປະເພດຂອງສັນຍາ | ສັນຍາມີກຳນົດ | ເງິນເດືອນ | ຂື້ນກັບການຕໍ່ລອງເຈລະຈາ |
ພາບລວມ
ອົງການ ຮາໂລ ທຣາສທ໌ ແມ່ນອົງການເພື່ອການກຸສົນສາກົນທີ່ປະຕິບັດການເກັບກູ້ ລບຕ ແລະ ລະເບີດຝັງດິນ. ພວກເຮົາປະຕິບັດການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ ເຊິ່ງມີພະນັກງານຫຼາຍກວ່າ 1,400 ຄົນ ປະຈຳການຢູ່ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ແລະ ມີຫ້ອງການບໍລິຫານຕັ້ງຢູ່ ນະຄອນຫຼວງວຽງຈັນ.
ຈຸດປະສົງຂອງບົດບາດໜ້າທີ່
ນັກພັດທະນາ ຟູລສະແຕັກ (Full Stack Developer) ຈະມີບົດບາດສຳຄັນໃນການອອກແບບ, ພັດທະນາ ແລະ ບຳລຸງຮັກສາອົງປະກອບທັງສ່ວນໜ້າ(front-end) ແລະ ສ່ວນຫຼັງ (back-end) ຂອງໂປຣແກຣມເວັບ (Web Application) ໂດຍຕຳແໜ່ງນີ້ຈະຮັບຜິດຊອບໃນການສ້າງໂລຈິກຝັ່ງເຊີຟເວີ້ທີ່ມີປະສິດທິພາບ, ປັບປຸງການຕອບໂຕ້ກັບຖານຂໍ້ມູນ ແລະ ພັດທະນາ API ໂດຍເນັ້ນທີ່ປະສິດທິພາບ, ຄວາມສາມາດໃນການຂະຫຍາຍລະບົບ ແລະ ການຮັກສາຄວາມປອດໄພເປັນຫຼັກ. ຕຳແໜ່ງນີ້ຕ້ອງການຜູ້ທີ່ມີຄວາມຊ່ຽວຊານສູງໃນດ້ານ Laravel ແລະ PostgreSQL ເຊັ່ນດຽວກັນກັບຄວາມສາມາດໃນການແກ້ໄຂບັນຫາແບບສູນກາງທີ່ມີຄຸນນະພາບສູງ ແລະ ເນັ້ນຜູ້ໃຊ້ງານ ທີ່ຕອບໂຈດເປົ້າໝາຍຂອງວຽກງານ.
ໜ້າທີ່ຮັບຜິດຊອບ
ອອກແບບ, ພັດທະນາ, ທົດລອງ ແລະ ເປີດນຳໃຊ້ເວັບໄຊທ໌,`ສ້າງສ່ວນຫຼັງ (Backend) ໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບໂດຍໃຊ້ Laravel.
ອອກແບບ ແລະ ປັບປຸງສະກິມມ່າ (Schemas) ແລະ ຄິວຣີ່ (Queries) ໃນຖານຂໍ້ມູນສຳລັບ PostgreSQL ໃຫ້ມີປະສິດທິພາບ.
ຂຽນໂຄ້ດ (Code) ທີ່ເປັນລະບຽບ, ບຳລຸງຮັກສາໄດ້ງ່າຍ ແລະ ມີເອກະສານປະກອບຢ່າງຄົບຖ້ວນ ໂດຍປະຕິບັດຕາມແນວທາງ ແລະ ມາດຕະຖານການຂຽນໂຄ້ດ.
ເຊື່ອມຕໍ່ API ຈາກບຸກຄົນທີສາມ (third-party APIs) ແລະ ບໍລິການຈາກພາຍນອກ ຕາມຄວາມຈຳເປັນເພື່ອຍົກລະດັບຄວາມສາມາດຂອງແອັບພລິເຄຊັ່ນ.
ເຮັດວຽກຮ່ວມກັບນັກພັດທະນາຝ່າຍ frontend ເພື່ອກຳນົດ ແລະ ສ້າງ API ທີ່ມີປະສິດທິພາບ ແລະ ໃຫ້ການເຊື່ອມຕໍ່ມີຄວາມວ່ອງໄວ.
ເຂົ້າຮ່ວມໃນການກວດໂຄ້ດ (Code) ເພື່ອຮັບປະກັນຄຸນນະພາບຂອງໂຄ້ດ ແລະ ແນວທາງການປະຕິບັດທີ່ດີທີ່ສຸດ.
ແກ້ໄຂບັນຫາ, ແກ້ໄຂຂໍ້ຜິດພາດ (debug) ແລະ ບັນຫາການໃຊ້ງານທີ່ເກີດຂຶ້ນຈິງ ເພື່ອໃຫ້ການຕິດຂັດຕໍ່ຜູ້ໃຊ້ງານເກີດຂຶ້ນໜ້ອຍທີ່ສຸດ.
ມີສ່ວນຮ່ວມໃນທຸກຂັ້ນຕອນຂອງວົງຈອນການພັດທະນາຊອຟແວຣ໌ ຕັ້ງແຕ່ແນວຄິດໄປຈົນເຖິງການປັບໃຊ້ ແລະ ການບຳລຸງຮັກສາ.
ຮັບປະກັນວ່າໂຄ້ດເບສ (Codebase) ໄດ້ຮັບການອັບເດດ ເພື່ອໃຫ້ມີຄວາມໝັ້ນໃຈວ່າລະບົບມີຄວາມປອດໄພ ແລະ ມີປະສິດທິພາບສູງສຸດ.
ຕິດຕາມເຕັກໂນໂລຊີ ແລະ ກະແສໃໝ່ໆໃນອຸດສາຫະກຳເຕັກໂນໂລຊີຢ່າງສະໝ່ຳສະເໝີ.
ຄຸນນະວຸດ ແລະ ທັກສະ
ວຸດທິການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາວິທະຍາສາດຄອມພິວເຕີ້, ວິສະວະກຳຊອຟແວຣ໌ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ (ຫຼື ມີປະສົບການເຮັດວຽກຕົວຈິງໃນລະດັບທຽບເທົ່າ).
ມີປະສົບການຢ່າງໜ້ອຍ 3-5 ປີ ໃນການພັດທະນາ backend ດ້ວຍ Laravel ຫຼື Framework ແບບ MVC OOP PHP ທີ່ຄ້າຍຄືກັນ.
ມີປະສົບການໃນການເຮັດວຽກເປັນ ນັກພັດທະນາ Full Stack ໂດຍສະເພາະກັບ Laravel Framework.
ມີປະສົບການໃນການອອກແບບສະກິມມ່າ ໃນ PostgreSQL, ຂຽນຄິວຣີ່ທີ່ຊັບຊ້ອນ ແລະ ປັບປຸງຖານຂໍ້ມູນໃຫ້ມີປະສິດທິພາບ.
ມີປະສົບການໂດຍກົງໃນການພັດທະນາ ແລະ ເຊື່ອມໂຍງ RESTful API.
ມີປະສົບການໃນການເຮັດວຽກກ່ຽວກັບ Environment ຂອງ Agile/Scrum.
ມີປະສົບການໃນການເປີດນຳໃຊ້ແອັບພລິເຄຊັ່ນໂດຍການໃຊ້ CI/CD pipelines.
ມີປະສົບການທີ່ໃນການພັດທະນາ Frontend.
ຄວາມຮູ້, ທັກສະ ແລະ ຄວາມສາມາດ
ມີຄວາມຮູ້ໃນການອອກແບບສະກິມມ່າ, ຂຽນຄິວຣີ່ທີ່ຊັບຊ້ອນ ແລະ ການປັບປຸງຖານຂໍ້ມູນໃຫ້ມີປະສິດທິພາບ.
ມີຄວາມຮູ້ກ່ຽວກັບແນວທາງການປະຕິບັດດ້ານຄວາມປອດໄພຂອງແອັບພລິເຄຊັ່ນ ເພື່ອສ້າງແອັບພລິເຄຊັ່ນທີ່ປອດໄພ.
ມີຄວາມຮູ້ພື້ນຖານກ່ຽວກັບ Frontend Framework ທີ່ໄດ້ຮັບຄວາມນິຍົມ (ຕົວຢ່າງ: Tailwind, React, Vue.js, Angular).
ມີຄວາມຮູ້ກ່ຽວກັບຂະບວນການພັດທະນາ Agile ລວມທັງ Scrum ແລະ Kanban.
ມີຄວາມຄຸ້ນເຄີຍກັບກັບເຕັກໂນໂລຊີ Containerization ເຊັ່ນ: Docker.
- ມີຄວາມຊຳນານໃນ HTML5, CSS3, JavaScript, Bootstrap ແລະ ການເຣັນເດີ້ server-side rendering ດ້ວຍ Blade templates.
ມີຄວາມຄຸ້ນເຄຍກັບ Git, ລະບົບຄວບຄຸມເວີຊັ່ນ ແລະ CI/CD pipelines.
ມີຄວາມສາມາດໃນການຂຽນ Unit Tests ແລະ ນຳໃຊ້ test-driven development (TDD).
ມີປະສົບການໃນການເປີດໃຊ້ແອັບພລິເຄຊັ່ນຢູ່ເທິງ Cloud ເຊັ່ນ: AWS, GCP ຫຼື Digital Ocean.
ມີຄວາມຮູ້ກ່ຽວກັບ Docker ແລະ Containerization.
ມີຄວາມເຂົ້າໃຈກ່ຽວກັບການອອກແບບຖານຂໍ້ມູນເຊິງສຳພັນ ແລະ ການປັບປຸງໃຫ້ມີປະສິດທິພາບ.
ເຂົ້າໃຈຫຼັກການ ການອອກແບບ RESTful API ເປັນຢ່າງດີ.
ມີຄວາມຄຸ້ນເຄີຍກັບເຄື່ອງມືການພັດທະນາ Agile/Scrum (Scrum/Kanban).
ເຂົ້າໃຈກ່ຽວກັບແນວທາງການປະຕິບັດດ້ານຄວາມປອດໄພຂອງແອັບພລິເຄຊັ່ນ.
ມີຄວາມສາມາດໃນການເຮັດວຽກຮ່ວມກັບທີມອື່ນໄດ້ຢ່າງມີປະສິດທິພາບ.
ມີຄວາມຄຸ້ນເຄີຍກັບ Frontend Framework ເຊັ່ນ: Tailwind, React, Vue.js, ຫຼື Angular.
ມີທັກສະການສື່ສານ ແລະ ການເຮັດວຽກເປັນທີມທີ່ດີ.
ມີທັກສະໃນການແກ້ໄຂບັນຫາ ແລະ ມີຄວາມເອົາໃຈໃສ່ໃນລາຍລະອຽດ.
ສາມາດສື່ສານພາສາອັງກິດ ແລະ ພາສາລາວໄດ້ດີ.
ພິຈາລະນາເປັນພິເສດ
ຜູ້ສະໝັກເປັນແມ່ຍີງແມ່ນຈະພິຈາລະນາເປັນພິເສດ
ຕຳແໜ່ງນີ້ແມ່ນສະຫງວນໃຫ້ຄົນສັນຊາດລາວເທົ່ານັ້ນ.
ຜູ້ທີ່ມີປະສົບການເຮັດກັບອົງການ NGO ໃນປະເທດ ຫຼື ຕ່າງປະເທດ ຫຼື ມີປະສົບການເຮັດວຽກກັບຊຸມຊົນຈະໄດ້ຮັບການພິຈາລະນາເປັນພິເສດ.
ເງື່ອນໄຂຂອງການເຮັດວຽກ
ທີມງານຂອງອົງການ ຮາໂລ ທຣາສທ໌ ຢູ່ເມືອງ ເຊໂປນ ແມ່ນເຮັດວຽກເປັນຮອບວຽນໃນແຕ່ລະເດືອນ ໂດຍສະເລ່ຍ 22-23 ມື້ ເລີ່ມໃນຕົ້ນເດືອນ ເຊິ່ງມີການແຈ້ງໄລຍະເວລາການພັກວຽກຂອງເດືອນ ເອີ້ນວ່າ ‘ສະແຕນດາວ’ (ວັນພັກ). ຮອບວຽນການເຮັດວຽກຂອງ ຮາໂລ ໃນເດືອນ ເມສາ ແມ່ນມີໄລຍະສັ້ນ ແລະ ມີວັນຢຸດພັກຜ່ອນຍາວ.
ການຄຸ້ມຄອງປ້ອງກັນ( Safeguarding)
ຕ້ອງຮັບປະກັນວ່າທ່ານຈະບໍ່ມີການແລກປ່ຽນມາດ້ວຍເງິນ, ຂໍ້ສະເໜີການຈ້າງງານ, ການຈ້າງງານ, ສິນຄ້າ ຫຼື ການບໍລິການ ເພື່ອແລກກັບການມີເພດສຳພັນ ຫຼື ຜົນປະໂຫຍດທາງເພດ ຫຼື ຮູບແບບຕ່າງໆຂອງການດູໝິ່ນ, ລະເມີດ ຫຼື ພຶດຕິກຳການສະແຫວງຫາຜົນປະໂຫຍດໃນຮູບແບບຕ່າງໆ.
ຖະແຫຼງການທົ່ວໄປ
ອົງການ ຮາໂລ ທຣາສທ໌ ແມ່ນຜູ້ຈ້າງງານທີ່ໃຫ້ໂອກາດຢ່າງເທົ່າທຽມ ແລະ ບໍ່ແບ່ງແຍກ ຫຼື ເລືອກປະຕິບັດຕໍ່ຜູ້ສະໝັກວຽກບໍ່ວ່າດ້ວຍເຫດຜົນໃດກໍຕາມເຊັ່ນ: ອາຍຸ, ຄວາມພິການ, ການແປງເພດ, ການແຕ່ງງານ ແລະ ການຈົດທະບຽນຄູ່ສົມລົດ, ການຖືພາ ແລະ ການເປັນແມ່, ເຊື້ອຊາດ, ສາສະໜາ ຫຼື ຄວາມເຊື່ອ, ເພດ ຫຼື ລົດສະນິຍົມທາງເພດ.
ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການສ້າງວັດທະນະທຳທີ່ມີຄວາມຫຼາກຫຼາຍ ແລະ ຄອບຄຸມ ໂດຍມຸ່ງເນັ້ນການຈັດຫາ, ພັດທະນາ ແລະ ຮັກສາບຸກຄະລາກອນທີ່ມີຄວາມສາມາດຈາກກຸ່ມຜູ້ສະໝັກທີ່ມີຄວາມຫຼາກຫຼາຍ.
ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການຮັບປະກັນວ່າ ສະພາບແວດລ້ອມແມ່ນມີຄວາມປອດໄພ ແລະ ໜ້າເຊື່ອຖື ໂດຍໃຫ້ຄວາມສຳຄັນກັບການຄຸ້ມຄອງ ແລະ ສົ່ງເສີມສະຫວັດດີການ ແລະ ການເປັນຢູ່ທີ່ດີຂອງທຸກຄົນທີ່ມີສ່ວນກ່ຽວຂ້ອງ ຫຼື ເປັນສ່ວນໜຶ່ງຂອງອົງການ ໂດຍມີນະໂຍບາຍບໍ່ຍອມຮັບພຶດຕິກຳໃດໆທີ່ຂັດຕໍ່ຫຼັກການດັ່ງກ່າວຢ່າງເດັດຂາດ.
ວິທີສະໝັກ
ກະລຸນາສົ່ງຊີວະປະຫວັດປັດຈຸບັນ (CV) ແລະ ໜັງສືສະໝັກງານ (Cover Letter) ສະແດງຄວາມສົນໃຈຂອງທ່ານ ແລະ ເງິນເດືອນທີ່ຕ້ອງການສຳລັບຕຳແໜ່ງນີ້ ຫາອີເມລ: hr@halolaos.org.
ປິດຮັບສະໝັກ ວັນທີ 31 ກໍລະກົດ 2025. ເນື່ອງຈາກຈຳນວນຜູ້ສະໝັກທີ່ຫຼາຍ, ມີພຽງແຕ່ຜູ້ສະໝັກທີ່ຖືກເລືອກເທົ່ານັ້ນ ຈະໄດ້ຮັບການຕິດຕໍ່ກັບເພື່ອການສຳພາດ.