Lao
ລາຍລະອຽດວຽກໂດຍຫຍໍ້
New Graduate
Vocational Degree
Negotiable
Diversified Financials
Sale, CS & Business Devpt, Business Development, Sale, CS & Business Devpt
- ປິດຮັບສະໝັກ: 23/Jul/2025
- ຍອດເຂົ້າຊົມ: 398
ປະຫວັດຫຍໍ້ ຂອງບໍລິສັດ
ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ເປັນໜື່ງໃນບໍລິສັດຊັ້ນນຳດ້ານການລົງທຶນໃນທຸລະກິດຂອງ ສປປ ລາວ. ພີທີແອວ ໂຮນດິ້ງ ເປັນບໍລິສັດແມ່ຂອງຫຼາກຫຼາຍທຸລະກິດເຊີ່ງນອນຢູ່ໃນກຸ່ມບໍລິສັດພົງສະຫວັນທີ່ກໍໍ່ຕັ້ງໃນປີ 2011. ໃນປັດຈຸບັນ, ພີທີແອວ ໂຮນດິ້ງໄດ້ລົງທຶນໃນບໍລິສັດໃນເຄືອເຊີ່ງປະກອບມີ: ປີໂຕຣເທດ, Plus Card, Black Canyon, ແຈລະມ່ອງ, ວຽງຈັນໂລຈິດສຕິກພາຄ, ທ່າບົກທ່ານາແລ້ງ, ສິທິໂລຈິດສຕິກ, ຊີແອັສ ໄລຕິ້ງ, ບົວລະພາວ ພາວເວີ້, ຂວັນໃຈການຄ້າ ແລະ ກຳລັງຂະຫຍາຍທຸລະກິດໃນອຸດສາຫະກຳສິນຄ້າອຸປະໂພກ, ການຄ້າ, ພະລັງງານ, ອະສັງຫາລິມະຊັບ, ທະນາຄານຄຳ ແລະ ນະວັດຕະກຳໃໝ່ IT ເປັນຕົ້ນ.
ປັດຈຸບັນທຸລະກິດໃນກຸ່ມ ບໍລິສັດ ພີທີແອວ ໂຮນດີ້ງ ແມ່ນກຳລັງມີການເຕີບໂຕຢ່າງວ່ອງໄວ ສະນັ້ນເພື່ອໃຫ້ທ່ວງທັນກັບການຂະຫຍາຍຕົວຂອງບໍລິສັດພວກເຮົາຈື່ງຊອກຫາ ແລະ ເປີດໂອກາດໃຫ້ບຸກຄະລາກອນທ່ານທີ່ມີຄວາມສາມາດ ແລະ ພອນສະຫວັນເຂົ້າມາເປັນສ່ວນໜື່ງໃນການສ້າງທີມທີ່ເຂັ້ມແຂງເພື່ອບັນລຸເປົ້າໝາຍສູງສຸດຂອງອົງກອນ.
ຊື່ຕຳແໜ່ງ: ພະນັກງານບໍລິຫານໂຄງການ
ພະແນກ: ພັດທະນາທຸລະກິດ
ລາຍງານຫາ: ຜູ້ຈັດການ ອາວຸໂສ ພັດທະນາທຸລະກິດ
ສະຖານທີ່ປະຈຳການ: ບໍລິສັດ ພີທີແອວ ໂຮນດິ້ງ, ນະຄອນຫຼວງວຽງຈັນ
ຈຸດປະສົງຂອງວຽກ:
ຊ່ວຍເຫຼືອຜູ້ຈັດການໂຄງການໃນການວາງແຜນ, ຈັດຕັ້ງປະຕິບັດ, ຕິດຕາມ ແລະ ລາຍງານຄວາມຄືບໜ້າຂອງໂຄງການ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ໂດຍອີງໃສ່ຊັບພະຍາກອນ, ງົບປະມານ ແລະ ໄລຍະເວລາທີ່ກຳນົດ. ປະສານງານກັບໜ່ວຍງານ ແລະ ພາກສ່ວນຕ່າງໆຢ່າງໃກ້ຊິດ, ການລົງຕິດຕາມການປະຕິບັດງານຕົວຈິງ ແລະ ຮັບປະກັນວ່າໂຄງການດຳເນີນໄປຢ່າງມີປະສິດທິພາບ ເພື່ອໃຫ້ບັນລຸຜົນທີ່ດີທີ່ສຸດ.
ໜ້າທີ່ຮັບຜິດຊອບ:
• ວາງແຜນການປະຕິບັດວຽກຂອງໂຄງການລວມເຖິງການກຳນົດຂັ້ນຕອນ, ຜູ້ຮັບຜິດຊອບ, ແລະ ກອບເວລາສໍາລັບແຕ່ລະກິດຈະກຳ.
• ວາງແຜນການປູກເພື່ອຜະລິດສິນຄ້າສົ່ງອອກໂດຍຈັດເຮັດແຜນການປູກທີ່ຄຳນຶງເຖິງຊະນິດພືດ, ລະດູການ, ຕະຫຼາດເປົ້າໝາຍ, ແລະ ມາດຕະຖານການສົ່ງອອກ.
• ວາງແຜນການເດີນທາງ ແລະ ການຈັດກອງປະຊຸມ ແລະ ແຜນລາຍຈ່າຍອື່ນໆທີ່ຈໍາເປັນເພື່ອສະໜັບສະໜູນການດໍາເນີນງານຂອງໂຄງການ.
• ຮ່າງເອກະສານທາງການຕ່າງໆເຊັ່ນ: ໜັງສືສະເໜີ, ໜັງສືນໍາສົ່ງ, ໜັງສືເຊີນ ແລະ ເອກະສານອື່ນໆທີ່ຈຳເປັນ.
• ປະສານງານກັບພາກສ່ວນກ່ຽວຂ້ອງ, ຕິດຕໍ່ປະສານງານຢ່າງໃກ້ຊິດກັບພາກລັດຖະບານ, ອົງການປົກຄອງທ້ອງຖິ່ນ (ບ້ານ, ເມືອງ, ແຂວງ), ຄູ່ຄ້າ ແລະ ຄູ່ຮ່ວມງານ.
• ຕິດຕາມເອກະສານ ແລະ ຄວາມຄືບໜ້າຂອງໜ້າວຽກໂຄງການ: ກວດສອບຄວາມຄືບໜ້າຂອງໂຄງການ ແລະ ລະບຸບັນຫາທີ່ອາດເກີດຂຶ້ນ.
• ຂຽນບົດລາຍງານຄວາມຄືບໜ້າ, ຈັດເຮັດບົດລາຍງານປະຈຳເດືອນ, ໄຕມາດ, ແລະ ປີ ກ່ຽວກັບການປະຕິບັດໜ້າວຽກຂອງໂຄງການ.
• ລົງພື້ນທີ່ສໍາຫຼວດ ແລະ ເກັບກໍາຂໍ້ມູນພື້ນຖານທີ່ຈໍາເປັນໃນໜ້າວຽກຕ່າງໆ, ໂດຍສະເພາະຂໍ້ມູນທີ່ກ່ຽວຂ້ອງກັບການກະສິກໍາ.
• ຈັດການ ແລະ ຄຸ້ມຄອງເອກະສານໂຄງການ, ຈັດລະບົບເອກະສານໂຄງການໃຫ້ເປັນລະບຽບຮຽບຮ້ອຍ.
• ສຶກສາກົດໝາຍດ້ານກະສິກຳ ແລະ ທໍາຄວາມເຂົ້າໃຈກົດໝາຍທີ່ກ່ຽວຂ້ອງເພື່ອຄວບຄຸມ ແລະ ບໍລິຫານໂຄງການໃຫ້ມີປະສິດທິພາບ ແລະ ຖືກຕ້ອງຕາມກົດໝາຍ.
• ກວດກາຂັ້ນຕອນການຜະລິດ ແລະ ກວດສອບຂັ້ນຕອນການປູກ, ຄຸນນະພາບດິນ ແລະ ນໍ້າ ເພື່ອຮັບປະກັນຄຸນນະພາບຂອງຜົນຜະລິດ.
• ປະຕິບັດໜ້າວຽກອື່ນໆທີ່ໄດ້ຮັບມອບໝາຍຈາກຜູ້ບໍລິຫານ ແລະ ຜູ້ຈັດການໂຄງການ.
ເງື່ອນໄຂການສະໝັກ:
• ຈົບການສຶກສາລະດັບຊັ້ນສູງຂື້ນໄປ ສາຂາ ກະສິກຳປູກຝັງ, ກະເສດສາດ, ວິທະຍາສາດປ່າໄມ້ ຫຼື ສາຂາອື່ນທີ່ກ່ຽວຂ້ອງ.
• ມີປະສົບການທີ່ກ່ຽວຂ້ອງ 1-2 ປີ ຫຼື ນັກສຶກສາຈົບໃໝ່ສາມາດສະໝັກໄດ້.
• ສາມາດນຳໃຊ້ Microsoft Office ໄດ້ເປັນຢ່າງດີ.
• ຖ້າສາມາດເວົ້າ ພາສາອັງກິດ ຫລື ຈີນ, ຍີ່ປຸ່ນ, ເກົາຫລີ ຈະພິຈາລະນາເປັນພິເສດ.
• ສາມາດເຮັດວຽກເປັນທີມ ແລະ ຕ້ອງມີທັກສະໃນກນສື່ສານທີ່ຊັດເຈັນ.
• ມີທັກສະໃນການໃຊ້ພາສາລາວໃນລະດັບດີ ໂດຍສະເພາະການຂຽນເອກະສານທາງການ, ສາມາດຂຽນບົດລາຍງານ ແລະ ບົດນຳສະເຫນີໄດ້.
• ມີລະບຽບວິໄນ ແລະ ຕົງຕໍ່ເວລາ
• ມີບຸກຄະລິກດີ ແລະ ຄວາມຮັບຜິດຊອບສູງ
ຖ້າຫາກທ່ານໃດສົນໃຈ ສາມາດສົ່ງເອກະສານສະໝັກງານ (CV) ມາທີ່:
ອີເມັວ: Recruitment@ptlholding.com
ປິດຮັບສະໝັກ: ວັນທີ 30/07/2025