English, Lao
ລາຍລະອຽດວຽກໂດຍຫຍໍ້
1 - 2 Years
High School
Negotiable
Mining
Others, Other - Skill worker, Others, Others, Others
- ປິດຮັບສະໝັກ: 16/Jul/2025
- ຍອດເຂົ້າຊົມ: 57

ຕຳແໜ່ງ: ພະນັກງານຊ່າງເຊື່ອມ
- ມາຮ່ວມເປັນສ່ວນໜຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງ, ສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທໍາ
- ໂອກາດທີ່ດີໃນການຮຽນຮູ້ ແລະ ເກັບກ່ຽວປະສົບການໃນສາງອາໄລ່ກັບບໍລິສັດພູເບ້ຍມາຍນິ້ງ
- ມີແພັກເກັດເງິນເດືອນ ແລະ ສະຫວັດດີການທີ່ຫລາກຫລາຍ (ຢູ່ສະໜາມ ຫ້ວຍຊາຍ, 20 ມື້ ເຮັດວຽກ, 8 ມື້ ພັກ)
ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ
ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງ ແລະ ຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ, ມີການພັດທະນາແລະສໍາຫຼວດໃນປະເທດລາວ ມຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ ການຂາຍທອງແດງ ແລະ ຄໍາ ການກະຈາຍເປົ້າໝາຍຂອງການຜະລິດ ແລະ ການເຕີບໃຫຍ່ຂະຫຍາຍຕົວ.
ໃນປະເທດລາວແພນອອສຖືຫຸ້ນ 90 ສ່ວນຮ້ອຍ ໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ. ລັດຖະບານລາວແມ່ນເປັນເຈົ້າຂອງຢູ່10 ສ່ວນຮ້ອຍ. ພູເບ້ຍ ມາຍນິ້ງເປັນເຈົ້າຂອງ ແລະ ດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ.
ນີ້ແມ່ນໂອດການທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດ ແລະ ການດໍາເນີນງານ. ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງ ແລະ ມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຍືນຍົງໃຫ້ລັດຖະບານ ແລະ ປະຊາຊົນລາວ.
ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງ ທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມເພື່ອນຮ່ວມງານທີ່ມີຄວາມຫຼາກຫຼາຍວັດທະນະທຳ ທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມ ແລະ ການພັດທະນາໂດຍພະນັກງານຕ່າງປະເທດ ແລະ ຫົວໜ້າຄົນລາວທີ່ມີປະສົບການ ແລະ ເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍ ນອກຈາກນີ້ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນແລະ ຜົນປະໂຫຍດຫຼາກຫຼາຍລວມທັງປະກັນສຸຂະພາບທີ່ຄຸ້ມກັນຄອບຄົວ ແລະ ຍັງມີໂບນັດໃນການເຮັດວຽກງານນໍາອີກ
ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫຼາກຫຼາຍຢູ່ທີ່ບໍ່ຂຸດຄົ້ນ, ການສໍາຫຼວດພາກສະໜາມ ແລະ ຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫຼາຍ. ດັ່ງນັ້ນ, ພວກເຮົາຈິ່ງຂໍແນະນໍາໃຫ້ຜູ້ຍິງສະໝັກໃນຕໍາແໜ່ງທີ່ວ່າງທັງໝົດ
ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ ມີບໍລິການອາຫານ ທັງອາຫານລາວ, ອາຫານເອເຊຍ, ແລະ ອາຫານຕາເວັນຕົກ; ມີກິລາ ແລະ ສິ່ງອໍານວຍຄວາມສະດວກຄົບທັນສະໄໝ ແລະ ມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນເຮັດວຽກ 20 ມື້ ພັກ 8 ມື້ ຫຼື ເຮັດວຽກ 14 ມື້ ພັກ 7 ມື້ ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ 5 ມື້ ຕໍ່ອາທິດ ພັກ 2 ມື້.
ລາຍງານວຽກຫາຫົວໜ້າທີມງານເຊື່ອມຈອດ, ໜ້າທີ່ຮັບຜິດຊອບຂອງຕຳແໜ່ງນີ້ແມ່ນການຈັດການສິນຄ້າພາຍໃນສາງເຄື່ອງມືທັງຂາເຂົ້າ ແລະ ຂາອອກ, ການຮັບສິນຄ້າ ແລະ ອື່ນໆ.
ໜ້າທີ່ຄວາມຮັບຜິດຊອບດັ່ງນີ້:
- ເຊື່ອມຈອດໂລຫະທຸກປະເພດ
- ຊ່ວຍສ້ອມແປງປ້ຳຕ່າງໆ
- ຮັກສາເຄຶ່ອງມື ແລະ ບ່ອນເຮັດວຽກໃຫ້ສະອາດ
- ກວດສອບໃຫ້ໝັ້ນໃຈວ່າວຽກງານທີ່ໄດ້ຮັບມອບໝາຍມີຄວາມປອດໄພ ເປັນໄປຕາມຂໍ້ກຳນົດດ້ານຄຸນນະພາບ ແລະ ນະໂຍບາຍຂອງບໍລິສັດ.
ເຮັດວຽກທີ່ໄດ້ຮັບມອບໝາຍໂດຍອີງຕາມລະດັບຄວາມສຳຄັນ ແລະ ປະຕິບັດໜ້າທີ່ອື່ນໆທີ່ໄດ້ຖືກມອບໝາຍໃຫ້ໂດຍຫົວໜ້າຄຸມງານ.
ຄຸນນະສົມບັດທີ່ຄວນມີສໍາລັບຕໍາແໜ່ງນີ້:
- ຮຽນຈົບຊັ້ນສູງດ້ານຊ່າງເຊື່ອມຈອດ, ສ້ອມແປງທົ່ວໄປ ຫຼື ມັດທະຍົມສຶກສາຕອນປາຍເປັນຕົ້ນໄປ.
- ຫາກມີປະສົບການກ່ຽວກັບຊ່າງເຊື່ອມຈອດ, ສ້ອມແປງທົ່ວໄປ ຫຼື ປະສົບການທີ່ກ່ຽວຂ້ອງຢ່າງນ້ອຍ 1 ປີຂຶ້ນໄປຈະພິຈາລະນາເປັນພິເສດ.
- ຖ້າເຄີຍຜ່ານການຝຶກງານກັບກ່ຽວກັບຊ່າງເຊື່ມຈອດຈະພິຈາລະນາເປັນພິເສດ ແລະ ທາງບໍລິສັດມີນະໂຍບາຍສົ່ງໄປຝຶກສອນວຽກງານໃຫ້.
- ມີຄວາມກະຕືລືລົ້ນໃນການຮຽນຮູ້ສິ່ງໃໝ່ໆ.
ຖ້າທ່ານສົນໃຈກະລຸນາສະໝັກຜ່ານທາງເວັບໄຊ້ອອນລາຍຂອງພວກເຮົາໄດ້ທີ່ລິ້ງຂ້າງລຸ່ມນີ້:
https://career10.successfactors.com/sfcareer/jobreqcareer?jobId=16798&company=PanAust
ຫຼື ສາມາດສົ່ງໃບສະໝັກມາໄດ້ທີ່ເມວ: Lounny.Keoboualaphan@pbm.panaust.com
ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 020 7807 7775
ດາວໂຫຼດໃບສະໝັກຂອງພວກເຮົາໄດ້ທີ່ລິ້ງດ້ານລຸ່ມນີ້:
https://drive.google.com/uc?export=download&id=1BC0i03kRuDnGoVuSVs8OVWOh19CTyANr