108 Jobs

Open in 108 Jobs app

Save the Children

INGO / International Non-Governmental Organization

0 ຄົນຕິດຕາມ

ລາຍລະອຽດວຽກໂດຍຫຍໍ້

  • Lao

  • Not specific

  • Not specific

  • Negotiable

  • INGO / International Non-Governmental Organization

  • Others, Other - Skill worker

ເຊີນເຂົ້າຮ່ວມການແຂ່ງຂັນລາຄາ ຊອກຫາຜູ້ສະຫນອງ - ທີ່ປຶກສາ ການພັດທະນາປຶ້ມຄູ່ມືການວາງແຜນປະຕິບັດງານດ້ານສຸຂະພາບ ແລະ ຄວາມທົນທານກັບການປ່ຽນແປງດິນຟ້າອາກາດໃນຊຸມຊົນ

ບໍລິສັດ: Save the Children

ອຸດສາຫະກຳ: INGO / International Non-Governmental Organization

  • ປິດຮັບສະໝັກ: 02/Jun/2025
  • ຍອດເຂົ້າຊົມ: 240

ບັນທຶກວຽກ

ເຊີນເຂົ້າຮ່ວມການແຂ່ງຂັນລາຄາ ຊອກຫາຜູ້ສະຫນອງ

ທີ່ປຶກສາ ການພັດທະນາປຶ້ມຄູ່ມືການວາງແຜນປະຕິບັດງານດ້ານສຸຂະພາບ ແລະ ຄວາມທົນທານກັບການປ່ຽນແປງດິນຟ້າອາກາດໃນຊຸມຊົນ


ອົງການຊ່ວຍເຫຼືອເດັກ ສາກົນ ປະຈຳ ສປປ ລາວ  ເຊື່ອວ່າ ເດັກທຸກຄົນຄວນຈະມີອະນາຄົດທີ່ດີ. ອົງການຊ່ວຍເຫຼືອເດັກສາກົນ    ປະຈຳ ສປປ ລາວ ແລະ ປະຈຳຢູ່ປະເທດຕ່າງໆໃນທົ່ວໂລກ ຊ່ວຍໃຫ້ເດັກມີການເລີ່ມຕົ້ນຊີວິດທີ່ດີ, ໃຫ້ໂອກາດ ເພື່ອຮຽນຮູ້ ແລະ ປົກປ້ອງພວກເຂົາຈາກການຖືກທຳຮ້າຍ ແລະ ອັນຕະລາຍຕ່າງໆ. ພວກເຮົາເຮັດທຸກຢ່າງ ໃນແຕ່ລະວັນ ແລະ ເວລາທີ່ມີວິກິດການ ເພື່ອໃຫ້ເດັກມີຊີວິດການເປັນຢູ່ທີ່ດີຂື້ນໃນຕໍ່ຫນ້າ. 


ອົງການຊ່ວຍເຫຼືອເດັກ ສາກົນ ປະຈຳ ສປປ ລາວ ກຳລັງຊອກຫາຜູ້ສະໜອງ “ການພັດທະນາປຶ້ມຄູ່ມືການວາງແຜນປະຕິບັດງານດ້ານສຸຂະພາບ ແລະ ຄວາມທົນທານກັບການປ່ຽນແປງດິນຟ້າອາກາດໃນຊຸມຊົນ” ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກໃນ ສປປ ລາວ ເພື່ອສາມາດທົນທານກັບການປ່ຽນແປງດິນຟ້າອາກາດ (GCF) ຕາມລາຍລະອຽດຂ້າງລູ່ມນີ້:   

 

ຜູ້ຂົ້າຮ່ວມການແຂ່ງຂັນລາຄາ ຕ້ອງປະກອບເອກະສານຕາມເງືີ່ອນໄຂດັ່ງລຸ່ມນີີ້:  

I. ເງື່ອນໄຂທີ່ຈຳເປັນ

ຜູ້ສະຫນອງຈະໄດ້ສົ່ງສໍາເນົາເອກະສານຕ່າງໆດັ່ງຕໍ່ໄປນີ້ (ຖ້າມີ): 

1. ທີ່ຢູ່ຂອງທຸລະກິດທີ່ຖືກຕ້ອງຕາມກົດໝາຍ 

2. ເລກທະບຽນ ແລະ ໃບຢັ້ງຢືນອາກອນປີລ່າສຸດ 

3. ໃບທະບຽນວິສາຫະກິດ 

4. ໃບອະນຸຍາດດຳເນີນທຸລະກິດ

  • ສຳຫຼັບທີ່ປຶກສາແບບອິດສະຫຼະ ໃຫ້ສຳເນົາພັດສະປອດ 


II. ເງື່ອນໄຂດ້ານຄວາມຍືນຍົງ

1. ເອກະສານໂຄງຮ່າງຂອງທີມງານ 

2. ຊີວະປະຫວັດ 


III. ເງື່ອນໄຂທາງດ້ານການຄ້າ 

1. ລາຄາສົມເຫດສົມຜົນ ແລະ ຮັບປະກັນວ່າ ຄຸ້ມຄ່າ

2. ຜູ້ສະໜອງທີ່ເປັນບໍລິສັດ ໃຫ້ຂັດຕິດ ເລກບັນຊີ (ເອົາສະເພາະ ໜ້າທຳອິດຂອງປຶ້ມ) ໃຫ້ຕົງກັບຊື່ບໍສັດ 

  • ຜູ້ສະໜອງແບບອິດສະຫຼະ ໃຫ້ຂັດຕິດ ເລກບັນຊີ (ເອົາສະເພາະ ໜ້າທຳອິດຂອງປຶ້ມ) ໃຫ້ຕົງກັບຊື່ຫົວໜ້າທີມ

3. ສາມາດຍອມຮັບໄລຍະການຊຳລະເງິນຢ່າງໜ້ອຍ 15 ວັນ ຫຼື ຫຼາຍກວ່ານັ້ນຍິງດີຫຼັງຈາກສົ່ງໃບແຈ້ງໜີ້


IV. ເງື່ອນໄຂດ້ານຄວາມສາມາດ

1. ຄວາມເຂົ້າໃຈທາງດ້ານເຕັກນິກ (ທັງວິທີການ ແລະ ແນວທາງ)

  • ຄວາມເຂົ້າໃຈຂອບເຂດຂອງວຽກ ລວມເຖິງຈຸດປະສົງ ແລະ ການມອບສົ່ງວຽກ
  • ວິທີການຮວບຮວມຂໍ້ມູນ
  • ການໃຫ້ຄຳເນາະນຳ ແລະ ການລາຍງານວຽກ

2. ຄວາມສາມາດ, ຄວາມຊ່ຽວຊານທາງດານເຕັກນິກ

  •  ວຸດທິການສຶກສາຂະແຫນງທີ່ກ່ຽວຄ່ອງ ແລະ ໃບຢັ້ງຢືນດ້ານວິຊາສະເພາະ
  •  ທັກສະການສື່ສານ ສາມາດເຂົ້າເຖິງໄດ້ງ່າຍ
  • ທັກສະທາງດ້ານພາສາ ມີຄວາມສາມາດ ນຳໃຊ້ ພາສາອັງກິດ, ລາວ ແລະ ພາສາທ້ອງຖິ່ນອື່ນໆ

3. ມີປະສົບການທີ່ກ່ຽວຄ່ອງ

  • ມີປະສົບການໃຫ້ຄຳປຶກສາທີ່ຄ້າຍກັນ
  • ມີປະສົບການສະເພາະ ຂອງຂະແໜງການກ່ຽວຄ່ອງ

4. ລະບຸແຜນວຽກ, ກຳນົດເວລາ ແລະ ຄວາມເປັນໄປໄດ້ຂອງຫນ້າວຽກ 

 

ຜູ້ສະໜອງສາມາດດາວໂຫຼດເອກະສານລາຍລະອຽດຂອງ ToR ໂດຍເຂົ້າໄປກົດທີ່ລິ້ງນີ້: http://bit.ly/4k8hKpn

 

ຍື່ນເອກະສານແຂ່ງຂັນລາຄາທາງຊ່ອງທາງ ອອ໋ບລາຍ:  

ທ່ານສາມາດຍື່ນເອກະສານແຂ່ງຂັນລາຄາ ໂດຍບັນຈຸເອກກະສານທັງໝົດເຂົ້າໃນຊອງປິດ ແລ້ວສົງມາລົງທະບຽນ ຕາມໂມງລັດຖະການ ໄດ້ທີ່: 

 

ຫ້ອງການ ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ, ຊັ້ນ 5, ຖະໜົນ ເນີຣູ, ໜ່ວຍ 25, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ໂທ: 021 454 201-3. 

 

ຫຼືຍື່ນເອກະສານແຂ່ງຂັນລາຄາທາງຊ່ອງທາງ ອອນລາຍ

ສົ່ງເອກະສານມາທາງອອນລາຍອີເມວທີ່ຢູ່:


procurement.laos@savethechildren.org

 

ກຳນົດສົ່ງໃບສະເໜີລາຄາບໍ່ເກີນ ເວລາ 17:00 ຕອນແລງຂອງວັນທີ  02 ມິຖຸນາ 2025

 

ຖ້າຫາກທ່ານມີຄຳຖາມແມ່ນ ສາມາດຕິດຕໍ່ມາໄດ້ທີ່ເບີ : 021 454 201-3 ພະແນກຈັດຊື້-ຈັດຈ້າງ ໃນໂມງລັດຖະການ ຫຼື ສອບຖາມໄດ້ທີ່ອີເມວ: pccommittee.laos@savethechildren.org

 

ພວກເຮົາຫວັງວ່າ ຈະໄດ້ຮັບເອກະສານການແຂ່ງຂັນລາຄາຈາກທ່ານ ແລະ ຂໍຂອບໃຈມາຍັງທ່ານທີ່ໃຫ້ຄວາມສົນໃຈຮ່ວມງານກັບພວກເຮົາ.