
ພະນັກງານວິຊາການຂາຍ
ບໍລິສັດ: ST-Muang Thai Insurance Company Limited
ອຸດສາຫະກຳ: Insurance
ປິດຮັບສະໝັກ: 06/May/2025
ຍອດເຂົ້າຊົມ: 134
ພາສາທີ່ຕ້ອງການ
Thai, Laoລະດັບການເຮັດວຽກ
Fresh Graduate / Entry Levelປະສົບການ
1 - 2 Yearsການສຶກສາ
Vocational Degreeເງີນເດືອນ
ສາມາດຕໍ່ລອງໄດ້
ໜ້າທີ່ຮັບຜິດຊອບ:
ປະຕິບັດໜ້າທີ່ ຮັບຜິດຊອບໃນການຕິດຕໍ່ປະສານງານນໍາລູກຄ້າ, ທັງການຫາລູກຄ້າໃໝ່, ຕໍ່ສັນຍາປະກັນໄພລົດ, ຕອບສະໜອງໃຫ້ຄໍາປຶກສາຫຼັງການຂາຍໃຫ້ແກ່ລູກຄ້າ ເຊັ່ນໃຫ້ບໍລິການປະກັນໄພປະເພດອື່ນໆ ລວມໄປເຖິງລວບລວມເອກະສານເຄລມປະກັນກຸ່ມ ແລະ ປະສານງານສົ່ງລາຍລະອຽດໃຫ້ແກ່ພະແນກປະຕິບັດການ.
ລະດັບການສຶກສາ:
ລະດັບການສຶກສາຂັ້ນຕໍ່າສຸດ ຊັ້ນສູງ, ປະລິຍາຕີ, ສາຂາ ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ
ປະສົບການຂັ້ນຕໍ່າ:
ປະສົບການດ້ານ ການຂາຍ ຫຼື ວຽກງານການບໍລິການ (ປະສົບການ ຫຼື ຄວາມຮູ້ພຶ້ນຖານດ້ານປະກັນໄພ)
ຄວາມຮູ້ ແລະ ທັກສະ ທີ່ຈໍາເປັນໃນຕໍ່າແໜ່ງນີ້:
- ມີທັກສະໃນການຄິດວິເຄາະ ການສື່ສານ ການປະສານງານ ມີໃຈຮັກບໍລິການ ມີມະນຸດສໍາພັນທີດີ
- ມີຄວາມສາມາດໃນການໃຊ້ພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆຈະພິຈາລະນາພິເສດ
- ມີຄວວາມຮູ້ທາງດ້ານການໃຊ້ຄອມພິວເຕີ, Microsoft office, Out Look...
- ມີຄວາມກະຕື້ລືລົ້ນໃນການຮຽນຮູ້.
- ມີຄວາມຢາກພັດທະນາຊອກຫາຄວາມຮູ້ໃຫມ່ໆສະເໜີ
ວິທີການຍື່ນສະໝັກວຽກ:
ຜູ້ທີ່ມີຄຸນສົມບັດຄວນສົ່ງຊີວະປະຫວັດ (CV) ແລະ ຈົດໝາຍສະໝັກວຽກ. ກະລຸນາລະບຸຊື່ຕຳແໜ່ງທີ່ທ່ານສະໝັກ, ແລະ ສົ່ງອີເມວໄປທີ່ recruitment@stmuangthai.com.

ST-Muang Thai Insurance Company Limited
Insurance
ຄົນຕິດຕາມ:
Ranked as #1 health insurance provider in Laos, ST-Muang Thai Insurance (ST-MTI) is a joint venture between Lao conglomerate ST Group and Thailand’s top insurance providers Muangthai Life (MTL) and Muangthai Insurance (MTI). ST-MTI was founded in 2017 with a registered capital of 60 billion LAK. Our key goal has always been to provide reliable yet easily accessible coverage for Lao people.
ST-MTI provides comprehensive insurance products covering individual, retail, and corporate clients. Not only we leverage our legacy knowledge of life and non-life insurance from our mother company MTL and MTI to develop high quality and inclusive products for Lao people, ST-Banks’ strength in branch coverage allows us to more easily connect to the customers across Laos.
We love to hear from you!
Submit your resume at recruitment@stmuangthai.com
ເອັສທີ-ເມືອງໄທ ປະກັນໄພ (ST-MTI) ເກີດຈາກການຮ່ວມທຶນລະຫວ່າງ ST Group ໜຶ່ງໃນກລຸ່ມບໍລິສັດທີ່ໃຫຍ່ທີ່ສຸດໃນປະເທດລາວ ກັບ ເມືອງໄທປະກັນຊີວິດ (MTL) ແລະ ເມືອງໄທປະກັນໄພ (MTI) ສອງບໍລິສັດປະກັນໄພອັນດັບຕົ້ນໆຂອງປະເທດໄທ ST-MTI ຖືກກໍ່ຕັ້ງໃນປີ 2017 ດ້ວຍເງິນທຶນ 60,000 ລ້ານກີບ ແລະ ມີວິໄສທັດທີ່ຕ້ອງການນຳສະເໜີຄວາມຄຸ້ມຄອງທີ່ຄົນລາວສາມາດເຂົ້າເຖິງໄດ້ ST-MTI ເປັນອັນດັບ 1 ໃນ ສປປ ລາວ ໃນດ້ານປະກັນຊີວິດ.
ຜະລິດຕະພັນປະກັນຂອງ ST-MTI ຄອບຄຸມທຸກກຸ່ມລູກຄ້າ ຕັ້ງແຕ່ບຸກຄົນທຳມະດາ ທຸລະກິດຂະໜາດນ້ອຍ ໄປຈົນເຖິງທຸລະກິດຂະໜາດ ST-MTI ໄດ້ນຳຄວາມຊ່ຽວຊານດ້ານປະກັນທີ່ສະສົມມາດົນຂອງບໍລິສັດ MTL ແລະ MTI ມາພັດທະນາເປັນຜະລິດຕະພັນປະກັນທີ່ຕອບໂຈດຄົນລາວ ລວມເຖິງນຳເຄືອຄ່າຍທີ່ກວ້າງຂວາງ ST Group ມານຳໃຊ້ເພື່ອໃຫ້ ST-MTI ສາມາດເຊື່ອມໂຍງກັບລູກຄ້າໄດ້ທົ່ວເຖິງ.
ພວກເຮົາຍິນດີທີ່ຈະໄດ້ທ່ານເປັນສ່ວນໜຶ່ງຂອງທີມເຮົາ
ສົ່ງ resume ຂອງທ່ານໄດ້ທີ່ recruitment@stmuangthai.com