Lao, Thai
ລາຍລະອຽດວຽກໂດຍຫຍໍ້
New Graduate
Vocational Degree
Negotiable
Insurance
Insurrance, Insurance - Others
ພະນັກງານຂາຍປະກັນທີ່ສາຂາທະນາຄານ (Insurance Advisor ) ປະຈຳນະຄອນຫຼວງວຽງຈັນ (1ຕຳແຫນ່ງ) ແລະ ປະຈຳແຂວງຈຳປາສັກ (1ຕໍາແຫນ່ງ)
ບໍລິສັດ: ST-Muang Thai Insurance Company Limited
ອຸດສາຫະກຳ: Insurance
- ປິດຮັບສະໝັກ: 06/May/2025
- ຍອດເຂົ້າຊົມ: 101
ໜ້າທີ່ຮັບຜິດຊອບ:
ຮັບຜິດຊອບການຂາຍປະກັນທີ່ສາຂາທະນາຄານ ຮັກສາສາຍສໍາພັນກັບລູກຄ້າ ແລະ ທະນາຄານ ລວມທັງຊ່ວຍພະນັກງານທະນາຄານຫາໂອກາດການຂາຍ ແລະ ທຳທຸລະກຳທະນາຄານ.
- ປິດການຂາຍຈາກລູກຄ້າຫນ້າສາຂາ ແລະ ລູກຄ້າທີ່ທະນາຄານສົ່ງຕໍ່ໃຫ້;
- ສະໜັບສະໜູນຜູ້ຈັດການສາຂາໃນການສ້າງຍອດຂາຍປະກັນຊີວິດ;
- ແບ່ງປັນຄວາມຮູ້ດ້ານຜະລິດຕະພັນປະກັນຊີວິດແກ່ພະນັກງານທະນາຄານ;
- ໃຫ້ຂໍ້ມູນການຂາຍປະກັນຊີວິດໃນດ້ານຕ່າງໆ ແກ່ຜູ້ຈັດການສາຂາ;
- ເຮັດວຽກກັບທີມຂາຍ ແລະ ໃຫ້ບໍລິການຂອງທະນາຄານຢ່າງໃກ້ຊິດເພື່ອຕອບຄຳຖາມລູກຄ້າ ແລະ ໃຫ້ບໍລິການການຮຽກຮ້ອງສິນໄຫມ;
- ສ້າງ ແລະ ຮັກສາສາຍສໍາພັນທີ່ດີກັບລູກຄ້າປັດຈຸບັນ ແລະ ລູກຄ້າທີ່ເປັນໄປໄດ້;
- ເຂົ້າຮ່ວມກິດຈະກຳສະຫນັບສະຫນູນການຂາຍຕ່າງໆ ທີ່ຈັດຮ່ວມກັນລະຫວ່າງບໍລິສັດປະກັນ ແລະ ທະນາຄານ.
ຄຸນວຸດທິ ແລະເງື່ອນໄຂຜູ້ສະຫມັກ:
- ຈົບການສຶກສາປະລິນຍາຕີຂື້ນໄປ ບໍ່ຈໍາກັດສາຂາ;
- ຖ້າຈົບທຸລະກິດ ເສດຖະສາດ ຫຼື ທະນາຄານຍິ່ງເປັນການດີ;
- ປະສົບການເຮັດວຽກຢ່າງຫນ້ອຍ 2 ປີ ກ່ຽວຂ້ອງກັບທະນາຄານ ປະກັນ ຫຼື ວຽກຂາຍ;
- ມີທັກສະການສື່ສານທີ່ດີ;
- ສາມາດຕິດຕໍ່ພົວພັນ ແລະ ຮັກສາສາຍສໍາພັນກັບລູກຄ້າ ແລະ ຄູ່ຄ້າໄດ້ດີ.
ວິທີການຍື່ນສະໝັກວຽກ:
ຜູ້ທີ່ມີຄວາມສົນໃຈສາມາດສົ່ງຊີວະປະຫວັດ (CV) ແລະ ຈົດໝາຍສະໝັກວຽກ ລວມທັງກະລຸນາລະບຸຊື່ຕຳແໜ່ງທີ່ທ່ານສະໝັກ, ແລະ ສົ່ງອີເມວໄປທີ່ recruitment@stmuangthai.com. ກໍານົດສົ່ງບໍ່ໃຫ້ກ່າຍແມ່ນວັນທີ 30 ເມສາ 2025.