108 Jobs

Open in 108 Jobs app

BPH SERVICE

Others

https://maps.app.goo.gl/QpSK5ck5yGp2UCJc6, Chanthabouly District, Vientiane Capital

bewla

0 ຄົນຕິດຕາມ

ກ່ຽວກັບ

ບໍລິສັດ ບຸບຜາຮຸ່ງເຮືອງ ໄດ້ສ້າງຕັ້ງໃນ ເດືອນພະຈິກ ປີ 2017 ເຊິ່ງສະໜອງບໍລິການ: ວີຊາ ການເຂົ້າອອກເມືອງ, ເອກະສານອະນຸຍາດຕ່າງໆ ສໍາລັບຄົນຕ່າງປະເທດ ແລະ ອົງກອນບໍລິສັດຫ້າງຮ້ານທີ່ນໍາໃຊ້ແຮງານຕ່າງປະເທດຢູ່ໃນ ສປປ ລາວ. ເສີມສ້າງຄວາມອາດສາມາດໃນການດໍາລົງຊີວິດ, ການເຮັດວຽກ ແລະ ຂະຫຍາຍທຸລະກິດໃນປະເທດລາວດ້ວຍຄວາມໝັ້ນໃຈ.


ວັດທະນາທໍາອົງກອນຢູ່ແບບຄອບຄົວ ຖ່າຍທອດໃຫ້ພະນັງການເຂົ້າໃຈທິດທາງ ແຜນຍຸດທະສາດຂອງບໍລິສັດ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ພະນັກງານໄດ້ເຂົ້າຮ່ວມຫຼັກສູດຝຶກອົບຮົມ ເພື່ອພັດທະນາທັກສະ ແລະ ຄວາມຮູ້ສາຍວິຊາຊີບຢ່າງຕໍ່ເນື່ອງ ເຊັ່ນ: IT, ການນໍາໃຊ້AI, ທັກສະການສື່ສານ, ການບໍລິຫານຈັດການ, ພາສາຈີນ, ການບັນຊີ.


ໂອກາດການເຕີບໃຫຍ່ໃນສາຍງານຂອງພະນັກງານໃນອົງກອນຈະຕິດພັນ ແລະ ຖືກຜັນຂະຫຍາຍເປັນຮູບປະທໍາຕາມແນວຄວາມຄິດການບໍລິຫານງານຂອງອົງກອານ ພາຍໃຕ້ 3 ຫຼັກການຫຼັກດັ່ງນີ້: “ ຄິດແບບ STRAT UP, ເຮັດແບບ SME, ບໍລິຫານການເງິນແບບມະຫາຊົນ”.


ການເຂົ້າຮ່ວມການລິເລີ່ມ "ນາຍຈ້າງທີ່ດີທີ່ສຸດໃນລາວ" ແມ່ນຕ້ອງການປະເມີນສະພາບຕົວຈິ່ງຂອງອົງກອນ ທຳຄວາມເຂົ້າໃຈແນວຄວາມຄິດ ແລະ ຄວາມຄາດຫວັງຂອງພະນັກງານ ເພື່ອກຽມຄວາມພ້ອມໃນການພັດທະນາອົງກອນໃນອານາຄົດ ທີ່ມີພະນັກງານເປັນແກນຫຼັກໃນການຂັບເຄື່ອນແຜນພັດທະນາທີ່ອົງກອນວາງໄວ້.


ບໍລິສັດ ບຸບຜາຮຸ່ງເຮືອງ ຈໍາກັດຜູ້ດຽວ ໄດ້ຮັບການຢັ້ງຢືນ "ນາຍຈ້າງທີ່ດີທີ່ສຸດໃນລາວ (Best Employer to Work for in Lao - BEWLA)" ໃນວັນທີ 21 ຕຸລາ 2025 - ມອບໂດຍ ບໍລິສັດ Wise Research ແລະ 108Jobs 

ຄັງຮູບພາບ