
ກຸ່ມບໍລິສັດ ອິນທິຣາ
Tourism and Hospitality, Hospitality
ບ້ານຊຽງຢືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, Chanthabouly District, Vientiane Capital
2 ຄົນຕິດຕາມ
ກ່ຽວກັບ
ກຸ່ມບໍລິສັດ ອິນທິຣາ ແມ່ນຖືກສ້າງຕັ້ງຂື້ນໃນປີ 1998 ໂດຍທ່ານ ອິນທີ ເດືອນສະຫວັນ ເຊິ່ງປະກອບມີ 4 ຂະແໜງການຫຼັກ ຄື: 1. ຮ້ານອາຫານ (ຮ້ານອາຫານຂອບໃຈເດີ້), 2. ການໃຫ້ບໍລິການດ້ານການທ່ອງທ່ຽວທາງທໍາມະຊາດ ພາຍໃຕ້ຊື່ ກຣີນດິສໂຄເວີຣີ (ເດີວິວ ຫຼວງພະບາງ, ລາ ຟໍເຣ ເວີນແທ່ນ ນະຄອນຫຼວງ, ພູຜາມ່ານ ເມືຶອງຄູນ ແຂວງຄຳມ່ວນ, ສະລິງຕາດຟານ ແລະ ທີທອບ ແຂວງຈຳປາສັກ, ຫຼີຜີ ເມືອງໂຂງ ແຂວງຈຳປາສັກ, 3. ໂຮງແຮມ (ອິນທີຣາ ວັງວຽງ, ອິນທິຣາ ທ່າແຂກ, ໂຮງແຮມອິນທິຣາ ວຽງຈັນ ຈະເປີດໄວ້ໆນີ້…), 4. ວຽກງານອະນຸລັກ (ສູນອະນຸລັກຊ້າງລາວ ແຂວງໄຊຍະບູລີ, ກອງທືນປົກປັກຮັກສາໂຕຄຸ້ງລາວ ຢູ່ເຂດຈຸດຊົມວິວ ພູຜາມ່ານ ເມືອງຄູນຄຳ ແຂວງຄຳມ່ວນ). ບໍລິສັດທ່ອງທ່ຽວກຣີນດິສໂຄເວີຣີ ເປັນບໍລິສັດທີ່ເນັ້ນໃສ່ດ້ານການທ່ອງທ່ຽວທາງທຳມະຊາດຂອງພາຍໃຕ້ແບຣນດິງຂອງ Green Discovery Laos (GDL) ເຊິ່ງມີປະສົບການຫຼາຍກວ່າ 20 ປີ (ເລີ່ມຕັ້ງແຕ່ປີ 2000)ໃນ 6 ແຂວງທົ່ວປະເທດ ໃນການພັດທະນາ ແລະ ບໍລິຫານແຫຼ່ງທ່ອງທ່ຽວໃນ ສ.ປ.ປ ລາວ ຢ່າງຍືນຍົງ ແລະ ແບບມີຄວາມຮັບຜິດຊອບ. ບໍລິສັດໄດ້ພັດທະນາຮູບແບບການທ່ອງທ່ຽວໃນເຂດປ່າສະຫງວນ ແລະ ພື້ນທີ່ທຳມະຊາດຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການມີສ່ວນຮ່ວມຂອງຊຸມຊົນ.
ຜະລິດຕະພັນ ແລະ ການບໍລິການ
ຮ້ານອາຫານ
ຮ້ານອາຫານຂອບໃຈເດີ
ບໍລິສັດ ທ່ອງທ່ຽວ
Green Discovery
ໂຮງແຮມ
ໂຮງແຮມອິນທິຣາ ວັງວຽງ, ໂຮງແຮມອິນທິຣາ ທ່າແຂກ
ວຽກງານອະນຸລັກ
ສູນອະນຸລັກຊ້າງລາວ ແຂວງໄຊຍະບູລີ, ກອງທືນອະນຸລັກຄຸ້ງລາວ ເຂດພູຜາມ່ານ ແຂວງຄຳມ່ວນ