108 Jobs

Open in 108 Jobs app

AGRICULTURAL PROMOTION BANK CO.,LTD

Banking

11 ຄົນຕິດຕາມ

ກ່ຽວກັບ

ເພື່ອປະຕິບັດຕາມ ທິດທາງການປັບປຸງ ຂອງ ລັດຖະບານ ວັນທີ 22 ມີນາ 2021 ທະນາຄານສົ່ງເສີມກະສິກຳ ໄດ້ເຊັນສັນຍາຮ່ວມທຶນ ກັບ ບໍລິສັດ ພົງຊັບທະວີ ກໍ່ສ້າງ-ຂົວທາງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ຊຶ່ງຖືຮຸ້ນ 70% ແລະ ທສກ ຕາງໜ້າລັດຖະບານ ແມ່ນກະຊວງການເງິນ ຖືຮຸ້ນ 30% ), ດຳເນີນທຸລະກິດ ພາຍໃຕ້ ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ແລະ ລະບຽບກົດຫມາຍຂອງ ສປປ ລາວ ວາງອອກໃນແຕ່ລະ ໄລຍະ, ພ້ອມທັງປະຕິບັດຕາມ ສິດຂອບເຂດ ພາລະບົດບາດຂອງຕົນ ໃນການພັດທະນາເສດຖະກິດສັງຄົມຂອງຊາດ.

ທະນາຄານສົ່ງເສີມກະສິກຳ ສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີ ເລກທີ 92/ນຍ ລົງວັນທີ 19 ມິຖຸນາ 1993, ໃຊ້ຕົວອັກສອນຫຍໍ້ “ທສກ” ເປັນທະນາຄານພັດທະນາຕາມຂະແໜງການ ເປັນອົງການນິຕິບຸກຄົນ ໂດຍມີຈຸດປະສົງເພື່ອສະໜອງສິນເຊື່ອ ເຂົ້າໃນການພັດທະນາຂະແໜງການກະສິກຳ-ປ່າໄມ້ ເປັນຕົ້ນຕໍ, ດຳເນີນທຸລະກິດໂດຍບໍ່ສະແຫວງຫາຜົນກຳໄລ, ສະໜອງສິນເຊື່ອດ້ວຍອັດຕາດອກເບ້ຍຕໍ່າໃຫ້ຊາວກະສິກອນທັງເປັນລາຍກຸ່ມ ແລະ ລາຍບຸກຄົນ ດ້ວຍແຫຼ່ງທຶນຂອງລັດຖະບານ ແລະ ອົງການຕ່າງໆສະໜອງໃຫ້, ທສກ ໃນເວລານັ້ນບໍ່ໄດ້ເຮັດໜ້າທີ່ລະ ດົມເງິນຝາກ, ດຳເນີນງານພາຍໃຕ້ລະບຽບຄຸ້ມຄອງທີ່ແຕກຕ່າງຈາກສະຖາບັນການເງິນອື່ນ. ມີທຶນຈົດທະບຽນເບື້ອງຕົ້ນທັງ

ໝົດ 1,000,000,000 ກີບ (ໜຶ່ງຕື້ກີບ) ແບ່ງເປັນ 1,000,000 ຮຸ້ນ, ຮຸ້ນລະ 1,000 ກີບ ໂດຍແມ່ນກະຊວງການເງິນເປັນຜູ້ຖືຮຸ້ນ 80% ຂອງຈຳນວນຮຸ້ນທັງໝົດ.

ວັນທີ 21 ມິຖຸນາ 1993 ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ເລກທີ 45/ທຫລ ວ່າດ້ວຍການແຍກກິດຈະການສິນເຊື່ອຊົນນະບົດອອກຈາກ ທະນາຄານນະຄອນຫຼວງ ແລະ ທະນາຄານເສດຖາທິລາດ, ຈາກ ນັ້ນ ຄະນະກະກຽມສ້າງຕັ້ງ ທະນາຄານສົ່ງເສີມກະສິກໍາ ໄດ້ແຍກຊັບສິນ, ພະນັກງານຈຳນວນໜຶ່ງອອກຈາກສອງທະນາ ຄານດັ່ງກ່າວ ເພື່ອຮັບປະກັນໃຫ້ ທະນາຄານສົ່ງເສີມກະສິກໍາ ທີ່ໄດ້ອະນຸມັດສ້າງຕັ້ງຂຶ້ນ ສາມາດເຄື່ອນໄຫວຕາມພາລະບົດບາດຂອງ ຕົນ ແລະ ເປີດການບໍລິການໃຫ້ລູກຄ້າໃນນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ ທົ່ວປະເທດ.

ໃນວັນທີ 18/08/1993 ທະນາຄານສົ່ງເສີມກະສິກຳ ໄດ້ເປີດພິທີຂຶ້ນຢ່າງເປັນທາງການໂດຍມີສຳນັກງານໃຫຍ່ຢູ່ທີ່ນະຄອນຫຼວງວຽງຈັນ, ມີໂຄງສ້າງການຈັດຕັ້ງຄື: ສະພາບໍລິຫານ 6 ທ່ານ ເຊິ່ງປະກອບດ້ວຍ ທ່ານຮອງຜູ້ວ່າການທະນາ ຄານແຫ່ງ ສປປລາວ ເປັນປະທານ, ຜູ້ອຳນວຍການ ເປັນຮອງປະທານ, ກະຊວງການເງິນ, ກະຊວງກະສິກຳ, ກະຊວງການຄ້າ ແລະ ກົມສິນເຊື່ອ ທະນາຄານແຫ່ງ ສປປ ລາວ ເປັນສະມາຊິກ; ມີຄະນະອຳນວຍການ 2 ທ່ານ, ມີ 4 ພາກສ່ວນທີ່ຕົ້ນຕໍຢູ່ສຳນັກງານໃຫຍ່ ຄື: ຫອ້ງການ, ຈັດຕັ້ງ, ບັນຊີ ແລະ ສິນເຊື່ອ, ມີພະນັກງານປະກອບເບື້ອງຕົ້ນທັງໝົດ ຈໍານວນ 52 ຄົນ ຍິງ 17 ຄົນ.

ນັບແຕ່ ເດືອນມີນາ 2000-2006 ທະນາຄານກໍ່ໄດ້ດຳເນີນການເຄື່ອນໄຫວພາຍໃຕ້ດຳລັດ ວ່າດ້ວຍທະນາຄານທຸ ລະກິດ, ການໃຫ້ສິນເຊື່ອແມ່ນເລັງໃສ່ການປະຕິບັດແຜນງານ ແລະ ໂຄງການຂອງລັດຖະບານດ້ວຍ ອັດຕາດອກເບ້ຍຕໍ່າ ທສກ ໄດ້ສຸມໃສ່ໃນການລະດົມແຫຼ່ງທຶນເຂົ້າສູ່ລະບົບເປັນຕົ້ນຕໍ, ເພີ່ມໜ້າທີ່ການບໍລິການ ແລະ ຊຳລະສະສາງຫຼາຍຂຶ້ນ, ໄດ້ມີລູກຄ້າເງິນຝາກທຸກປະເພດຫຼາຍຂຶ້ນ, ຄຽງຄູ່ກັບການຂະຫຍາຍຕົວທາງດ້ານຕາໜ່າງການບໍລິການຢູ່ໃນທົ່ວປະເທດ, ທະນາຄານໄດ້ມີນະໂຍບາຍ ແລະ ປະຕິບັດຕາມຂໍ້ກຳນົດ, ລະບຽບການຄວາມໜັ້ນຄົງທີ່ ທະນາຄານແຫ່ງ ສປປ ລາວ ໄດ້ວາງອອກ ເຊັ່ນ: ການສ້າງຄັງແຮ, ຫັກຄ່າເສື່ອມ, ແຕ່ເນື່ອງຈາກການດຳເນີນທຸລະກິດທີ່ບໍ່ສະແຫວງຫາຜົນກຳໄລເປັນຕົ້ນຕໍ ແລະ ມີສ່ວນຕ່າງທີ່ບໍ່ເໝາະສົມ ເຮັດໃຫ້ທະນາຄານພົບຄວາມຫຍຸ້ງຍາກທາງດ້ານການເງິນ, ຄວາມພຽງພໍຂອງທຶນຢູ່ໃນລະດັບຕໍ່າ, ປີ 2007 ເປັນຕົ້ນມາ ທສກ ໄດ້ຮັບຮອງເອົາວິໄສທັດໃໝ່ຂອງຕົນ ຄື: ເປັນຜູ້ນຳໜ້າໃນການສະໜອງການບໍລິການ ການເງິນໃນຊົນນະບົດ, ດຳເນີນທຸລະກິດຕາມກົນໄກຕະຫຼາດ, ກຸ້ມຕົນເອງທາງດ້ານການເງິນແບບຍືນຍົງເພື່ອປະກອບສ່ວນໄລຍະຍາວເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ແລະ ການຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ຄວາມວັດທະນະຖາວອນຂອງ ສປປ ລາວ. ທະນາຄານສົ່ງເສີມກະສິກຳ ໄດ້ມີການປັບປຸງຮອບດ້ານ ເຊັ່ນ: ທາງດ້ານນະໂຍບາຍລະບຽບການ, ກົນໄກການຄຸ້ມຄອງບໍລິຫານ, ລົງທຶນໃສ່ໃນການພັດທະນາບຸກຄະລາກອນ ແລະ ຄຸ້ມຄອງຊັບພະຍາກອນມະນຸດ, ດ້ານການບັນຊີ, ບໍລິຫານຄວາມສ່ຽງ, ຍາດແຍ່ງການຊວ່ຍເຫຼືອ ແລະ ຮ່ວມມືກັບຕ່າງປະເທດທາງດ້ານເຕັກນິກວິຊາການ, ສຸມໃສ່ການພັດທະນາລະບົບຫັນເປັນທັນສະໄໝ ໂດຍສະເພາະຍົກລະດັບລະ ບົບເຕັກໂນໂລຊີຂໍ້ມູນຂ່າວສານ, ການບໍລິການທີ່ມີຫຼາກຫຼາຍຜະລິດຕະພັນເພື່ອບໍລິການລູກຄ້າ, ກໍ່ສ້າງພື້ນຖານປະ ກອບວັດຖຸເຕັກນິກເພື່ອຮອງຮັບໃຫ້ແກ່ການດຳເນີນທຸລະກິດໃນອະນາຄົດ.



ສະຫວັດດີການ

SSO / ປະກັນສັງຄົມ
Annual Leave / ວັນພັກ ປະຈຳປີ
Annual Bonus / ໂບນັດ ປະຈຳປີ

ກ່ຽວກັບ

ທີ່ຢູ່

kaysone phomvihane road, phakhao village,, Xaythany District, Vientiane Capital

AGRICULTURAL PROMOTION BANK CO.,LTD