
THT Law and Consultancy (Lao) Sole Co., Ltd
Legal Services
Saphanthong Neua Village, Sisattanak District, Vientiane Capital
6 ຄົນຕິດຕາມ
ກ່ຽວກັບ
ບໍລິສັດ ທີເອັດທີ ລໍແອນຄອນເຊົາເທີນຊີ (ລາວ) ຈຳກັດຜູ້ດຽວ (THT Law and Consultancy (Lao) Sole Co., Ltd) ແມ່ນບໍລິສັດທີ່ປຶກສາທາງດ້ານກົດໝາຍ ລົງທຶນໂດຍກົງຈາກ ສປ ຈີນ ແລະ ໄດ້ສ້າງຕັ້ງຂຶ້ນໃນເດືອນກັນຍາ ປີ 2015. ໂດຍປະຕິບັດຕາມນະໂຍບາຍການລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ປະຕິບັດພາລະໜ້າທີ່ຂອງທະນາຍຄວາມຈີນເພື່ອສະໜອງບໍລິການທາງດ້ານກົດໝາຍຂ້າມຊາຍແດນໃຫ້ແກ່ວິສາຫະກິດຈີນທີ່ອອກໄປລົງທຶນຢູ່ຕ່າງປະເທດ. ປະຈຸບັນນີ້, ກິດຈະການຫຼັກຂອງບໍລິສັດພວກເຮົາ ແມ່ນສະໜອງບໍລິການທີ່ປຶກສາທາງກົດ ໝາຍໃນຫຼາຍຂົງເຂດ ໃນນັ້ນລວມທັງແຕ່ບໍ່ຈຳກັດ ການຄ້າ ແລະ ການລົງທຶນ, ການປົກປ້ອງສິດທາງແພ່ງ-ອາຍາໃຫ້ແກ່ບັນດາວິສາຫະກິດຈີນ ແລະ ຕ່າງປະເທດທີ່ມາລົງທຶນຢູ່ສປປ ລາວ, ພ້ອມທັງໃຫ້ການຊ່ວຍເຫຼືອທາງກົດໝາຍເພື່ອປົກປ້ອງສິດ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນບັນດາເຜົ່າ ລວມທັງຄົນຕ່າງປະເທດທີ່ດຳລົງຊີວິດໃນ ສປປ ລາວ. ລູກຄ້າສ່ວນຫຼາຍຂອງພວກເຮົາລວມທັງແຕ່ຈຳກັດທະນາຄານ, ໂຄງການພະລັງງານ ແລະ ບໍ່ແຮ່, ຂະແໜງເຕັກນິກ ແລະ ເອເລັກໂທນິກ, ການຂົນສົ່ງ, ການລົງທຶນອະສັງຫາລິມະຊັບ, ການຄ້າຂາເຂົ້າ-ຂາອອກ, ການກະສິກຳ ແລະ ຂະແໜງການຍ່ອຍອື່ນໆ.