108 Jobs

Open in 108 Jobs app

ອົງການຊາຍຟັນ ປະຈຳ ສປປ ລາວ | ChildFund in Laos

INGO / International Non-Governmental Organization

House No. 598, Unit 26, Horm 20, Saphanthong Neua Village, Sisattanak District, Vientiane Capital

https://www.childfund.org.la

6 ຄົນຕິດຕາມ

ກ່ຽວກັບ

ກ່ຽວກັບ ອົງການຊາຍຟັນ ປະຈຳ ສ.ປ.ປ ລາວ

ອົງການຊາຍຟັນ ປະຈຳ ສ.ປ.ປ ລາວ ຕາງໜ້າຫ້ອງການ ອົງການຊາຍຟັນ ອົດສະຕຣາລີ - ເປັນອົງການຈັດຕັ້ງສາກົນ ເພື່ອການພັດທະນາທີ່ເປັນເອກະລາດ ແລະ ເຮັດວຽກເພື່ອຫລຸດຜ່ອນຄວາມທຸກຍາກຂອງເດັກຢູ່ໃນເຂດພື້ນທີ່ຊົນນະບົດທີ່ກຳລັງໄດ້ຮັບການພັດທະນາ. 


ອົງການຊາຍຟັນ ອົດສະຕຣາລີ ເປັນໜຶ່ງໃນບັນດາສະມາຊິກຂອງອົງການຊາຍຟັນພັນທະມິດ-ສາກົນ ທີ່ມີເຄືອຄ່າຍກັບ 11 ອົງການຈັດຕັ້ງ ທີ່ໃຫ້ການຊ່ວຍເຫຼືອແກ່ເດັກ ແລະ ຄອບຄົວຂອງເດັກຫຼາຍກວ່າ 23 ລ້ານຄົນ ຢູ່ໃນ 70 ປະເທດ. ອົງການຊາຍຟັນ ອົດສະຕຣາລີ ເປັນອົງການຊ່ວຍເຫຼືອທີ່ໄດ້ຮັບການຈົດທະບຽນ, ເປັນສະມາຊິກສະພາຂອງອົດສະຕຣາລີ ສຳລັບການພັດທະນາລະດັບສາກົນ ແລະ ຖືກຮັບຮອງຢ່າງເປັນທາງການ ຈາກກະຊວງການຕ່າງປະເທດ ແລະ ການຄ້າ ເຊິ່ງເປັນຜູ້ຄຸ້ມຄອງແຜນງານຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີຢູ່ຕ່າງປະເທດ.


ອົງການຊາຍຟັນ ໄດ້ເລີ່ມເຮັດວຽກຢູ່ ສ.ປ.ປ. ລາວ ໃນປີ 2010, ແລະ ເຮັດວຽກຮ່ວມກັນເພື່ອສ້າງຊຸມຊົນ ແລະ ການປ່ຽນແປງວິຖີທາງ ເພື່ອເຮັດໃຫ້ເດັກດ້ອຍໂອກາດ ແລະ ໄວໜຸ່ມ ທີ່ຢູ່ໃນສະພາບແວດລ້ອມທີ່ມີຄວາມຫຼາກຫຼາຍ ສາມາດສະແດງອອກ ແລະ ຮັບຮູ້ເຖິງສິດທິຂອງເຂົາເຈົ້າ. ໂຄງການໄດ້ຈັດຕັ້ງປະຕິບັດ ຢູ່ ແຂວງ ຫົວພັນ, ແຂວງ ຊຽງຂວາງ, ແຂວງ ຜົ້ງສາລີ, ແຂວງ ໄຊຍະບູລີ, ແຂວງ ຫຼວງພະບາງ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ, ແຂວງ ເຊກອງ ແລະ ນະຄອນຫຼວງວຽງຈັນ.


ໂດຍສຸມໃສ່ການສົ່ງເສີມສິດທິເດັກ ແລະ ການປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ອົງການຊາຍຟັນ ປະຈຳ ສ.ປ.ປ ລາວ ຍັງມຸ່ງເນັ້ນໃສ່ບັນດາໂຄງການຕ່າງໆກ່ຽວກັບວຽກງານໂພຊະນາການຂອງເດັກ, ສຸຂະພາບຈະເລີນພັນ ແລະ ສິດທິຕ່າງໆ, ການສົ່ງເສີມຄວາມຮູ້ທາງສື່ອອນລາຍ ແລະ ການກຽມຄວາມພ້ອມທາງດ້ານອາຊີບ.


CHILDFUND IN LAOS DESCRIPTOR 

ChildFund in Laos is the representative office of ChildFund Australia – an independent international development organisation that works to reduce poverty for children in developing communities.

 

ChildFund Australia is a member of the ChildFund Alliance – a global network of 11 organisations which assists almost 23 million children and their families in 70 countries. ChildFund Australia is a registered charity, a member of the Australian Council for International Development, and fully accredited by the Department of Foreign Affairs and Trade which manages the Australian Government’s overseas aid program.


ChildFund began working in Laos in 2010 and works in partnership to create community and systems change which enables vulnerable children and young people, in all their diversity, to assert and realise their rights. Projects are implemented in  Houaphanh, Xieng Khouang, Phongsaly, Sayabouly, Luang Prabang, Khammouane, Savannakhet, Sekong Provinces and Vientiane capital.

 

With a focus on upholding child rights and improving access to quality education, ChildFund in Laos also prioritises projects which focus on child nutrition, sexual reproductive health and rights, media literacy, and job readiness.

 

ວິໄສທັດ

ໂລກທີ່ປາສະຈາກຄວາມທຸກຍາກ ບ່ອນທີ່ເດັກນ້ອຍ ແລະ ໄວໜຸ່ມ ສາມາດເວົ້າໄດ້ວ່າ:  

“ຂ້ອຍໄດ້ຮັບການປົກປ້ອງ. ຂ້ອຍໄດ້ຮັບການສຶກສາ. ຂ້ອຍມີສ່ວນຮ່ວມ. ຂ້ອຍມີອະນາຄົດທີ່ສົດໃສ.”


ພາລະກິດ

ພວກເຮົາຮ່ວມກັນສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ການປ່ຽນແປງວິຖີທາງ ເພື່ອເຮັດໃຫ້ເດັກດ້ອຍໂອກາດ ແລະ ໄວໜຸ່ມ ທີ່ຢູ່ໃນສະພາບແວດລ້ອມທີ່ມີຄວາມຫຼາກຫຼາຍ ສາມາດສະແດງອອກ ແລະ ຮັບຮູ້ເຖິງສິດທິຂອງເຂົາເຈົ້າ. 

 

VISION

A world without poverty where all children and young people can say:  

“I am safe. I am educated. I contribute. I have a future.”


MISSION

We partner to create community and systems change which enables vulnerable children and young people, in all their diversity, to assert and realise their rights.


ຄັງຮູບພາບ