108 Jobs

Open in 108 Jobs app

CSC Complex Center

Construction

Sokyai Village, Xaysettha District, Vientiane Capital

https://www.csccomplex-center.com/

19 ຄົນຕິດຕາມ

ກ່ຽວກັບ

ປະຫວັດບໍລິສັດ ຊີເອສຊີ ຄອມເພລັກ ເຊັນເຕີ ຈໍາກັດຜູ້ດຽວ

ບໍລິສັດ ຊີເອສຊີ ຄອມເພລັກ ເຊັນເຕີ ຈໍາກັດຜູ້ດຽວ (CSC Complex Center Sole Co.,Ltd)  ສ້າງຕັ້ງຂື້ນໃນປີ 2014 ທີ່ນະຄອນປາກເຊ ແຂວງຈໍາປາສັກ ແລະ ເປີດເປັນທາງການໃນປີ 2016 ດ້ວຍແນວຄວາມຄິດທີ່ຈະສ້າງ ຊີເອສຊີ ໃຫ້ເປັນສູນລວມວັດສະດຸກໍ່ສ້າງ, ເຄື່ອງຕົບແຕ່ງ ແລະ ເຄື່ອງໃຊ້ພາຍໃນຄົວເຮືອນແບບຄົບວົງຈອນ, ທັນສະໄໝ ແລະ ໃຫຍ່ທີ່ສຸດໃນ 4 ແຂວງພາກໃຕ້ຂອງ ສປປ ລາວ ດ້ວຍການຄ້າແບບ Modern Trade ເພື່ອສ້າງເງື່ອນໄຂໃຫ້ແກ່ສັງຄົມສາມາດຊົມໃຊ້ວັດສະດຸກໍ່ສ້າງ, ເຄື່ອງຕົບແຕ່ງ, ອຸປະກອນໄຟຟ້າ-ເຄື່ອງໃຊ້ໄຟຟ້າ, ເຄື່ອງມືຊ່າງ, ເຄື່ອງໃຊ້ພາຍໃນຄົວເຮືອນ ແລະ ອື່ນໆທີ່ມີຄຸນນະພາບ ແລະ ໃນລາຄາທີ່ເໝາະສົມ;

     ໂດຍຍຶດຖືແນວຄວາມຄິດການຄ້າແບບທັນສະໄໝ ( Modern Trade) ພວກເຮົາໄດ້ນໍາເອົາສິນຄ້າທີ່ມີຄຸນນະພາບ, ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ ແລະ ໃນລາຄາທີ່ເໝາະສົມ ດ້ວຍການປະສານງານໂດຍກົງຈາກໂຮງງານຜູ້ຜະລິດຫຼາຍກວ່າ 100,000ລາຍການສິນຄ້າມາວາງຈໍາໜ່າຍຕາມກຸ່ມຜະລິດຕະພັນ ເຊິ່ງສະດວກໃນການເລືອກຊື້ ເພື່ອໃຫ້ສອດຄ່ອງກັບຄໍາຂັວນທີ່ບໍລິສັດໄດ້ຕັ້ງໄວ້ຄື " ອານາຈັກວັດສະດຸກໍ່ສ້າງຂອງຄົນລາວ ໂຮມຮັກ ຄົບຄັກ ຖືກດີ ".

ການຂະຫຍາຍທຸລະກິດ

ອີງໃສ່ຜົນສຳເລັດຂອງການເປີດໃຫ້ບໍລິການຂອງ ສູນການຄ້າ ຊີເອສຊີ ຄອມເພລັກເຊັນເຕີ ສາຂາປາກເຊ ເຊິ່ງບໍລິສັດໄດ້ນໍາເອົາບົດຮຽນໃນລະບົບການບໍລິຫານ-ຈັດການແບບມືອາຊີບ ທີ່ມີປະສົບການອັນຍາວນານຈາກຕ່າງປະເທດມາໝູນໃຊ້, ມີພະນັກງານໃຫ້ບໍລິການ ແລະ ແນະນໍາໃນການຕັດສິນໃຈເລືອກຊື້ສິນຄ້າ, ໃຫ້ຄໍາປຶກສາດ້ານອອກແບບ-ກໍ່ສ້າງ ແລະ ຕົບແຕ່ງ, ມີລະບົບບໍລິການສົ່ງສິນຄ້າທີວ້ອງໄວ ແລະ ທັນສະໃໝ.ນອກຈາກນັ້ນບໍລິສັດຍັງມີລະບົບຄວບຄຸມການຂາຍແບບເອເລັກໂທຣນິກ ເຊິ່ງເປັນທີ່ຍອມຮັບຂອງສາກົນ, ບໍ່ຫຍຸ້ງຍາກໃນການຕິດຕາມ ແລະ ສະດວກການເກັບພາສີຂອງພາກລັດອີກດ້ວຍເຮັດໃຫ້ປະຈຸບັນນີ້ ຊີເອສຊີ ຂອງພວກເຮົາມີ 3 ສາຂາ ປະຈຳແຕ່ລະພາກ ເພື່ອເຮັດໜ້າທີ່ໃນການກະຈາຍສິນຄ້າໃຫ້ຄອບຄຸມທຸກພື້ນທີ່ຂອງປະເທດເຊັ່ນ:  ສາຂາປາກເຊ, ສາຂາປາກຊັນ ແລະ ສາຂານະຄອນຫຼວງວຽງຈັນ ດັ່ງນີ້:

ສາຂາປາກເຊ: ສະໜອງສິນຄ້າໃຫ້ ແຂວງຈຳປາສັກ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງເຊກອງ

ແລະ ແຂວງອັດຕະປື.

ສາຂາປາກຊັນ: ສະໜອງສິນຄ້າໃຫ້ ແຂວງບໍລິຄຳໄຊ, ເຂດພິເສດໄຊສົມບູນ, ແຂວງຄຳ

ມ່ວນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ.

ສາຂາວຽງຈັນ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງຫຼວງພະ

ບາງ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ ແລະ ແຂວງຜົ້ງສາລີ.

ຄັງຮູບພາບ

ສະຫວັດດີການ

  • ສະຫວັດດີການອຸດໝູນ ອາກອນລາຍໄດ້ພະນັກງານ.
  • ສະຫວັດດີການອຸດໝູນ ການເລື່ອນຂັ້ນຕຳແໜ່ງ ແລະ ເພີ່ມເງີນເດືອນ.
  • ສະຫວັດດີການອຸດໝູນ ເງິນອາຫານທ່ຽງ.
  • ສະຫັວດດີການອຸດໝູນ ເງິນນໍ້າມັນລົດ.
  • ສະຫວັດດີການອຸດໝູນ ເງິນຕໍາແໜ່ງງານ.
  • ສະຫວັດດີການອຸດໝູນ ແຕ່ງງານ.
  • ສະຫວັດດີການອຸດໝູນ ປີ່ນປົວສຸຂະພາບ.
  • ສະຫວັດດີການອຸດໝູນ ກວດສຸຂະພາບ ປະຈຳປີ.
  • ສະຫວັດດີການອຸດໝູນ ພະນັກງານ ຍິງ/ພັນລະຍາພະນັກງານ ເກິດລູກ.
  • ສະຫວັດດີການອຸດໝູນ ພະນັກງານ ແລະ ຄອບຄົວພະນັກງານເສຍຊີວິດ.
  • ສະຫວັດດີການອຸດໝູນ ສວ່ນຫຼຸດ-ຜອ່ນສິນຄ້າ ແລະ ສິນເຊື່ອພະນັກງານ.
  • ສະຫວັດດີການອຸດໝູນ ເດີນທາງພາຍໃນ-ຕ່າງປະເທດ.
  • ສະຫວັດດີການອຸດໝູນ ພະນັກງານອອກການ.
  • ເພີ່ມ ວັນພັກປະຈຳປີ 15 ວັນ, ວັນລາປວ່ຍ 30 ວັນ ແລະ ລາກິດ ຈຳນວນ 03 ວັນ ແລະ ສະຫັວດດີການອື່ນໆ ອີງຕາມກົດໝາຍແຮງງານແຫ່ງ ສປປ ລາວ.
  • ສະຫວັດດີການອຸດໝູນ ເງີນປັນຜົນປະຈຳປີ

ວຽກທີ່ເປີດຮັບສະໝັກ 1