
ສູນພັດທະນາຊົນນະບົດ RURAL DEVELOPMENT AGENCY (RDA)
Others
Lao-Thai Friendship Road, Vatnak Village, Sisattanak District, Vientiane Capital
9 ຄົນຕິດຕາມ
ກ່ຽວກັບ
ສູນພັດທະນາຊົນນະບົດ ແມ່ນຫ້ອງການເອກະຊົນ ເຊິ່ງແມ່ນຄົນລາວເປັນຜູ້ດຳເນີນທຸລະກິດບົນພື້ນຖານຫລັກການບໍ່ຫວັງຜົນຕອບແທນ, ຫ້ອງການສູນພັດທະນາຊົນນະບົດ ແມ່ນເຮັດວຽກຮ່ວມກັບຊຸມ ຊົນ, ໄວໜຸ່ມ, ອຳນາດການປົກຄອງທ້ອງຖິ່ນ ແລະ ຫົວຫນ້າຊຸມຊົນ ບົນພື້ນຖານການສົ່ງເສີມຄວາມ ຢືນຢົງ ແລະ ການພັດທະນາຊົນນະບົດໃນ ສປປ ລາວ. ສູນພັດທະນາຊົນນະບົດ ເຄື່ອນໄຫວວຽກ ງານເພື່ອຊ່ວຍໃນການເສີມສ້າງຂີດຄວາມສາມາດ ຈົນກ້າວໄປເຖິງການພັດທະນາຕົນເອງຢ່າງຮອບ ດ້ານ ເມື່ອຊຸມຊົນມີຄວາມສາມາດ, ຄວາມໝັ້ນໃຈ, ມີເຄືອຂ່າຍ ໃນການພັກດັນ ແລະ ສົ່ງເສີມການ ສ້າງຄວາມເຂັ້ມແຂງຂອງຊຸມຊົນທັງໄລຍະສັ້ນ ແລະ ໄລຍະຍາວ. ວິໄສທັດຂອງສູນພັດທະນາຊົນນະ ບົດແມ່ນເປັນສູນຕົ້ນແບບທີ່ສ້າງແຮງຈູງໃຈ ແລະ ເສີມສ້າງຄວາມອາດສາມາດດ້ານການພັດທະນາ ຊຸມຊົນແບບຮອບດ້ານ ໂດຍພາຍໃຕ້ພາລະກິດທີ່ວ່າ ເອື້ອຍອຳນວຍການເສີມສ້າງຂີດຄວາມສາມາດ ແບບບູລະນາການ ແລະ ຮັບປະກັນຄຸນນະພາບການບໍລິການດ້ານສຶກສາຊຸມຊົນ, ສິ່ງເວດລ້ອມ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ເພື່ອສຸຂະພາບທີ່ດີ ແລະ ຄວາມຮັ່ງມີຜາສຸກຂອງຄົນລາວ. ສູນພັດ ທະນາຊົນນະບົດໄດ້ໃຫ້ການບໍລິຫານດ້ານການສ້າງຂີດຄວາມສາມາດຂອງອົງກອນ ແລະ ຊຸມຊົນ ໃນການເປັນຜູ້ອຳນວຍຄວາມສະດວກໃຫ້ແກ່ຊຸມຊົນ, ຊົນເຜົ່າ, ແມ່ຍິງ ແລະ ໄວໜຸ່ມ ນອກຈາກນັ້ນ ສູນພັດທະນາຊົນນະບົດຍັງໄດ້ຂະຫຍາຍການຮ່ວມມືຮ່ວມ ແລະ ພົບປະແລກປ່ຽນຮ່ວມກັບຫລາຍໆ ອົງກອນເຊັ່ນ: ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນເອກະຊົນ.