
Lao Tobacco Limited
Industrial / Manufacturing
Thadeua Road Lek 8, Hadxayfong District, Vientiane Capital
60 ຄົນຕິດຕາມ
ກ່ຽວກັບ
ບໍລິສັດ ຢາສູບລາວ ຈຳກັດ ເປັນບໍລິສັດຮ່ວມທຶນກັບຕ່າງປະເທດ ເຊິ່ງເຊັນສັນຍາໃນປີ 2001 ລະຫວ່າງລັດຖະບານ ສປປລາວ ແລະ ກຸ່ມບໍລິສັດ ອິມພີຣຽວ ຈາກປະເທດອັງກິດ ເຊິ່ງເປັນກຸ່ມບໍລິສັດຜະລິດຢາສູບທີ່ໃຫຍ່ເປັນອັນດັບ 04 ຂອງໂລກ, ທີ່ມີພະນັກງານທັງໝົດ 33,000 ຄົນ ທີ່ເຄື່ອນໄຫວທຸລະກິດໃນ160 ປະເທດທົ່ວໂລກ. ໃນນັ້ນມີຜູ້ຖືຮຸ້ນ 03 ພາກສ່ວນ: ລັດຖະບານແຫ່ງ ສປປ ລາວ 47%, ບໍລິສັດ Coralma Int’l – ITG (UK) 34% ແລະ ບໍລິສັດ S3T (Singapore) 19%. ບໍລິສັດ ຢາສູບລາວ ຈຳກັດ, ມີພະນັກງານທັງໝົດ 300 ຄົນ ທີ່ມີເພື່ອນຮ່ວມງານຫຼາກຫຼາຍທາງດ້ານປະສົບການ, ວັດທະນະທຳທີ່ແຕກຕ່າງກັນ ແລະ ມີການເສີມສ້າງພະນັກງານໃຫ້ມີທັກສະຄວາມຮູ້ຄວາມສາມາດ, ໃຫ້ຄ່າຕອບແທນທີ່ດີ ແລະ ຊ່ວຍເຫຼືອຄອບຄົວຂອງພະນັກງານຕະຫຼອດມາ. ສະນັ້ນ, ທ່ານສາມາດໝັ້ນໃຈໄດ້ວ່າພວກເຮົາແມ່ນ ບໍລິສັດ ທີ່ຫຼາຍໆທ່ານທີ່ຢາກເລືອກຮ່ວມງານນຳ.
ຄັງຮູບພາບ
ຜະລິດຕະພັນ ແລະ ການບໍລິການ
Tobacco/ຢາສູບ
ສະຫວັດດີການ
- ເງິນເດືອນສູງກວ່າຕະຫຼາດແຮງງານ ແລະ ປັບຂື້ນເງິນເດືອນທຸກໆປີ.
- ເງິນໂບນັດປະຈຳປີ ສູງສຸດ 04 ເທົ່າຂອງເງິນເດືອນ.
- ມີປະກັນໄພສຸຂະພາບ ທີ່ສາມາດໃຊ້ທັງພາຍໃນ ແລະ ຕ່າງປະເທດ.
- ວັນພັກປະຈຳປີ 20 ວັນ ແລະ ນະໂຍບາຍການລາພັກຕ່າງໆ.
- ມີນະໂຍບາຍເງິນສະຫວັດດີການ ຫຼັງຈາກອາຍຸກະສຽນ.
- ມີນະໂຍບາຍກູ້ຢືມເງິນບໍ່ມີດອກເບ້ຍ ໃນກໍລະນີສຸກເສີນຕ່າງໆ.
- ອາຫານທ່ຽງຟຣີ ທີ່ໂຮງອາຫານສະອາດ ພາຍໃນບໍລິສັດ.
- ເຝິກອົບຮົມທັງພາຍໃນ ແລະ ຕ່າງປະເທດ ຫຼື ໃຫ້ທຶນຮຽນຕໍ່ໄລຍະຍາວ ຕາມເໝາະສົມ.
- ມີສູນຮັກສາສຸຂະພາບ ແລະ ຄວາມປອດໄພ ພາຍໃນບໍລິສັດ.
- ມີສະຖານທີ່ອອກກຳລັງກາຍ (ເດີ່ນດອກປີກໄກ່, ເດີ່ນເປຕັງ ແລະ ເດີ່ນເຕະບານ).
- ກິດຈະກຳງານກິລາປະຈຳປີ ແລະ ງານສະເສີມສະຫຼອງອື່ນໆຕາມປະເພນີ.