
KASIKORNTHAI BANK
Banking, Financial Service
Lane Xang Avenue Sisaket Village, Chanthabouly District, Vientiane Capital
63 ຄົນຕິດຕາມ
ກ່ຽວກັບ
ທະນາຄານກະສິກອນໄທ (ຫຼື KBank) ສ້າງຕັ້ງຂຶ້ນໃນປີ 1945 ເຊິ່ງເປັນກຸ່ມບໍລິສັດທາງການເງິນທີ່ປະສົບຄວາສຳເລັດ ແລະ ມີຊື່ສຽງ ຂອງໄທທີ່ວາງຮາກຖານໃນພາກພື້ນນີ້ ທະນາຄານກະສິກອນໄທໄດ້ຖືເອົາການດຳເນີນທຸລະກິດລະຫວ່າງປະເທດເປັນເປົ້າໝາຍຍຸດທະສາດຫຼັກ ຍຸດທະສາດ ເອອີຊີ ພລັດສ໌ (AEC Plus) ໄດ້ຖືກຮ່າງຂຶ້ນເພື່ອສ້າງການເຊື່ອມຕໍ່ທາງການເງິນແບບຄົບວົງຈອນຢ່າງເຕັມຮູບແບບໃນບັນດາປະເທດສະມາຊິກປະຊາຄົມເສດຖະກິດອາຊຽນ(ເອອີຊີ) ບວກປະເທດຈີນ ຍີ່ປຸ່ນ ແລະ ເກົາຫຼີໃນການບັນລຸເປົ້າໝາຍຍຸດທະສາດອັນນີ້ KBank ໄດ້ສ້າງພື້ນຖານອັນແຂງແກ່ນຢູ່ໃນປະເທດຈີນ ແລະ ຍີ່ປຸ່ນເຊິ່ງສາຂາຍ່ອຍໃນ ສປປ ລາວ ຈະເປັນອົງປະກອບທີ່ສຳຄັນ ຂອງທະນາຄານໃນຖານະເປັນ ຊ່ອງທາງເຊື່ອມຕໍ່ຮອງຮັບຍຸດທະສາດດັ່ງກ່າວນັ້ນ ເພື່ອກະຕຸ້ນການເຕີບໂຕແບບຍືນຍົງຢູ່ໃນພາກພື້ນນີ້.
ທະນາຄານກະສິກອນໄທໃນ ສປປ ລາວ ໄດ້ຈົດທະບຽນດ້ວຍທຶນຈົດທະບຽນມູນຄ່າ 300 ຕື້ກີບ
ໃນການເຊື່ອມໂຍງເຂົ້າກັບຍຸດທະສາດ ເອອີຊີ ພລັດສ໌ໄດ້ຢ່າງເຕັມສ່ວນ ແລະ ໃຫ້ບໍລິການລູກຄ້າຂອງພວກເຮົາໃນພາກພື້ນໃຫ້ດີທີ່ສຸດ KBank ໃນ ສປປ ລາວ ຈະຮ່ວມມືກັນຢ່າງສະໜິດແໜ້ນກັບ KBank ໃນປະເທດໄທ ແລະ ທະນາຄານຄູ່ຮ່ວມໃນບັນດາປະເທດຕ່າງໆ ໂດຍສະເພາະແມ່ນຢູ່ໃນປະເທດຈີນ ແລະ ຍີ່ປຸ່ນ KBank ມີຈຸດປະສົງເພື່ອແນໃສ່ການເປັນສະຖາບັນທາງດ້ານການເງິນທີ່ເຂັ້ມແຂງ ແລະ ໝັ້ນຄົງພ້ອມທັງມີຄວາມຫຼາກຫຼາຍຂອງການບໍລິການທາງດ້ານການເງິນທີ່ມີຄຸນນະພາບລະດັບໂລກທີ່ຈະຕອບສະໜອງຄວາມຕ້ອງການ ຂອງລູກຄ້າດ້ວຍການປະສົມປະສານກັນຢ່າງລົງຕົວ.