ການປະກາດຮັບສະໝັກງານຕາມໜັງສືພິມ ຫຼື ເວັບໄຊ ຕ່າງໆ ຈະມີຮູບແບບການປະກາດທີ່ບໍ່ແນ່ນອນ ລວມທັງການໃຊ້ພາສາໃນການຂຽນກໍ່ເຊັ່ນກັນ, ແຕ່ສຳລັບເນື້ອໃນໂຄສະນາແມ່ນຕ້ອງປະກອບດ້ວຍສັດສ່ວນຕ່າງໆຄືກັນຈຶ່ງຈະຖືວ່າສົມບູນແບບ ດັ່ງນີ້:
- ຊື່ບໍລິສັດທີ່ປະກາດ
- ຮູບແບບທຸລະກິດທີ່ດຳເນີນ ແລະ ສາເຫດທີ່ຕ້ອງການຮັບສະໝັກ
- ຕຳແໜ່ງທີ່ຕ້ອງການ
- ລາຍລະອຽດໜ້າທີ່ຮັບຜິດຊອບໃນຕຳແໜ່ງງານ
- ຄຸນສົມບັດ ຫຼືຄຸນນະວຸດຂອງຜູ້ສະຫມັກ
- ຄວາມສາມາດພິເສດທີ່ຕ້ອງການ
- ແຮງຈູງໃຈ ຫຼືຂໍ້ສະເໜີຕ່າງໆໃຫ້ຜູ້ສະໝັກ
- ເງື່ອນໄຂ ຫຼືວິທີ ແລະ ສະຖານທີ່ສະຫມັກງານ
ເຖິງແມ່ນວ່າ ການເຮັດປະກາດໂຄສະນາທີ່ສົມບູນແບບຈະຕ້ອງມີອົງປະກອບຄົບຕາມຂ້າງເທິງນີ້ກໍ່ຕາມ ແຕ່ການເຮັດປະກາດແຕ່ລະຄັ້ງກໍ່ຂື້ນກັບພື້ນທີ່ໃນການໂຄສະນາພ້ອມ ສະນັ້ນ, ບາງຄັ້ງກໍ່ບໍ່ຈຳເປັນຕ້ອງໃສ່ລາຍລະອຽດຄົບທຸກຢ່າງກໍ່ໄດ້ ແຕ່ຕ້ອງມີຂໍ້ມູນທີ່ຜູ້ຊອກວຽກສາມາດເຂົ້າໃຈໄດ້ງ່າຍ.
ເນື້ອຫາຂອງການເຮັດປະກາດຮັບສະຫມັກງານແຕ່ລະສ່ວນມີລາຍລະອຽດດັ່ງນີ້:
1. ຊື່ບໍ່ລິສັດທີ່ລົງປະກາດ (Company’s Name): ຊື່ບໍລິສັດອາດຈະມີຫຼາຍແບບ ຫຼາຍລັກສະນະ ບາງບໍລິສັດອາດຈະໃສ່ແຕ່ໂລໂກ ຫຼື ສັນຍາລັກຂອງບໍລິສັດ ຫຼື ບອກແຕ່ຊື່ຫຍໍ້ຂອງບໍລິສັດເຊັ່ນ: SCG, BCEL, PTL ເປັນຕົ້ນ ແຕ່ແບບນີ້ຕ້ອງເປັນຊື່ທີ່ຮູ້ຈັກກັນດີຢູ່ແລ້ວຈຶ່ງສາມາດໃສ່ແບບນີ້ໄດ້, ບາງຄັ້ງກໍ່ໃສ່ຊື່ເຕັມ, ໃສ່ເປັນພາສາອັງກິດ ຫຼື ພາສາລາວເຊັ່ນ: Petroleum Trading Lao Public Company, Phu Bia Mining (ພູເບ້ຍ ມາຍນິງ) ແລະ ອື່ນໆ
2. ຮູບແບບທຸລະກິດທີ່ດຳເນີນ ແລະ ສາເຫດທີ່ຕ້ອງການຮັບສະໝັກ (Nature of Business & Requirements): ຂໍ້ມູນທີ່ກ່ຽວຂອງກັບທຸລະກິດ ລວມທັງເຄືອຂ່າຍຕ່າງໆຂອງທຸລະກິດເຊັ່ນ:
- ບໍລິສັດ Petroleum Trading Lao Public Company (ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ)ເປັນບໍລິສັດໃນເຄືອຂອງ ພົງສະຫວັນກຣຸບ ດໍາເນີນທຸລະກິດໃນການໃຫ້ບໍລິ ການນ້ຳມັນທີ່ຄົບວົງຈອນ.....
- ເນື່ອງຈາກວ່າທາງບໍລິສັດມີການຂະຫຍາຍທຸລະກິດ ໂດຍການເປີດປ້ຳນ້ຳມັນໃຫມ່ເພີ່ມຂື້ນໃນປີນີ້ 50 ປ້ຳ ດັ່ງນັ້ນຈຶ່ງມີຄວາມຕ້ອງການທີມງານໃນການຂັບເຂືອນໄປໃຫ້ໄດ້ຕາມເປົ້າໝາຍຂອງບໍລິສັດ........
3. ຕຳແໜ່ງທີ່ຕ້ອງການ (Positions): ຜູ້ອ່ານຈະສາມາດເຫັນໄດ້ງ່າຍເວລາເຮົາພິມຊື່ຕຳແໜ່ງດ້ວຍອັກສອນເຂັ້ມເປັນພິເສດ, ການໃສ່ຊື່ຕຳແໜ່ງໃນປະກາດຮັບສະຫມັກງານຈະມີຢູ່2ແບບເຊັ່ນ: ການບອກຊື່ຕຳແໜ່ງແບບສັ້ນໆຕາມໂຕເລີຍ, 2 ການບອກຊື່ຕຳແໜ່ງພ້ອມຄຳອະທິບາຍລາຍລະອຽດຂອງຕຳແໜ່ງເພີ່ມຂື້ນເພື່ອຄວາມເຂົ້າໃຈງ່າຍ ຕົວຢ່າງ:
- Project Manager ຜູ້ຈັດການໂຄງການ
- EDP & ADM Manager ຜູ້ຈັດການບໍລິຫານ (Administration ແລະ ປະມວນຜົນຂໍ້ມູນທາງອີເລັກໂທນິກ (Electronic Data Processing)
4. ລາຍລະອຽດໜ້າທີ່ຮັບຜິດຊອບໃນຕຳແໜ່ງງານ (Job Description): ລະບຸລາຍລະອຽດຄວາມຮັບຜິດຊອບທີ່ສຳຄັນເທົ່ານັ້ນສຳລັບຕຳແໜ່ງເຊັ່ນວ່າ:
- ຮັບເອົາ, ຊັບຊ້ອນ ແລະ ໂອນເອກະສານ, ຈົດໝາຍ, ເຄື່ອງຝາກ,...... ເຖິງບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງລູກຄ້າ ແລະ ບໍລິສັດ.
- ຮັບ ແລະ ຕອບໂທລະສັບ, ແຟັກມາ ແລະ ຍ້າຍມາໃຫ້ບັນດາຫົວໜ່ວຍທີ່ກ່ຽວຂ້ອງ.
- ຮັບຕ້ອນ ແລະ ແນະນຳລູກຄ້າ.
5. ຄຸນສົມບັດ ຫຼືຄຸນນະວຸດຂອງຜູ້ສະຫມັກ(Qualifications): ສ່ວນປະກອບຂອງຄຸນສົມບັດ ຫຼືຄຸນນະວຸດມີ:
1. ເພດ(Sex)
- ຍິງ/ຊາຍ
2. ອາຍຸ(Age)
- ອາຍຸ 18 ປີຂື້ນໄປ
- ອາຍຸ 20-30 ປີ
- ອາຍຸ 30 ປີຂື້ນໄປ
- ອາຍຸຕ່ຳກວ່າ 35 ປີ
3. ການສຶກສາ(Education)
- Bachelor’s degree in any field or equivalent ປະລິນຍາຕີ ຫຼືທຽບເທົ່າສາຂາທີ່ກ່ຽວຂ້ອງ
- Diploma in Electrical ຊັ້ນສູງສາຂາໄຟຟ້າ….
4. ປະສົບການ(Experience)
- ມີປະສົບການທີ່ກ່ຽວຂ້ອງ 2-5 ປີ
- ມີປະສົບການດ້ານບັນຊີ-ການເງິນ ບໍ່ຕ່ຳກວ່າ 2ປີ.....
6. ຄວາມສາມາດພິເສດທີ່ຕ້ອງການ (Special Skill): ໝາຍເຖິງຄວາມສາມາດພິເສດທີ່ສາມາດສະໜັບສະໜູນວຽກຂອງຕຳແໜ່ງດັ່ງກ່າວເຊັ່ນ: ທັກສະດ້ານຄອມພີວເຕີ ຫຼື ທັກສະດ້ານພາສາເປັນຕົ້ນ.
- ມີຄວາມສາມາດໃນການອ່ານ, ຂຽນ ແລະ ເວົ້າພາສາອັງດີເປັນຢ່າງດີ
- ຄວາມສາມາດໃນການນຳໃຊ້ເຄື່ອງສື່ສານຢ່າງດີ
- ຄວາມສາມາດໃນການນຳໃຊ້ຄອມພີວເຕີພື້ນຖານ: Microsoft Office
7. ແຮງຈູງໃຈ ຫຼືຂໍ້ສະເໜີຕ່າງໆໃຫ້ຜູ້ສະໝັກ (Incentives): ໄດ້ແກ່ ເງິນເດືອນ, ສະຫວັດດີການຕ່າງໆ ທີ່ທາງບໍລິສັດຈະໃຫ້ເພື່ອດຶງດູດຄວາມສົນໃຈຈາກຜູ້ຊອກວຽກ ຕົວຢ່າງ:
- ຜູ້ສະຫມັກງານທີ່ຜ່ານການຄັດເລືອກຈະໄດ້ຮັບເງິນເດືອນ ແລະ ສະຫວັດດີການຕ່າງໆຕາມຄວາມສະມາດ ແລະ ປະສົບການ
- ເງິນເດືອນສູງ, ສະຫວັດດີການດີ ແລະ ຍັງມີເງິນໂບນັດທ້າຍປີພ້ອມ(ອິງຕາມຜົນປະກອບການ)
- ບໍລິສັດມີສະຫວັດດີການຫຼາຍຢ່າງຕໍ່ພະນັກງານເຊັ່ນ:
- ກວດສຸຂະພາບປະຈຳປີ
- ເງິນກອງທຶນພະນັກງານ
- ເງິນກູ້ຢືມເພື່ອການສຶກສາ/ຄວາມຈຳເປັນທາງຄອບຄົວ
- ທ່ອງທ່ຽວປະຈຳປີ (ພາຍໃນຫຼືຕ່າງປະເທດ)
8. ເງື່ອນໄຂ ຫຼືວິທີ ແລະ ສະຖານທີ່ສະຫມັກງານ (Submission of Applications): ແຈ້ງວິທີ, ສະຖານທີ ທີ່ຈະສະຫມັກພ້ອມບອກເອກະສານຫຼືຫຼັກຖານໃນການສະຫມັກ ຕົວຢ່າງ:
- ສົນໃຈສາມາດສະຫມັກດ້ວຍຕົນເອງທີ່ບໍລິສັດ ….
- ເອກະສານປະຫວັດສ່ວນຕົວປະກອບມີ: ໃບຢັ້ງຢືນທີ່ຢູ່, ໃບແຈ້ງໂທດ, ສຳມະໂນຄົວ….
- ຜູ້ສົນໃຈສາມາດສົ່ງຈົດໝາຍສະຫມັກງານພ້ອມຮູບຖ່າຍທາງອີເມລໄດ້ທີ: aaa@gmail.com
ສາມາດສອບຖານຂໍ້ມູນເພີ່ມເຕີມໄດ້ທີ່ ພະແນກບຸກຄະລາກອນ 020 5555555