ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະຖາວອນ
-------****-------
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ຄະນະກຳມະການແຫ່ງຊາດເພື່ອຄົນພິການ
ສູນພັດທະນາແມ່ຍິງພິການລາວ (ສພຍລ)
LAO DISABLED WOMEN’S DEVELOPMENT CENTER ( LDWDC )
ປະກາດຮັບສະໝັກ
ສູນພັດທະນາແມ່ຍິງພິການລາວ ມີຄວາມຕ້ອງການ ເພື່ອນຣ່ວມງານ ໃນຂະແໜງການປຸງແຕ່ງອາຫານ
1 ຕຳແໜ່ງ ເປັນເພດຍິງປະຈຳຢູ່ ຫ້ອງການສູນພັດທະນາແມ່ຍິງພິການລາວ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຖະໜົນທ່າເດື່ອ ເງີນເດືອນເລີ່ມຕົ້ນ 1.500.000ກີບມີສະຫວັດດີການດີ ມີທີ່ພັກໃຫ້ຢູ່ ສາມາດພັກເຊົາປະຈຳຢູຫໍພັກໄດ້. ແຕ່ງກິນ 3 ຄາບ ເຊົ້າ,ສວຍ.ແລງ ໃຫ້ກັບພະນັກງານແລະນັກຮຽນ ຈຳນວນ 60 ຄົນ ເຮັດວຽກ ວັນຈັັນ - ວັນເສົາ ສ່ວນເວລາໃນການແຕ່ງກິນໄດ້ກຳນົດໄວ້ໃນໃບສັນຍາການເຮັດວຽກຂອງພະນັກງານ.
ເງື່ອນໄຂຜູ້ສະໝັກ
ສົນໃຈສົ່ງປະຫວັດດ່ວນ ທາງອີເມວ ມາໄດ້ທີ່ Sisomphone@laodisabledwomen.com
ຫລຶ ໂທວັອດແອັບ 56770690 ເບີໂທຫ້ອງການ 021 820489
ສົນໃຈປະກອບເອກະສານ ມີດັ່ງນີ້:
ຖ້າເປັນຄົນພິການ ຕ້ອງສາມາດຊ່ວຍເຫລືອຕົນເອງໄດ້ ໃນການໄປມາຂັບລົດຈັກ/ລົດໃຫຍ່ໄດ້
ສາມາດພັກເຊົາຢູ່ຫໍພັກໄດ້ ອີງຕາມເງື່ອນໄຂຂອງຜູ້ກ່ຽວ
Lao Disabled Women’s Development Centre
N/A Vientiane Capital