ຮັບສະໝັກເພື່ອນຮ່ວມງານ
ເລກທີ 005/2021
ກຸ່ມບໍລິສັດ ພອນສັກ ຈຳກັດ ເປັນບໍລິສັດໃຫ່ຍໜຶ່ງທີ່ນອນຢູ່ໃນແຖວໜ້າຂອງ ສ.ປ.ປ.ລາວ ແລະ ມີເຈົ້າຂອງເປັນຄົນລາວ. ບໍລິສັດມີຈຳນວນພະນັກງານຫຼາຍກວ່າ 100 ຄົນ ປະຈໍາສໍານັກງານໃຫ່ຍ ແລະ ພະນັກງານຫຼາຍກວ່າ 650 ຄົນ ປະຈໍາພາກສະໜາມ ໃນນັ້ນລວມທັງຜູ້ຮັບເໝົາ.
ປະຈຸບັນ ເປັນໂອກາດອັນດີທີ່ທ່ານຈະຮ່ວມວຽກກັບ ກຸ່ມບໍລິສັດ ພອນສັກ ຈຳກັດ. ພວກເຮົາມີຫຼາຍໂຄງການທີ່ກຳລັງຕ້ອງການເພື່ອນຮ່ວມງານຈຳນວນຫຼາຍ, ເພື່ອກ້າວໄປສູ່ການຮ່ວມມື ແລະ ຄວາມຄິດສ້າງສັນ. ພວກເຮົາກໍາລັງຊອກຫາຕໍາແໜ່ງດັ່ງຕໍ່ໄປນີ້:
- ວິຊາການລ້ຽງສັດປະຈຳສວນສາທິດ, 1 ຕໍາແໜ່ງ
- ປະຈໍາ ໂຄງການເຂື່ອນໄຟຟ້ານ້ຳເທີນ 1 (ເມືອງ ວຽງທອງ, ແຂວງ ບໍລິຄຳໄຊ)
- ປະເພດສັນຍາ: 1 ປີ, (ສາມາດຕໍ່ສັນຍາໄດ້)
ໜ້າທີ່ຮັບຜິດຊອບ :
ວຽກເຕັກນິກ:
- ຈັດຕັ້ງປະຕິບັດວຽກງານສວນສາທິດເຊັ່ນ: ການຈັດຝຶກອົບຮົມຕ່າງໆ ທີ່ກ່ຽວຂ້ອງກັບວຽກຟື້ນຟູອາຊີບ, ການບໍລິຫານວຽກງານ ລ້ຽງສັດ ທັງໃນ ແລະ ນອກສວນສາທິດ;
- ການລ້ຽງສັດຄື: ລ້ຽງງົວທອມ, ລ້ຽງແບ້ຂັງ, ລ້ຽງໝູທອມ, ລ້ຽງສັດປີກ ແລະ ກົບ-ປາດຸກ ລວມທັງການອະນຸບານສັດປີກ ແລະ ການປະສົມພັນກົບ-ປາດຸກ.
- ເປັນທີ່ປຶກສາບົງມະຕິພະຍາດສັດ ແລະ ປິ່ນປົວ; ແລະ ໃຫ້ຄວາມຮູ້ ພ້ອມທັງສາຖິດ ການນຳໃຊ້ຢາປົວພະຍາດໃຫ້ສັດລ້ຽງ;
- ຮັບຜິດຊອບໃນການອອກແບບ ວິທີການສາທິດ-ທົດລອງ, ວິທີການວັດແທກ, ການເກັບກຳຂໍ້ມູນ, ການວິເຄາະຜົນການສາທິດ-ທົດລອງ ແລະ ລາຍງານຜົນ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຫາວັດຖຸອຸປະກອນ ແລະ ແນວພັນຕ່າງໆຮັບໃຊ້ສຳລັບວຽກງານປູກຝັງ-ລ້ຽງສັດ ຂອງສວນສາທິດ ເພື່ອຂື້ນແຜນໃນການສະໜອງຕາມຂະບວນການ;
- ຂຽນຄູ່ມື ຫຼື ແຜ່ນພັບກ່ຽວກັບ ສວນສາທິດ, ຜົນທົດລອງຕ່າງໆ. ເພື່ອນຳມາເຜີຍແຜ່ ໃຫ້ຊຸມຊົນໄດ້ຮັບຮູ້ ວຽກງານ
- ສ້າງແຜນຈັດຕັ້ງປະຕິບັດປະຈຳປີ, ປະຈຳໄຕມາດ ແລະ ປະຈຳເດືອນ ກ່ຽວກັບວຽກງານ ວິຊາການ ສວນສາທິດ ຮ່ວມກັບປະຊາຊົນ, ເຊັ່ນ: ແຜນທັດສະນະສືກສາ, ແຜນການຝຶກອົບຮົມ, ແຜນງົບປະມານຕ່າງໆ;
- ເຂົ້າຮ່ວມໃນຂະບວນການຈັດຕັ້ງກຸ່ມປູກພືດເປັນສິນຄ້າ;
- ນຳພາສະມາຊິກກຸ່ມຈັດຕັ້ງປະຕິບັດກິດຈະກຳລ້ຽງສັດຕາມແຜນຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ;
- ນຳພາທີມງານວິຊາການ, ອາສາສະໝັກໃນສວນສາທິດ(ແຮງງານປະຈຳສວນ) ຈັດຕັ້ງປະຕິບັດກິດຈະກຳ ລ້ຽງສັດຢູ່ໃນສວນສາທິດ ຢ່າງເປັນປົກກະຕິ.
ວຽກບໍລິຫານ:
- ຊ່ວຍໃນການວາງແຜນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການຂັ້ນເມືອງທີ່ກ່ຽວຂ້ອງກັບວຽກງານ;
- ລາຍງານຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນແກ່ພາກສ່ວນທີ່ກ່ຽວຂ້ອງຮັບຊາບ, ແລະ ລວມທັງ ສະຫຼຸບລາຍຮັບ-ລາຍຈ່າຍການກິດຈະກໍາຂອງສວນສາທິດ ເຊັ່ນ:ລາຍງານປະ ຈໍາອາທິດ, ປະຈໍາເດືອນ, ປະຈໍາໄຕມາດ ແລະ ປະຈໍາປີ;
- ເຂົ້າຮ່ວມກອງປະຊຸມຕ່າງໆທີ່ກ່ຽວຂ້ອງກັບວຽກງານທີ່ຕົນຮັບຜິດຊອບ ແລະ/ຫຼືໄດ້ຮັບການມອບໝາຍຈັດພະແນກສັງຄົມ ແລະ ສິ່ງແວດລ້ອມ;
- ຊ່ວຍໃນການປະສານສົມທົບ ແລະ ຊອກຫາຄູ່ຮ່ວມພັດທະນາ ເພື່ອວາງແຜນການຕະຫຼາດ ແລະ ການຈຳໜ່າຍຜົນຜະລິດ;
- ແລະ ອື່ນໆ ຕາມການມອບໝາຍທີ່ກ່ຽວຂ້ອງຂອງຫົວໜ້າສາຍງານ.
ຄວາມຮູ້ ແລະ ປະສົບການທີ່ກ່ຽວຂ້ອງ:
- ມີຄວາມຮູ້ເຕັກນິກ ແລະ ປະສົບການໃນວຽກງານປູກຝັງ ແລະ ລ້ຽງສັດເຊັ່ນ: ການປູກພືດສວນຄົວ, ຜັກສະອາດ, ໄມ້ໃຫ້ໝາກ, ພືດເສດຖະກິດ, ການລ້ຽງສັດໃຫຍ່(ງົວ), ລ້ຽງແບ້, ລ້ຽງໝູ, ລ້ຽງສັດປີກ(ເປັດ-ໄກ່) ແລະ ກົບ-ປາດຸກ;
- ມີຄວາມຮູ້ ແລະ ປະສົບການໃນການປະສົມພັນກົບ-ປາດຸກ, ການອະນຸບານສັດປີກ, ການລ້ຽງໝູທອມ, ການລ້ຽງແບ້ຂັງ ແລະ ການລ້ຽງງົວທອມ;
- ມີຄວາມຮູ້ດ້ານເຕັກນິກກະສິກຳເປັນຢ່າງດີ, ກຳໄດ້ຫຼັກການລ້ຽງສັດໄດ້ຊັດເຈນ, ມີຄວາມຮູ້ດ້ານການປຸງແຕ່ງອາຫານສັດ;
- ຄວາມຮູ້ໃນການບົງມະຕິພະຍາດສັດ ແລະ ປິ່ນປົວສັດ ທັງສັດນ້ອຍ ແລະ ສັດໃຫຍ່;
- ມີຄວາມຮູ້ໃນການນຳໃຊ້ຢາວັກຊີນສຳລັບສັດລ້ຽງ (ຢາວັກຊິນ ແລະ ຢາປິ່ນປົວ);
- ມີຄວາມຮູ້ ແລະ ປະສົບການໃນການຈັດການຟາມ (ຈັດການສວນ, ປູກຝັງ ແລະ ລ້ຽງສັດ), ແບ່ງພື້ນທີ່ໃຫ້ເໝາະສົມ, ນຳໃຊ້ພື້ນທີ່ໃຫ້ເກີດປະໂຫຍດສູງສຸດ, ວາງຍຸດທະສາດການຜະລິດໃຫ້ມີປະສິດຕິພາບສູງ.
- ມີຄວາມຮູ້, ປະສົບການໃນການວາງແຜນ, ການຕິດຕາມ ແລະ ປະເມີນຜົນ;
- ມີຄວາມຮູ້ ແລະ ປະສົບການໃນການເປັນຄູຝຶກ ໂດຍສະເພາະແມ່ນວຽກງານປູກຝັງ-ລ້ຽງສັດ. ລວມທັງການຈັດການຝຶກອົບຮົມຕ່າງໆ.
- ມີຄວາມຮູ້ ແລະ ປະສົບການໃນການໃນການຈັດຕັ້ງປະຕິບັດ ແລະ ນຳພາກຸ່ມປະຕິບັດລ້ຽງສັດ ແລະ ປູກຝັງ;
ຄຸນນະວຸດ ແລະ ປະສົບການ:
- ຈົບຊັ້ນສູງ/ປະລິຍາຕີ ຂະແໜງ ດ້ານກະສິກຳ ແລະ ປູກຝັງ ແລະ ລ້ຽງສັດ ແລະ ຫຼື ສາຂາທີ່ກ່ຽວຂ້ອງ.
- ປະສົບການຢ່າງໜ້ອຍ 3-5 ປີ ສໍາລັບວຽກງານດ້ານ ກະສິກຳ ກັບບັນດາໂຄງການ ລະດັບພາຍໃນ ແລະ ສາກົນ;
- ມີປະສົບການໃນການເຮັດວຽກປະສານງານກັບ ຊຸມຊົນ, ແລະ ພາກລັດຖະບານ;
- ສາມາດສື່ສານ, ອ່ານ, ຂຽນເປັນພາສາອັງກິດໃນຂັ້ນປານກາງຂື້ນໄປ;
- ສາມາດນໍາໃຊ້ຄອມພີວເຕີ (Microsoft Word, Excel, Power Point ແລະ ອື່ນໆ...)
- ສາມາດນຳໃຊ້ອິນເຕີເນັດ, ອີເມລ ແລະ ອື່ນໆ ໄດ້ເປັນຢ່າງດີ;
- ສາມາດເຮັດວຽກປະຈໍາ ພາກສະໜາມ ແລະ ເຮັດວຽກໃນເຂດຊົນນະບົດໄດ້.
- ມີຄວາມເປັນຜູ້ນຳສູງ ແລະ ສາມາດເຮັດວຽກເປັນທິມໄດ້.
- ສາມາດເຮັດວຽກ ໄດ້ຕາມກໍານນົດ ມອບໝາຍໜ້າວຽກ ຂອງຫົວໜ້າສາຍງານ.
- ມີຄວາມດຸໝັ່ນ, ຫ້າວຫັນ, ແລະ ສຸດຈະລິດ.
- ມີສຸຂະພາບແຂງແຮງດີ.
ພວກເຮົາຍິນດີໃຫ້ຜູ້ສະໝັກສົ່ງ ຊີວະປະຫວັດ ພ້ອມທັງລະບູຕຳແໜ່ງທີ່ສະໝັກໃສ່ຫົວຂໍ້, ເງິນເດືອນປັດຈຸບັນ ແລະ ເງິນເດືອນຄາດຫວັງ ສົ່ງໄປທີ່ ພະແນກບຸກຄະລາກອນ ຕາມທີ່ຢູ່ຂ້າງລຸ່ມນີ້:
ກຸ່ມບໍລິສັດ ພອນສັກ ຈຳກັດ ຕັ້ງຢູ ໜ່ວຍ 15 ຖະໜົນ ສີທອງ, ບ້ານ ປາກທ້າງ, ເມືອງ ສີໂຄດຕະບອງ, ຕູ້ ປ.ນ. 1808, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ, ໂທ: (856-21) 550497,ອີເມລ: careers@phonesackgroup.com; ເວັບໄຊ: www.phonesackgroup.com;
ເຟກບຸກເພກ: Careers at phonesackgroup