ຮັບສະໝັກງານ
ບໍລິສັດ ເຢສພລີດ ຈຳກັດ ໄດ້ຮັບການສ້າງຕັ້ງຂື້ນ ໃນປີ 2019 ເປັນບໍລິສັດຫນື່ງທີ່ຢູ່ໃນເຄືອຂອງ ບໍລິສັດ ທີເຄ ກຣຸບ ຈໍາກັດ, ເປັນບໍລິສັດທີ່ໃຫ້ບໍລິການ ແລະ ເປັນສູນກາງຊື້ - ຂາຍອອນລາຍທີ່ໃຫຍ່ທີ່ສຸດ ເປັນສູນກາງໃນການແລກປ່ຽນຊື້ - ຂາຍ ສິນຄ້າທາງອອນລາຍ ໂດຍຜ່ານຊ່ອງທາງ Application on website, Mobile phone, Tablet ແລະ ປະຈຸບັນທຸລະກິດຂອງພວກເຮົາກຳລັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຈື່ງຕ້ອງການເພື່ອນຮ່ວມງານຕຳແໜ່ງດັ່ງນີ້:
ຫນ້າທີ່ຮັບຜິດຊອບ
1. ຮັບຜິດຊອບຮ້ານຄ້າທົ່ວໄປ (YesPls Seller) ທົ່ວປະເທດ ທີ່ເຂົ້າມາຂາຍສິນຄ້າຜ່ານແພັດຟອມ ເຢສພລີດ.
2. ຮັບຜິດຊອບຂະຫຍາຍຈໍານວນຮ້ານຄ້າ ລວມທັງຈໍານວນສິນຄ້າ ຂອງປະເພດຮ້ານຄ້າທົ່ວໄປ ເຂົ້າຮ່ວມການຂາຍຜ່ານ ແພັດຟອມຂອງ ເຢສພລີດ.
3. ວາງແຜນການປະຕິບັດການຂະຫຍາຍຮ້ານຄ້າ/ປະເພດສິນຄ້າ/ຈໍານວນສິນຄ້າ ເປັນອາທິດ, ເດືອນ, ໄຕມາດ ແລະປີ ໃຫ້ກັບທີມຂາຍ.
4. ວາງແຜນຈັດສັນທີມງານ, ການເດີນທາງ ຕາມງົບປະມານທີ່ກຳນົດໃຫ້.
5. ປະກອບສ່ວນໃນການບັນລຸເປົ້າຫມາຍຈໍານວນຮ້ານຄ້າ, ປະເພດສິນຄ້າ, ຈຳນວນສິນຄ້າ ແລະມູນຄ້າຊື້ຂາຍຜ່ານແພັດຟອມເຢສພລີດ ໂດຍການນຳພາທີມງານຂາຍເຊິນຊວນຮ້ານຄ້າສະມັກເຂົ້າເປັນຜູ້ຂາຍ ແລະCoaching ໃຫ້ຮ້ານຄ້ານຳໃຊ້ແພັດຟອມໄດ້ຖືກຕ້ອງຕາມນະໂຍບາຍແລະຂັ້ນຕອນຕ່າງໆ.
6. ວາງແຜນແຈກຢາຍອຸປະກອນສົ່ງເສີມການຂາຍຢ່າງມີປະສິດທິພາບ.
7. ວາງແຜນ ການຕິດຕາມຮ້ານຄ້າ ເປັນແຕ່ລະໄລຍະ ເພື່ອຮັບປະກັນຮ້ານຄ້າມີຄວາມເຂົ້າໃຈວິນຳໃຊ້ແພັດຟອມເຢສພລີດໄດ້ຢ່າງງ່າຍດາຍ. ໃນກໍລະນີຮ້ານຄ້າມີບັນຫາປະການໃດ ຈື່ງສາມາດເຂົ້າໄປຊ່ວຍເຫຼືອໄດ້ທັນ.
8. ຕິດຕາມກວດກາຍອດການຂາຍຂອງຮ້ານຄ້າ ແລະ ປະເມິນຮ້ານຄ້າ ແຕ່ລະໄລຍະ.
9. ເຮັດລົດສະຫລຸບລາຍງານປະຈໍາ ອາທິດ ປະຈໍາເດືອນ/ໄຕມາດ ສົ່ງຫົວຫນ້າສາຍງານ.
ເງື່ອນໄຂຜູ້ສະໝັກ
- ອາຍຸ 28 - 35 ປີ.
- ຈົບການສືກສາລະດັບປະລິນຍາຕີຂື້ນໄປ ສາຂາ ການຕະຫລາດ, ເສດຖະສາດ, ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ.
- ມີປະສົບການດ້ານການຂາຍຫຼາຍກວ່າ 3 ປີ ຫຼື ມີປະສົບການດ້ານການເປັນຫົວຫນ້າສາຍງານຝ່າຍຂາຍຢ່າງໜ້ອຍ 1 ປີ.
- ມີບຸກຄະລິກກະພາບເຫມາະສົມ ມະນຸດສຳພັນດີແລະ ກ້າສະແດງອອກ.
- ມີທັກສະການສື່ສານ ແລະ ການປະສານງານທີ່ດີ.
- ມີຄວາມຫ້າວຫັນ, ວ່ອງໄວ, ກະຕືລີລົ້ນນໃນການເຮັດວຽກ ແລະ ມັກຮັກໃນວຽກງານຂາຍ.
- ສາມາດໃຊ້ໂປຣແກມ Microsoft Office & Social Applications.
- ສາມາດນໍາໃຊ້ Facebook, Instagram.
- ສາມາດອ່ານ ແລະ ຂຽນ ພາສາອັງກິດໄດ້, ຖ້າໄດ້ພາສາຈີນ ຈະພິຈາລະນາພິເສດ.
- ສາມາດອອກຕ່າງແຂວງໄດ້.
ຕິດຕໍ່ພົວພັນ ເພື່ອຍື່ນເອກະສານສະໝັກໄດ້ທີ່:
ບໍລິສັດ ເຢສພລີດ ຈຳກັດ, ຫ້ອງການສຳນັກງານຕັ້ງຢູ່ ໄອເຕັກມໍ ຊັ້ນ3, ບ້ານໂພນທັນເຫນືອ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ( ໃນວັນຈັນ - ສຸກ ໃນໂມງລັດຖະການ 8:30 – 17:00 ), ປິດຮັບສະໝັກວັນທີ 24/01/2021
ໂທ: 021 411 829 ຫຼື E-Mail : recruitment@tkgroup.la ເບິ່ງຂໍ້ມູນເພີ່ມເຕີມ: www.tkgroup.la ຫລື Face book: YesPls - ເຢສພລີດ
ສາມາດນໍາໃຊ້ Facebook, Instagram.
ສາມາດອ່ານ ແລະ ຂຽນ ພາສາອັງກິດໄດ້, ຖ້າໄດ້ພາສາຈີນ ຈະພິຈາລະນາພິເສດ.
ສາມາດອອກຕ່າງແຂວງໄດ້.
Microsoft Office
Yes Pls
Samsenthai Road Ban Simuang Sisattanak District Vientiane Capital
ບໍລິສັດ ເຢສພລີດ ຈຳກັດ ໄດ້ຮັບການສ້າງຕັ້ງຂື້ນ ໃນປີ 2019 ເປັນບໍລິສັດຫນຶ່ງທີ່ຢູ່ໃນເຄືອຂອງ ບໍລິສັດ ທີເຄ ກຣຸບ ຈໍາກັດ, ເປັນບໍລິສັດທີ່ໃຫ້ບໍລິການ ແລະ ເປັນສູນກາງຊື້ - ຂາຍອອນລາຍທີ່ໃຫຍ່ທີ່ສຸດ ເປັນສູນກາງໃນການແລກປ່ຽນຊື້ - ຂາຍ ສິນຄ້າທາງອອນລາຍ ໂດຍຜ່ານຊ່ອງທາງ Application on website, Mobile phone, Tablet ແລະ ປະຈຸບັນທຸລະກິດຂອງພວກເຮົາກຳລັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ