Lao ASEAN Leasing Public Company
NNN Building 2F Phonsinuan sisattanak Vientiane Capital
ປະກາດຮັບພະນັກງານ (ດ່ວນ)
ຕຳແໜ່ງ: ທະນາຍຄວາມພາຍໃນ / internal Lawyer (ເຕັມເວລາ)
ໜ້າທີ່: ກົດໝາຍ
ລາຍງານໃຫ້: ຜູ້ຈັດການດ້ານກົດໝາຍ
ປະຫວັດຄວາມເປັນມາຂອງບໍລິສັດ:
ບໍລິສັດ ລາວອາຊຽນ ເຊົ່າສິນເຊື່ອ ມະຫາຊົນ (“ບໍລິສັດ”) ແມ່ນ ບໍລິສັດ ສາທາລະນະທີ່ປະກອບຢູ່ໃນ ສປປ ລາວ ໂດຍອີງຕາມການຈົດທະບຽນວິສາຫະກິດເລກທີ 08 ທີ່ອອກໂດຍກົມອະນຸຍາດ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 5 ກຸມພາ 2015 ແລະ ມີການດັດແກ້ຕໍ່ມາ ໃບທະບຽນວິສາຫະກິດເລກທີ 728 ລົງວັນທີ 13 ຕຸລາ 2015 ແລະ ຫັນເປັນບໍລິສັດ ມະຫາຊົນ ດ້ວຍການຂຶ້ນທະບຽນວິສາຫະກິດໃໝ່ ສະບັບເລກທີ 0222 ລົງວັນທີ 19 ກຸມພາ 2019. ບໍລິສັດ ໄດ້ຮັບອະນຸມັດຈາກທະນາຄານແຫ່ງ ສປປ ລາວ ("ທຫລ") ໃນວັນທີ 2 ກຸມພາ 2015 ສຳລັບດຳເນີນການກິດຈະກຳການໃຫ້ເຊົ່າ.
ສຳນັກງານໃຫຍ່ຂອງບໍລິສັດຕັ້ງຢູ່ຊັ້ນ2,ອາຄານNNN, ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ.ການດຳເນີນທຸລະກິດທີ່ສຳຄັນຂອງບໍລິສັດແມ່ນການໃຫ້ການຊື້ຈ້າງ (ການບໍລິການໃຫ້ເຊົ່າ) ໂດຍຜ່ານການໃຫ້ສິນເຊື່ອແກ່ລູກຄ້າສ່ວນບຸກຄົນ ແລະ ບໍລິສັດ ເພື່ອຊື້ລົດຈັກ ແລະ ລົດໃຫຍ່.
ຄຸນນະວຸດທິ:
ລາຍລະອຽດຂອງວຽກ
ສຳລັບຜູ້ສະໝັກທີ່ສົນໃຈ,ກະລຸນາສົ່ງຊີວະປະຫວັດຂອງທ່ານເຂົ້າມາທີ່ອີເມວlatthida.k@lalco.laມືຖື: +85620 92 736 062
Lao ASEAN Leasing Public Company
NNN Building 2F Phonsinuan sisattanak Vientiane Capital
Lao Asean Leasing Public Company (LALCO)ເປັນບໍລິສັດໃຫ້ບໍລິການດ້ານສິນເຊື່ອລົດຈັກ, ລົດໃຫຍ່ທີ່ນໍາໃຊ້ເງິນທຶນຈາກຍີ່ປຸ່ນ, ໃນອະນາຄົດພວກເຮົາວາງແຜນຈະເປັນບໍລິສັດທີ່ໃຫ້ບໍລິການດ້ານການເງິນຄົບວົງຈອນທີ່ຄອບຄຸມທັງບໍລິການສິນເຊື່ອສຳລັບຜູ້ບໍລິໂພກ, ສິນເຊື່ອສໍາລັບທຸລະກິດຂະໜາດນ້ອຍ. ນັບແຕ່ໄດ້ຮັບໃບອະນຸຍາດສິນເຊື່ອແລະສັ້າງຕັ້ງບໍລິສັດໃນເດືອນ ກຸມພາ ປີ2015ທີ່ຜ່ານມາ ພຽງແຕ່1ປີ4ເດືອນ ບໍລິສັດພວກເຮົາກໍຈະເລີນເຕີບໂຕຢ່າງວ່ອງໄວ, ພວກເຮົາແນ່ໃສ່ກ້າວເປັນກຸ່ມບໍລິສັດການເງິນຄົບວົງຈອນອັນດັບ 1 ໃນລາວ. ໃນອານາຄົດກໍມີແຜນການທີ່ຈົດທະບຽນທີ່ຕະຫຼາດຫຼັກຊັບລາວ.